spot_img
Homeຂ່າວພາຍ​ໃນຄວາມຄືບໜ້າໂຄງການກໍ່ສ້າງ ໂຮງແຮມ ລາດຊະວົງ ພລາຊາ

ຄວາມຄືບໜ້າໂຄງການກໍ່ສ້າງ ໂຮງແຮມ ລາດຊະວົງ ພລາຊາ

Published on

ວັນທີ 13 ທັນວາ 2023 ນີ້, ສະຫາຍ ພັນເອກ ໄຊສົງຄາມ ວໍລະຈິດ ຮອງຫົວໜ້າກົມເສດຖະກິດ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຊົມ ແລະ ຕິດຕາມ ຄວາມຄືບໜ້າ ການກໍ່ສ້າງໂຄງການ ລາດສະວົງ ພລາຊາ, ເຊິ່ງຄວາມຄືບໜ້າ ຂອງໂຄງການກໍ່ສ້າງຕຶກ ລາດຊະວົງ ພລາຊາເຊິ່ງ ທາງບໍລິສັດ ໄດ້ນຳໃຊ້ແຮງງານ ແລະ ວິຊາການ ທັງໝົດ 1.200 ຄົນ, ມາຮອດປັດຈຸບັນ ການກໍ່ສ້າງຂອງໂຄງການ ແມ່ນສຳເລັດແລ້ວ 77,39%, ການຕິດຕັ້ງຝາແກ້ວສໍາເລັດ 0,4%, ສໍາເລັດການຕິດຕັ້ງໂຄງເຄົ້າເພດານຂອງຫ້ອງພັກໂຮງແຮມລວມ 27 ຊັ້ນ, ຕົບແຕ່ງພາຍໃນ ຊັ້ນ 1 ຈົນເຖິງ ຊັ້ນ 33 ສໍາເລັດແລ້ວ 84,9%, ສຳເລັດການຕົບແຕ່ງຫ້ອງຕົວຢ່າງ ແລະ ການຕິດຕັ້ງທໍ່ໃນພື້ນທີ່ສາທາລະນະຂອງຫ້ອງທີ່ບໍ່ແມ່ນແບບຈໍາລອງ.

ຄາດວ່າໂຮງແຮມ ຈະເປີດໃຫ້ທົດລອງ ໃນທ້າຍເດືອນມັງກອນ 2024 ນີ້ ເພື່ອຕ້ອນຮັບ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ຈະເປີດໃຫ້ບໍລິການຖາວອນ ໃນຕົ້ນ ເດືອນມີນາ 2024, ເພື່ອກະກຽມຄວາມພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ເປັນເຈົ້າພາບຈະຈັດຂຶ້ນ ໃນທ້າຍປີ 2024.

ໂອກາດນີ້, ບັນດາຜູ້ຕາງໜ້າແຕ່ລະພາກສ່ວນ ກໍໄດ້ເຂົ້າຢ້ຽມຊົມ ແລະ ຕິດຕາມຄວາມຄືບໜ້າຂອງໂຄງການ ບໍລິສັດ ຮັບເໝົາ ແລະ ທີມງານກໍ່ສ້າງໂຄງການ, ພ້ອມທັງໄດ້ແນະນໍາໃຫ້ ບໍລິສັດ ທີ່ຮັບເໝົາ ສືບຕໍ່ປະຕິບັດການກໍ່ສ້າງ ໃຫ້ສຳເລັດຕາມແຜນການ ແລະ ທັນກັບເວລາທີ່ກໍານົດໄວ້.
ທີ່ມາ: ໜັງສືພິມກອງທັບປະຊາຊົນລາວ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...