spot_img
Homeຂ່າວຕ່າງປະເທດຄວາມຮັກເກີດຂຶ້ນໄດ້ສະເໝີ! ແມ່ຕູ້ພົບຮັກແທ້ຕອນອາຍຸ 70 ປີ

ຄວາມຮັກເກີດຂຶ້ນໄດ້ສະເໝີ! ແມ່ຕູ້ພົບຮັກແທ້ຕອນອາຍຸ 70 ປີ

Published on

ຈາກການແບ່ງປັນທາງບັນຊີຕິກຕ໋ອກຊື່ວ່າ: wiwat1827 ໄດ້ອອກມາໂພສເລື່ອງລາວສຸດໜ້າຮັກຂອງແມ່ຕູ້ທີ່ໂສດມາດົນນານ ກ່ອນມາພົບຮັກແທ້ກັບພໍ່ຕູ້ຕອນອາຍຸ 70 ປີ.

ຕາມການລາຍງານ: ແມ່ຕູ້ ຊະວີວັນ ສົດຊື່ນ ອາຍຸ 68 ປີ ໄດ້ເລົ່າວ່າ: ຕົນເອງໂສດມາຕັ້ງແຕ່ອາຍຸ 20 ປີ ເພາະເວລາໄປມັກໃຜ ກໍບໍ່ຖືກຕອບຮັບເລີຍຢູ່ເປັນໂສດ ຢູ່ກັບຫຼາຍໆມາໂດຍຕະຫຼອດ ຈົນໄດ້ມາພົບກັບພໍ່ຕູ້ດິດ ທີ່ໄດ້ມາເຮັດວຽກ, ກິນເຂົ້າ, ມາກິນດື່ມສ້າງສັນ ຢູ່ແຖວນັ້ນເປັນປະຈຳ ຈົນມາມື້ໜຶ່ງພໍ່ຕູ້ໄດ້ບອກຄວາມໃນໃຈ ແຕ່ຕອນນັ້ນແມ່ຕູ້ຍອມຮັບວ່າເຂີນ ແຕ່ຍັງບໍ່ໄດ້ຕົກລົງເປັນແຟນກັນ ແລະ ໄດ້ຕົກລົງເປັນແຟນກັນໃນຊ່ວງທ້າຍປີທີ່ຜ່ານມາ.

ຈົນມາຮອດວັນທີ 11 ທັນວາ 2023 ຜ່ານມານີ້ກໍມີຂ່າວດີໄດ້ແຕ່ງງານກັນ ທາງດ້ານມາຕູ້ຮູ້ສຶກວ່າຜູ້ຊາຍຄົນນີ້ສາມາດເບິ່ງແຍງເຂົາ ແລະ ຕົນເອງກໍສາມາດຝາກຊີວິດນຳໄດ້ ເຊິ່ງແມ່ຕູ້ໄດ້ບອກໄປວ່າພາຍໃນງານກໍເຮັດພິທີຜູກແຂນ ແລະ ເຮັດໃຫ້ຖືກຕາມປະເພນີ ແລະ ໃຫ້ລູກຫຼານໄດ້ຮັບຮູ້ກໍພໍແລ້ວ.

ແມ່ຕູ້ຍັງໄດ້ເວົ້າຕື່ມອີກວ່າບໍ່ເຄີຍຄິດມາກ່ອນຈະໄດ້ພົບຮັກແທ້ໃນຕອນອາຍຸເທົ່ານີ້ ເພາະຕະຫຼອດເວລາທີ່ຜ່ານມາຕົນບໍ່ເຄີຍໄລ່ຕາມຫາຄວາມຮັກ ຢູ່ລ້າໆມັນກໍມາຫາເອງ ອາດເປັນພົມລີຄິດທີ່ນຳມາພົບຮັກແທ້ໃນຊ່ວງສຸດທ້າຍຂອງຊີວິດ.

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...