spot_img
Homeຂ່າວພາຍ​ໃນອົງການກວດກາແຫ່ງລັດ ຮ່ວມເຮັດວຽກຢູ່ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ

ອົງການກວດກາແຫ່ງລັດ ຮ່ວມເຮັດວຽກຢູ່ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ

Published on

ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ພົບປະແລກປ່ຽນບົດຮຽນ ແລະ ເຮັດວຽກຮ່ວມກັບ ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃນວັນທີ 22 ທັນວາ ຜ່ານມາ ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໂດຍມີທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ທ່ານ ຫວາງເອີ້ປາວ ປະທານກຸ່ມບໍລິສັດດອກງິ້ວຄໍາ ຈໍາກັດ, ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ຕາງໜ້າຄະນະນໍາຂອງແຂວງບໍ່ແກ້ວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ສົມພອນ ສຸທໍາ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ລາຍງານສະພາບລວມການພັດທະນາ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ວ່າ: ການພັດທະນາຕົວຈິງ ແມ່ນມີຄວາມຄືບໜ້າຕາມທີ່ກໍານົດໄວ້ໃນສັນຍາ ສະບັບປີ 2007 ແລະ ສະບັບປັບປຸງປີ 2014 ເຮັດໃຫ້ເຂດຊົນນະບົດຫ່າງໄກສອກຫຼີກໃນເມື່ອກ່ອນ ກາຍເປັນເຂດການຄ້າ, ການບໍລິການ ແລະ ການທ່ອງທ່ຽວໃນປັດຈຸບັນ, ປະກອບສ່ວນສຳຄັນໃນການພັດທະນາເສດຖະກິດ-ສັງຄົມໃນທາງກົງ ແລະ ທາງອ້ອມຂອງແຂວງບໍ່ແກ້ວ ກໍຄືຂອງ ສປປ ລາວ ໂດຍສະເພາະການລົງທຶນ, ປັດຈຸບັນ ໄດ້ມີບໍລິສັດເຂົ້າມາລົງທຶນທັງໝົດ 290 ບໍລິສັດ (ຂະແໜງການຄ້າ 90 ບໍລິສັດ, ການບໍລິການ 184 ບໍລິສັດ, ອຸດສາຫະກຳ 10 ບໍລິສັດ ແລະ ກະສິກໍາ 6 ບໍລິສັດ).

ນອກນັ້ນ, ຍັງມີຫົວໜ່ວຍວິສາຫະກິດຂະໜາດນ້ອຍ ຈຳນວນ 1.846 ຫ້າງຮ້ານ ຊຶ່ງບັນດາວິສາຫະກິດຢູ່ພາຍໃນເຂດ ມີມູນຄ່າການລົງທຶນທັງໝົດ 1,2 ຕື້ກວ່າໂດລາ, ທຶນຈົດທະບຽນ 1,3 ຕື້ກວ່າໂດລາ; ມີພົນລະເມືອງທີ່ອາໄສຢູ່ພາຍໃນເຂດທັງໝົດ 60.359 ຄົນ, ໃນນັ້ນ, ເປັນພົນລະເມືອງລາວ 18.514 ຄົນ, ແຮງງານຕ່າງປະເທດ 41.845 ຄົນ, ສ່ວນໃຫຍ່ແມ່ນເຂົ້າມາກໍ່ສ້າງພື້ນຖານໂຄງລ່າງ ຍ້ອນການສະໜອງແຮງງານລາວມີຂໍ້ຈຳກັດ; ໄດ້ເກັບພັນທະຈາກອາກອນມອບເໝົາ ທັງໝົດ 446 ຕື້ກວ່າກີບ, ສຳລັບໄລຍະ 10 ເດືອນ ຂອງປີ 2023 ສາມາດເກັບພັນທະໄດ້ 96 ຕື້ກວ່າກີບ. ຄຽງຄູ່ກັບການມອບພັນທະເຂົ້າງົບປະມານຂອງລັດ, ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຍັງໄດ້ສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງຢູ່ພາຍໃນເຂດ ເປັນຕົ້ນ: ການກໍ່ສ້າງເສັ້ນທາງເບຕົງແຕ່ບ້ານນໍ້າເກິ່ງ ຫາ ບ້ານມອມ, ການກໍ່ສ້າງໂຄງການປ້ອງກັນຕາຝັ່ງເຈື່ອນ, ການກໍ່ສ້າງສະໜາມບິນສາກົນ, ການກໍ່ສ້າງໂຮງແຮມ 5 ດາວ, ຮ້ານອາຫານ, ຮ້ານຄ້າ ແລະ ພື້ນຖານໂຄງລ່າງອື່ນໆພາຍໃນເຂດ.

