spot_img
Homeຂ່າວພາຍ​ໃນທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ

Published on

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແຫ່ງມິດຕະພາບ ແລະ ການຮ່ວມມື ທີີ່ໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2023 ທີ່ ໂຕກຽວ, ຍີ່ປຸ່ນ, ພາຍໃຕ້ການເປັນປະທານຮ່ວມຂອງ ອິນໂດເນເຊຍ ແລະ ຍີ່ປຸ່ນ.

ໃນໂອກາດກອງປະຊຸມຄັ້ງນີ້, ບັນດາຜູ້ນໍາອາຊຽນ ແລະ ຍີ່ປຸ່ນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ຕະຫຼອດໄລຍະ 50 ປີ ຜ່ານມາ, ຊຶ່ງໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ໂດຍສະເພາະພາຍໃຕ້ການເປັນຄູ່ຮ່ວມມືອາຊຽນ-ຍີ່ປຸ່ນ ໃນ 4 ຂົງເຂດ ກໍຄື:
1). ຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ,
2). ຄູ່ຮ່ວມມືເພື່ອຄວາມສົມບູນພູນສຸກ,
3). ຄູ່ຮ່ວມເພື່ອຄຸນນະພາບຊີວິດ,
4). ຄູ່ຮ່ວມມືແບບໃຈເຖິງໃຈ.

ພ້ອມນີ້, ກອງປະຊຸມ ໄດ້ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ກໍຄືການຮັດແໜ້ນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນ ພາຍໃຕ້ 3 ເສົາຄໍ້າ ຄື: ຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ, ຄູ່ຮ່ວມມືແບບໃຈຕໍ່ໃຈ ໃນແຕ່ລະຍຸກສະໄໝ ແລະ ຄູ່ຮ່ວມມືເພື່ອສ້າງເສດຖະກິດ ແລະ ສັງຄົມຮ່ວມກັນ ເພື່ອອະນາຄົດ. ພ້ອມນີ້, ບັນດາຜູ້ນໍາອາຊຽນ ແລະ ຍີ່ປຸ່ນ ໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີິ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດກອງປະຊຸມສຸດຍອດຄັ້ງນີ້, ບັນດາຜູ້ນໍາອາຊຽນ ແລະ ຍີ່ປຸ່ນ ໄດ້ຮັບຮອງເອົາຖະແຫຼງການວິໄສທັດຮ່ວມອາຊຽນ-ຍີ່ປຸ່ນ ວ່າດ້ວຍມິດຕະພາບ ແລະ ການຮ່ວມມື ແລະ ແຜນການຈັດຕັ້ງປະຕິບັດຖະແຫຼງການວິໄສທັດຮ່ວມດັ່ງກ່າວ ເພື່ອເປັນທິດທາງໃຫ້ແກ່ການເສີມຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນອະນາຄົດ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຊຸກຍູ້ໃຫ້ອາຊຽນ ແລະ ຍີ່ປຸ່ນ ຮັດແໜ້ນການພົວພັນຮ່ວມມື ໂດຍສະເພາະດ້ານການເຊື່ອມໂຍງ-ເຊື່ອມຈອດ ພາກພື້ນ ແລະ ສາກົນ, ການຮ່ວມມືເພື່ອສ້າງພື້ນຖານໂຄງລ່າງທີ່ມີຄຸນນະພາບ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການພັດທະນາຂີດຄວາມສາມາດຂອງຊາວໜຸ່ມ ແລະ ການສືບຕໍ່ໂຄງການແລກປ່ຽນດ້ານວັດທະນະທໍາ ລະຫວ່າງປະຊາຊົນ. ພ້ອມດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ແຈ້ງຕໍ່ກອງປະຊຸມຊາບກ່ຽວກັບການເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ພ້ອມທັງໃຫ້ຄວາມໝາຍໝັ້ນຈະສືບຕໍ່ເຮັດວຽກກັບບັນດາປະເທດສະມາຊິກອາຊຽນ ແລະ ຍີ່ປຸ່ນ ເພື່ອເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນແລະ ນໍາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນຂອງສອງພາກພື້ນ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...