spot_img
Homeຂ່າວຕ່າງປະເທດໝູ່ເຈົ້າສາວຂໍແຕ່ຊອງເງິນ ຖືກໝູ່ເຈົ້າບ່າວດຶກລະເບີດຄວັນເຂົ້າງານແຕ່ງ

ໝູ່ເຈົ້າສາວຂໍແຕ່ຊອງເງິນ ຖືກໝູ່ເຈົ້າບ່າວດຶກລະເບີດຄວັນເຂົ້າງານແຕ່ງ

Published on

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 8 ທັນວາ 2023, ເປັນເລື່ອງລາວຂອງບ່າວ-ສາວຄູ່ໜື່ງ ກຳລັງຈັດງານແຕ່ງງານທີ່ເມືອງເຫີເຈີ ເຂດຊານຕົງ ປະເທດຈີນ ແຕ່ທຸກຄົນຕ້ອງແລ່ນໜີເມື່ອມີຄົນດຶກລະເບີດຄວັນເຂົ້າໃນງານ ເຮັດໃຫ້ແຂກແລ່ນໜີກັນເກືອບໝົດ.

ຕາມການລາຍງານ: ຄົນທີ່ດຶກລະເບິດຄວັນເຂົ້າໄປໃນງານເປັນໝູ່ເຈົ້າບ່າວ ເຊິ່ງໃນພິທີທາງເຈົ້າບ່າວຈະຕ້ອງຍ່າງນຳຂະບວນເພ ່ອໄປຫາເຈົ້າສາວທີ່ນັ່ງຖ້າຢູ່ພາຍໃນຫ້ອງ ແຕ່ກ່ອນທີ່ຈະຮອດຫ້ອງຕ້ອງໄດ້ຜ່ານໝູ່ເຈົ້າສາວກ່ອນ ເຊິ່ງທາງໝູ່ເຈົ້າສາວໄດ້ຂັດຂວາງບໍ່ໃຫ້ເຈົ້າບ່າວໄປຮັບຕົວເຈົ້າສາວງ່າຍໆ ພ້ອມຂໍຊອງແຕ່ງງານເພີ່ມຂຶ້ນ ຈຶ່ງເປັນສາເຫດເຮັດໃຫ້ໝູ່ເຈົ້າບ່າວໝົດຄວາມອົດມທົນ ຈຶ່ງໄດ້ດຶກລະເບີດຄວັນເຂົ້າໄປໃນຫ້ອງ 2 ລູກ ເຮັດໃຫ້ໝູ່ເຈົ້າສາວຕ້ອງພາກັນແລ່ນໜີທັນທີ ແລ້ວເຈົ້ສບ່າວກໍໄດ້ເຂົ້າໄປຫ້ອງ ແລະ ພາເຈົ້າສາວອອກມາ.

ເລື່ອງລາວທີ່ເກີດຂຶ້ນຄັ້ງນີ້ໄດ້ຖືກຄົນເວົ້າເຖິງຢ່າງຫຼວງຫຼາຍ ບາງຄົນກໍບອກວ່າເພື່ອນເຈົ້າບ່າວບໍ່ເໝາະສົມ ແລະ ຍັງທຳລາຍບັນຍາກາດອີກດ້ວຍ ໃນຂະນະທີ່ອີກຝັ່ງກໍບອກວ່າໝູ່ເຈົ້າສາວຍືດເວລາຫຼາຍເກີນໄປ ເພາະພວກເຂົາມີແຕ່ຂໍຊອງເງິນ ຈຶ່ງເຮັດໃຫ້ໝູ່ເຈົ້າບ່າວໝົດຄວາມອົດທົນ.

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...