ຈາກນັ້ນ, ຜູ້ອໍານວນການກຸ່ມບໍລິສັດດອກງິ້ວຄໍາ ຈໍາກັດ ຍັງໄດ້ລາຍງານຈຸດປະສົງ, ວິໄສທັດໃນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ມີຄວາມສີວິໄລ, ຄົບວົງຈອນ, ບັນດາສິ່ງອໍານວຍຄວາມສະດວກ, ສິ່ງທີ່ຍັງຄົງຄ້າງ ແລະ ບັນດາທິດທາງແຜນການໃນຕໍ່ໜ້າ.

ໂອກາດນີ້, ທ່ານ ຄໍາພັນ ພົມມະທັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສໍາເລັດທີ່ທາງເຂດເສດຖະກິດພິເສດສາມຫຼ່ຽມຄໍາຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນີ້, ຍັງຮຽກຮ້ອງມາຍັງສະພາບໍລິຫານຂອງເຂດ, ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຍົກສູງການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ໃຫ້ເພີ່ມການຄຸ້ມຄອງຕາມລະບຽບກົດໝາຍຍິ່ງຂຶ້ນ, ສົ່ງເສີ່ມແຕ່ລະດ້ານຢ່າງຈະແຈ້ງ, ບັນດານິຕິກໍາ, ລະບຽບການທີ່ໄດ້ຕົກລົງເປັນເອກະພາບກັນແລ້ວ ຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດ, ຄຸ້ມຄອງໃຫ້ຖືກຕ້ອງຕາມກົດໝາຍ ເພື່ອອັດຊ່ອງຫວ່າງແນວບໍ່ດີ, ຫຼີກເວັ້ນຂໍ້ຖົກຖຽງ ແລະ ຫາງສຽງຈາກສັງຄົມ, ຕ້ອງມີການປະສານງານກັນລະຫວ່າງການຈັດຕັ້ງຂອງລັດກັບຜູ້ລົງທຶນ ໃນການຫາທາງອອກທີ່ຖືກຕ້ອງ, ສອດຄ່ອງກັບພາລະບົດບາດ, ລະບຽບກົດໝາຍ; ສະເໜີໃຫ້ພາກສ່ວນກ່ຽວຂ້ອງຂອງລັດ ແລະ ຜູ້ປະກອບການ ມີການຕິດຕາມ, ກວດກາຄືນ ບັນດາໜ້າວຽກທີ່ກໍານົດໃນແຜນພັດທະນາ ເປັນແຕ່ລະໄລຍະ, ຫັນການຝຶກອົບຮົມ ສ້າງວິຊາຊີບ ເພື່ອສົ່ງເສີມແຮງງານພາຍໃນ, ຕ້ອງມີການສະຫຼຸບຖອດຖອນບົດຮຽນ, ສືບຕໍ່ສ້າງປັດໄຈໃໝ່ ໃນການປັບປຸງການຄຸ້ມຄອງຂອງລັດຕໍ່ໂຄງການລົງທຶນຕ່າງໆ ແລະ ພ້ອມກັນນໍາເອົາບັນດາບົດຮຽນຜົນສໍາເລັດໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງຕົນຢ່າງມີປະສິດທິຜົນສູງຂຶ້ນກວ່າເກົ່າ.

ແຫຼ່ງຂ່າວ-ພາບ: ກວດກາສູນກາງພັກ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...