spot_img
Homeຂ່າວພາຍ​ໃນໃນປີ 2023 ການຈໍາໜ່າຍກະແສໄຟຟ້າໄປຕ່າງປະເທດ ປະຕິບັດໄດ້ 38.106 ລ້ານກິໂລວັດໂມງ

ໃນປີ 2023 ການຈໍາໜ່າຍກະແສໄຟຟ້າໄປຕ່າງປະເທດ ປະຕິບັດໄດ້ 38.106 ລ້ານກິໂລວັດໂມງ

Published on

ອີງຕາມບົດລາຍງານທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານ ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ປະຈຳປີ 2023 ແລະ ວາງທິດທາງແຜນການ 2024 ຈັດຂຶ້ນໃນລະຫວ່າງວັນທີ 21-22 ທັນວານີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ.

ການຜະລິດກະແສໄຟຟ້າ: ປະຕິບັດໄດ້ 48.904 ລ້ານກິໂລວັດໂມງ, ມີມູນຄ່າ 58.285 ຕື້ກີບ, ທຽບໃສ່ຜົນຜະລິດປີຜ່ານມາ ຫຼຸດລົງ 4% (ສາເຫດຍ້ອນສະພາບໄພແຫ້ງແລ້ງເຮັດໃຫ້ບາງແຫຼ່ງຜະລິດພະລັງງານນໍ້າບໍ່ສາມາດຜະລິດໄດ້ຕາມແຜນ), ທຽບໃສ່ມູນຄ່າ (45.070 ຕື້ກີບ) ເພີ່ມຂຶ້ນ 29% (ເນື່ອງຈາກອັດຕາແລກປ່ຽນໃນແຕ່ລະຊ່ວງ ແຕກຕ່າງກັນ).

ການຈໍາໜ່າຍກະແສໄຟຟ້າພາຍໃນປະເທດ: ປະຕິບັດໄດ້ 11.800 ລ້ານກິໂລວັດໂມງ, ມີມູນຄ່າ 765 ລ້ານ ໂດລາສະຫະລັດ, ທຽບໃສ່ຜົນຜະລິດປີຜ່ານມາ ເພີ່ມຂຶ້ນ 22%, ທຽບໃສ່ມູນຄ່າ ເພີ່ມຂຶ້ນ 36%.

ຈໍາໜ່າຍກະແສໄຟຟ້າໄປຕ່າງປະເທດ: ປະຕິບັດໄດ້ 38.106 ລ້ານກິໂລວັດໂມງ, ມີມູນຄ່າ 2.368 ລ້ານໂດລາສະຫະລັດ, ທຽບໃສ່ຜົນຜະລິດປີຜ່ານມາ ຫຼຸດລົງ 5%, ທຽບໃສ່ມູນຄ່າ ເພີ່ມຂຶ້ນ 0,4%, ທຽບໃສ່ແຜນການປີ 2023 ມະຕິສະພາ ປະຕິບັດໄດ້ 94%, ທຽບໃສ່ມູນຄ່າຂອງມະຕິສະພາ ປະຕິບັດໄດ້ 97%.

ນໍາເຂົ້າກະແສໄຟຟ້າຈາກຕ່າງປະເທດ: ປະຕິບັດໄດ້ 1.658 ລ້ານກິໂລວັດໂມງ, ມູນຄ່າ 110 ລ້ານໂດລາສະຫະລັດທຽບໃສ່ຜົນຜະລິດປີຜ່ານມາ ເພີ່ມຂຶ້ນ 90%, ທຽບໃສ່ມູນຄ່າ ເພີ່ມຂຶ້ນ 175% (ສາເຫດຍ້ອນສະພາບໄພແຫ້ງແລ້ງການຜະລິດພາຍໃນບໍ່ສາມາດປະຕິບັດໄດ້ຕາມແຜນ ແລະ ຄວາມຕ້ອງການຊົມໃຊ້ພາຍໃນເພີ່ມຂຶ້ນເປັນຕົ້ນແມ່ນ ເຂດເສດຖະກິດພິເສດ, ບິດຄອຍ ແລະ ທີ່ຢູ່ອາໄສ).

ທີ່ມາ: Lao youth

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...