Homeຂ່າວຕ່າງປະເທດແອບນຽນ! ຍິງສາວສັ່ງອາຫານ ກິນແລ້ວບໍ່ຈ່າຍ ແຕ່ອ້າງວ່າເປັນເທບ.

ແອບນຽນ! ຍິງສາວສັ່ງອາຫານ ກິນແລ້ວບໍ່ຈ່າຍ ແຕ່ອ້າງວ່າເປັນເທບ.

Published on

ສຳນັກຂ່າວໄທລາຍງານໃນວັນທີ 14 ທັນວາ 2023, ກ່ຽວກັບເຫດການແມ່ຄ້າຮ້ານກ້ວຍຕຽວ (ເຝີ) ຖືກລູກຄ້າເຂົ້າມາສັ່ງອາຫານຄົນດຽວເຕັມໂຕະ ແຕ່ກິນແລ້ວບໍ່ຍອມຈ່າຍ ແລະ ອ້າງວ່າຕົນເປັນເທບສຸດທ້າຍຖືກຕຳຫຼວດຄວບຄຸມໂຕ ຢູ່ທີ່ຮ້ານກ້ວຍຕຽວແຫ່ງໜຶ່ງໃກ້ປໍ້ານໍ້າມັນ ເມືອງຂ່ອນແກ່ນ ປະເທດໄທ.

ໂດຍກ້ອງໄດ້ບັນທຶກພາບລູກຄ້າເປັນຍິງສາວເສື້ອແດງທີ່ເຂົ້າມານັ່ງຢູຸ່ໂຕະພາຍໃນຮ້ານ ແລ້ວສັ່ງຂອງກິນຫຼາຍຢ່າງ ເຈົ້າຂອງຮ້ານໄດ້ເລົ່າວ່າ: ຍິງຄົນດັ່ງກ່າວຍ່າງເຂົ້າມາແລ້ວໄດ້ສັ່ງອາຫານລາຍຈານ ພ້ອມມີເຂົ້າໜົມ ແລະ ເຄື່ອງດື່ມ ຈາກນັ້ນນາງກໍໄດ້ຍ່າງມາສັ່ງອີກແຕ່ຮອບນີ້ມີພິລຸດ ທາງດ້ານເຈົ້າຂອງຮ້ານຈຶ່ງໂທໃຫ້ແຟນມາເບິ່ງຊ່ວຍ, ຕໍ່ມາຍິງຄົນດັ່ງກ່າວກິນອາຫານຈົນເກືອບໝົດແລ້ວ ກ່ອນທີ່ຈະລຸກຂຶ້ນພະຍາຍາມຍ່າງອອກໄປ ແຕ່ແຟນເຈົ້າຂອງຮ້ານເຫັນກ່ອນຈຶ່ງໄດ້ຍ່າງໄປຂໍເກັບເງິນນຳຈຳນວນ 320 ບາດ ຫຼື ປະມານ ເກືອບ 2 ແສນກີບ ພ້ອມກັບຕຳຫຼວດທີ່ຢູ່ໜ້າຮ້ານ ແຕ່ຍິງຄົນດັ່ງກ່າວເວົ້າວ່າ “ຂ້ອຍຕ້ອງຈ່າຍບໍ່ ຂ້ອຍເປັນເທບ”

ຈາກນັ້ນຕຳຫຼວດຈຶ່ງພາຍິງຄົນດັ່ງກ່າວໄປ ສຳນັກງານຕຳຫຼວດເມືອງຂອນກ່ອນ ເຊິ່ງທາງເຈົ້າຂອງຮ້ານກໍບໍ່ໄດ້ເອົາຜິດນຳ ເພາະຖ້າຫານຢາກກິນກໍໃຫ້ບອກກັນດີໆ ພ້ອມທີ່ຈະໃຫ້ກິນຟຣີ ແຕ່ຕຳຫຼວດເວົ້າວ່າ: ຍິງຄົນດັ່ງກ່າວຄ້າຍຄົນສະຕິບໍ່ດີເຊິ່ງກ່ອນໜ້າທີ່ຈະເຂົ້າຮ້ານກ້ວຍຕຽວ ກໍໄດ້ຍ່າງເຂົ້າຮ້ານສະດວກຊື້ ແລະ ໄດ້ພະຍາຍາມຈະລັກເຄື່ອງແຕ່ຖືກເຫັນເສຍກ່ອນ.

ທີ່ມາ: ຂ່າວສົດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...