Homeຂ່າວພາຍ​ໃນດ່ານສາກົນຂົວມິດຕະພາບ 3 ເລັ່ງປັບປຸງພື້ນຖານໂຄງລ່າງຮອງຮັບ ປີທ່ອງທ່ຽວ 2024

ດ່ານສາກົນຂົວມິດຕະພາບ 3 ເລັ່ງປັບປຸງພື້ນຖານໂຄງລ່າງຮອງຮັບ ປີທ່ອງທ່ຽວ 2024

Published on

ດ່ານສາກົນ ຂົວມິດຕະພາບ ແຫ່ງທີ 3 ແຂວງຄໍາມ່ວນ ເລັ່ງປັບປຸງພື້ນຖານໂຄງລ່າງພາຍໃນດ່ານ ແນໃສ່ອຳນວຍຄວາມສະດວກໃນການບໍລິການ ການເດີນທາງ ເຂົ້າ-ອອກ ລາວ-ໄທ ຂອງພົນລະເມືອງ, ພາຫະນະ ແລະ ອື່ນໆ ໃຫ້ດີຂຶ້ນ ເພື່ອຮອງຮັບໃຫ້ແກ່ປີທ່ອງທ່ຽວລາວ 2024.

ທ່ານ ພັນເອກ ພົມມາ ເດດຂຸມຟອງ ຫົວໜ້າດ່ານຂົວມິດຕະພາບ 3 ແຂວງຄໍາມ່ວນ ໄດ້ກ່າວວ່າ: ເພື່ອເປັນການຮອງຮັບໃຫ້ແກ່ການເປີດປີທ່ອງທ່ຽວປີ 2024 ນີ້, ດ່ານສາກົນຂົວມິດຕະພາບ 3 ໄດ້ເອົາໃຈ ໃສ່ຢ່າງຕັ້ງໜ້າ ໃນການປັບປຸງ ພື້ນຖານໂຄງລ່າງຂອງດ່ານ ແນໃສ່ສ້າງສະພາບແວດລ້ອມຂອງດ່ານສາກົນ ກໍຄື ຂອງແຂວງຄໍາມ່ວນ ໃຫ້ດີຂຶ້ນ ໂດຍໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກການນໍາພັກ-ລັດ ກໍຄື ການນໍາຂັ້ນແຂວງ. ໃນນີ້, ໄດ້ສຸມໃສ່ປັບປຸງ, ສ້ອມແປງທາງເບຕົງໃນດ່ານ ຂາອອກ ໃຫ້ສໍາເລັດ, ປັບປຸງຂອດການບໍລິການຜ່ານດ່ານ ແລະ ການເກັບຄ່າບໍລິການ ຈາກທີ່ເຄີຍນໍາໃຊ້ຄົນ ປັດຈຸບັນແມ່ນໄດ້ຫັນມານໍາໃຊ້ເຄື່ອງທັນສະໄໝ( Ec parst) ເຮັດໃຫ້ການບໍລີການວ່ອງໄວ, ໂປ່ງໄສ ແລະ ສະດວກສະບາຍຂຶ້ນກວ່າເກົ່າ, ປັບປຸງລະບົບໄຟຟ້ານັບແຕ່ທາງເລກທີ 13 ໃຕ້ ເຂົ້າຫາດ່ານ ຮອດກາງຂົວ. ນອກນັ້ນ, ກໍປັບປຸງໄຟເຍືອງປ້າຍແຕ່ລະຈຸດ, ໄຟໃນອາຄານດ່ານ, ປັບປຸງສ້ອງແປງ ແລະ ທາສີໃໝ່ໃນຕຶກອາຄານດ່ານ, ປັບປຸງຟື້ນຟູສວນຂຽວ ແລະ ປັບປຸງລະບົບນໍ້າປະປາຄືນໃໝ່.

ທ່ານ ພັນເອກ ພົມມາ ເດດຂຸມຟອງ ຍັງໃຫ້ຮູ້ອີກວ່າ: ນັບແຕ່ປີ 2023 ມາຮອດປັດຈຸບັນ ມີຄົນເຂົ້າ-ອອກ ດ່ານສາກົນ ຂົວມິດຕະພາບ ແຫ່ງທີ 3 ແຂວງຄໍາມ່ວນ ທັງໝົດ 39.100 ກວ່າຄົນ, ຍິງ 13.600 ກວ່າຄົນ. ໃນນີ້, ຂາເຂົ້າມີ 17.600 ຄົນ, ຍິງ 6 ພັນກວ່າຄົນ ແລະ ຂາອອກ 20 ພັນກວ່າຄົນ, ຍິງ 7 ພັນກວ່າຄົນ; ພາຫະນະ ຂາເຂົ້າ 11 ພັນກວ່າຄັນ ແລະ ຂາອອກ 8 ພັນກວ່າຄັນ.

ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...