Homeຂ່າວພາຍ​ໃນຍີ່ປຸ່ນ ມອບຫຼຽນກຽດຕິຄຸນອາທິດອຸໄທ ແກ່ອະດີດລັດຖະມົນຕີປະຈຳສໍານັກງານນາຍົກລັດຖະມົນຕີ

ຍີ່ປຸ່ນ ມອບຫຼຽນກຽດຕິຄຸນອາທິດອຸໄທ ແກ່ອະດີດລັດຖະມົນຕີປະຈຳສໍານັກງານນາຍົກລັດຖະມົນຕີ

Published on

ທ່ານ ອາລຸນແກ້ວ ກິດຕິຄຸນ ອະດີດລັດຖະມົນຕີປະຈຳສໍານັກງານນາຍົກລັດຖະມົນຕີ ໄດ້ຮັບຫຼຽນກຽດຕິຄຸນ ອາທິດອຸໄທ ດາວຄໍາ ແລະ ດາວເງິນ (ຊັ້ນ 2) ຊຶ່ງຖືເປັນລາງວັນກຽດຕິຍົດສູງສຸດຢ່າງໜຶ່ງຂອງພົນລະເຮືອນຍີ່ປຸ່ນ, ສະຖານທູດຍີ່ປຸ່ນ ປະຈໍາ ລາວ ໄດ້ຈັດພິທີດັ່ງກ່າວຂຶ້ນ ໃນວັນທີ 22 ທັນວາ ທີ່ເຮືອນພັກ ທູດຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມີ ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານ ສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ທ່ານ ໂຄບະຢະຊີ ເຄັນອີຈີ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ, ທ່ານ ໂຄບະຢະຊີ ເຄັນອີຈີ ຕາງໜ້າໃຫ້ລັດຖະບານຍີ່ປຸ່ນມອບຫຼຽນດັ່ງກ່າວ ພ້ອມທັງສະແດງຄວາມຍິນດີກັບ ທ່ານ ອາລຸນແກ້ວ ກິດຕິຄຸນ ແລະ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ກັບການປະກອບສ່ວນທີ່ພົ້ນເດັ່ນ ໃນການຊຸກຍູ້ເສີມຂະຫຍາຍສາຍພົວພັນສອງຝ່າຍ ແລະ ສົ່ງເສີມມິດຕະພາບລະຫວ່າງຍີ່ປຸ່ນ ແລະ ສປປ ລາວ ຕະຫຼອດມາ.

ຫຼັງຈາກປະຕິບັດໜ້າທີ່ເປັນນັກການທູດປະຈຳສະຫະປະຊາຊາດເປັນເວລາຍາວນານ. ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ດໍາລົງຕຳແໜ່ງເປັນຜູ້ຊ່ວຍ ທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ (ໃນເວລານັ້ນ), ນັບແຕ່ປີ 2007 ເຖິງ 2011. ພາຍໃຕ້ການຊີ້ນໍາຂອງທ່ານ ທອງລຸນ ສີສຸລິດ, ທ່ານ ອາລຸນແກ້ວ ໄດ້ພະຍາຍາມຢ່າງສຸດຄວາມສາມາດ ໃນການຄຸ້ມຄອງການປະສານງານ ລະຫວ່າງກົມກອງທີ່ກ່ຽວຂ້ອງພາຍໃນປະເທດ ເພື່ອໃຫ້ຂອບການຮ່ວມມືຫຼາຍດ້ານ ທີ່ເປັນສັນຍາລັກຂອງສາຍພົວພັນສອງປະເທດ ເຊັ່ນ: ການຍົກເວັ້ນວີຊາສໍາລັບຄົນຍີ່ປຸ່ນ ແລະ ຂໍ້ຕົກລົງວ່າດ້ວຍການລົງທຶນຍີ່ປຸ່ນ-ລາວ ການຈັດຕັ້ງປະຕິບັດເຫຼົ່ານີ້ໄດ້ເກີດດອກອອກຜົນ ເຮັດໃຫ້ການໄປມາ ຫາສູ່ກັນຂອງປະຊາຊົນສອງປະເທດເພີ່ມຂຶ້ນ, ໃນຂະນະທີ່ນັກທ່ອງທ່ຽວຍີ່ປຸ່ນກໍມາທ່ອງທ່ຽວ ລາວຫຼາຍຂຶ້ນ, ສ່ວນບໍລິສັດຂອງຍີ່ປຸ່ນກໍມາລົງທຶນຢູ່ ສປປ ລາວ ເພີ່ມຂຶ້ນ.

ນັບແຕ່ປີ 2011 ເຖິງ 2016, ໃນຖານະຮອງລັດຖະມົນຕີກະຊວງການຕ່າງປະເທດທີ່ຮັບຜິດຊອບການພົວພັນສອງຝ່າຍລາວ-ຍີ່ປຸ່ນ, ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ສະໜັບສະໜູນໃຫ້ມີການໄປມາຫາສູ່ຢ່າງຟົດຟື້ນ ລະຫວ່າງການນໍາຂັ້ນສູງຂອງສອງປະເທດ. ນອກຈາກນັ້ນ, ໃນໄລຍະເວລາທີ່ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມອາຊຽນ ເທື່ອກ່ອນໃນປີ 2016. ໃນຖານະປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (SOM) ຂອງລາວ, ທ່ານໄດ້ສັງລວມຮ່າງຖະແຫຼງການຂອງຜູ້ນໍາທີ່ກ່ຽວຂ້ອງກັບອາຊຽນ ດ້ວຍທັກສະດ້ານການທູດສູງ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຍີ່ປຸ່ນ, ພ້ອມນັ້ນທ່ານຍັງໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດ ແລະ ການຮ່ວມມືລະຫວ່າງຍີ່ປຸ່ນ-ອາຊຽນ. ນອກຈາກນີ້ ຍັງມີຜົນງານອື່ນໆອີກ.

ທີ່ມາ: ປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...