Homeຂ່າວຕ່າງປະເທດຍູທູບເບີຊາວອາເມຣິກາ ຖືກສານສັ່ງຈຳຄຸກ 6 ເດືອນຂໍ້ຫາຕັ້ງໃຈເຮັດເຮືອບິນຕົກ

ຍູທູບເບີຊາວອາເມຣິກາ ຖືກສານສັ່ງຈຳຄຸກ 6 ເດືອນຂໍ້ຫາຕັ້ງໃຈເຮັດເຮືອບິນຕົກ

Published on

ອີງຕາມສຳນັກຂ່າວ ບິບິຊີ ລາຍງານໃນວັນທີ 6 ທັນວາ 2023, ໄດ້ມີຍູທູບເບີຊາວອາເມຣິກາ ຊື່ວ່າ ທ້າວ ເທເວີ ເຈຄັອບ ອາຍຸ 30 ປີໍ ເປັນອາດີດນັກກິລາສະໂນບອດໂອລິມປິກ ໄດ້ໂພສຄລິບວີດີໂອເມື່ອຕົ້ນເດືອນທັນວາຜ່ານມາ, ເປັນເຫດການທີ່ເຂົາຂັບເຮືອບິນນ້ອຍທີ່ມີກ້ອງຕິດຕາມຫຼາຍມຸມ ໄດ້ຂັບອອກຈາກສະໜາມບິນເທີ່ເມືອງ ຊານຕາບາບາຣາ ໃນລັດເຄລິຟໍເນຍ ຂຶ້ນໄປບໍລີເວນເທິງພູເຂົາ ກ່ອນທີ່ເຂົາຈະໂດດຈ້ອງລົງມາ ໃນຂະນະທີ່ເຮືອບິນຖືກຖິ້ມໄວ້ກາງອາກາດ ແລະ ໃນທີ່ສຸດເຮືອບບິນລຳດຳກ່າວກໍຕົກໃນບລິເວນເທິງພູ ອຸທະຍານແຫ່ງຊາດລອສ ປາເດສ ວີດີໂອດັ່ງກ່າວໄດ້ເຜີຍແຜ່ອອກໄປຈົນມີຍອດວິວຫຼາຍກວ່າ 4.4 ລ້ານວິວ.

ຫຼ້າສຸດເມື່ອວັນທີ 5 ທັນວາ 2023 ສານໃນລັດເຄລິຟໍເນຍສັ່ງຈຳຄຸກ ທ້າວ ເຈຄັອບເປັນເວວລາ 6 ເດືອນ ໃນຂໍ້ຫາທຳລາຍຊັບສິນ ແລະ ປົກປິດຄສາມຜິດ ທາງອາຍາ 1 ຂໍ້ຫາ ໂດຍມີເຈດຕະນາຂັດຂວາງການສອບສວນຂອງລັດທະບານກາງ ໄອຍະການລະບຸວ່າ: ຈຳເລີຍມີຄວາມຜິດທີ່ບໍ່ໄດ້ຕັ້ງໃຈຂັບໄປຮອດຈຸດໝາຍປາຍທາງຢູ່ແລ້ວ ແຕ່ຕັ້ງໃຈທີ່ຈະປ່ອຍໃຫ້ເຮືອບິນຕົກ ໂດຍເປັນການສ້າງຄອນເທັ້ນໃນສັງຄົມອອນລາຍ ເພື່ອໃຫ້ໄດ້ຍອດວິວທີ່ສູງ ແລະ ປະໂຫຍດທາງການເງິນ.

ນອກຈາກນີ້ຫຼັງເກີດເຫດເຂົາໄດ້ລາຍງານກ່ຽວກັບອຸບັດຕິເຫດຕໍ່ຂະນະກຳມະການຄວາມປອດໄພການຂົນສົ່ງແຫ່ງຊາດ ໂດຍຕົວະວ່າບໍ່ຮູ້ຈຸດເກີດເຫດທີ່ເຮືອບິນຕົກ ແຕ່ຕໍມາເົຂາໄດ້ເດີນທາງດ້ວຍເຮລິຄອບເຕີໄປເກັບ ແລະ ຂົນຍ້ານຊາກເຮືອບິນກ່ອນຈະລຳລາຍຖິ້ມໃນເວລາຕໍ່ມາ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...