spot_img
Homeຂ່າວຄາດຕະກຳແຟນສາວປະຕິເສດໃຫ້ນອນນຳກ່ອນຄາຕະກໍາເຊື່ອງໄວ້ສວນມັນຕົ້ນ

ແຟນສາວປະຕິເສດໃຫ້ນອນນຳກ່ອນຄາຕະກໍາເຊື່ອງໄວ້ສວນມັນຕົ້ນ

Published on

ໃນວັນທີ 27 ພະຈິກ 2023 ເຈົ້າໜ້າທີ່ຕຳຫຼວດ ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ນຳຕົວ ທ້າວ ເຢັ່ງກູ້ ອາຍຸ 42 ຢູ່ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ທີ່ກໍ່ເຫດຄາດຕະກໍາແຟນສາວ ໄປເຮັດແຜນປະກອບຄໍາສາລະພາບ ຢູ່ສວນມັນຕົ້ນເຂດຫົວພູຈຸຈີ່ ເຂດບບ້ານຜາເມືອງ ເພື່ອສະຫຼຸບສໍານວນສົ່ງໃຫ້ໄອຍະການປະຊາຊົນສັ່ງຟ້ອງສານຕັດສິນຕາມກົດໝາຍ.

ເຊິ່ງຜູ້ເສຍຊີວິດຊື່ ນາງ ປາຢົ່ງ ອາຍຸ 28 ປີ, ປະຊາຊົນ ຢູ່ບ້ານໂນນໄຮ ເມືອງເຟືອງ ແຂວງວຽງຈັນ (ພັກອາໄສຊົ່ວຄາວຢູ່ທີ່ເມືອງບໍລິຄັນ ແຂວງບໍລິຄໄຊ).

ເຫດການເບື້ອງຕົ້ນເລີ່ມແຕ່ ວັນທີ 20 ພະຈິກ 2023 ທ້າວ ເຢັ່ງກູ້ ໄດ້ພັກວຽກ ແລ້ວຂັບຂີ່ລົດຈັກໄປຫາ ນາງ ປາຢົ່ງ ຢູ່ຮ້ານກິນດື່ມແຕ່ບໍ່ພົບແລ້ວກໍກັບອອກໄປ, ຕໍ່ມາເວລາ 16 ໂມງ ຜູ້ກ່ຽວໄດ້ກັບໄປ ເພື່ອຊັກຊວນເອົາຜູ້ຕາຍໄປຮ່ວມຫຼັບນອນນຳ, ຜູ້ຕາຍຈຶ່ງຍ່າງອອກມາແຕ່ຮ້ານ ແລ້ວຊ້ອນລົດຈັກອອກໄປນຳກັນ ເນື່ອງຈາກຜ່ານມາພວກກ່ຽວເຄີຍພົວພັນກັນແບບຊູ້ສາວນອນນຳກັນມາຫຼາຍຄັ້ງແລ້ວ; ໃນຄັ້ງນີ້ ທ້າວ ເຢັ່ງກູ້ ມາຮັບຕ້ອນຜູ້ຕາຍເພື່ອໄປຮ່ວມເພດ ແຕ່ຜູ້ຕາຍບໍ່ຍອມ ທ້າວ ເຢັ່ງກູ້ ຈຶ່ງໄດ້ໃຊ້ກຳລັງບັງຄັບດ້ວຍການໃຊ້ແຂນຮັດຄໍ ຂອງຜູ້ຕາຍແລ້ວລາກຈາກທາງເຂົ້າໄປສວນມັນຕົ້ນ ເມື່ອເຫັນວ່າ ສະພາບຂອງ ນາງ ປາຢົ່ງ ມີອາການໝົດແຮງບໍ່ສາມາດຊ່ວຍເຫຼືອຕົນເອງໄດ້, ບໍ່ມີອາການຕອບສະໜອງອາລົມທາງເພດເຮັດໃຫ້ ທ້າວ ເຢັ່ງກູ້ ເກີດຄວາມໃຈຮ້າຍ ຈຶ່ງໄດ້ເອົາເສື້ອແຂນສັ້ນຂອງຜູ້ຕາຍມາຮັດຄໍ ນາງປາຢົ່ງ ຈົນໝົດສະຕິ, ຈາກນັ້ນ ໄດ້ເອົາຜ້າສິ້ນຂອງຜູ້ຕາຍມາພັນຄໍຕື່ມອີກແລ້ວຫັກເອົາກົກມັນຕົ້ນມາສອດໃສ່ແລ້ວຫັນບິດເຂົ້າຕື່ມ ຈົນແນ່ໃຈວ່ານາງ ປາຢົ່ງ ເສຍຊີວິດແລ້ວ ກໍເອົາໃບໄມ້ປົກປິດໄວ້ ແລ້ວກໍ່ຂັບຂີ່ລົດຈັກກັບມາບ່ອນຜູ້ກ່ຽວເຮັດວຽກໃຊ້ຊີວິດເປັນປົກກະຕິ ຄືບໍມີຫຍັງເກີດຂື້ນ.

ພໍຕົກມາວັນທີ 23 ພະຈິກ 2023 ເຈົ້າໜ້າທີ່ຕຳຫຼວດ ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ເມືອງບໍລິຄັນ ໄດ້ຮັບການລາຍງານ ການຈັດຕັ້ງ ບ້ານຜາເມືອງ ວ່າ: ໄດ້ມີປະຊາຊົນພົບເຫັນຄົນເສຍຊີວິດ ຢູ່ສວນມັນຕົ້ນເຂດຫົວພູຈຸຈີ່, ຈາກນັ້ນ ໜ່ວຍງານວິຊາສະເພາະ ຈຶ່ງໄດ້ລົງສົມທົບກັບ ປກສ ກຸ່ມ ຜາເມືອງ ເມືອງ ບໍລິຄັນ, ພາກສ່ວນທີ່ກ່ຽວຂ້ອງລົງໄປສະຖານທີ່ເກີດເຫດ ຈຶ່ງໄດ້ຮູ້ວ່າ ຜູ້ເສຍຊີວິດແມ່ນນາງ ປາຢົ່ງ, ພາຍຫຼັງລົງເກັບກຳຂໍ້ມູນຫຼັກຖານ ແລະ ສອບສວນພະຍານແວດລ້ອມ ແລະ ພາບຈາກກ້ອງວົງຈອນ, ຈຶ່ງຮູ້ເປົ້າໝາຍຊື່ ທ້າວ ເຢັ່ງກູ້.

ມາໃນວັນທີ 27 ພະຈີກ 2023 ເຈົ້າໜ້າທີ່ຕໍາຫຼວດ ກໍໄດ້ເຂົ້າກັກຕົວ ທ້າວ ເຢັ່ງກູ້ ໄປດຳເນີນການສືບສວນ-ສອບສວນ ໂດຍ ທ້າວ ເຢັ່ງກູ້ ຮັບຄຳສາລະພາບວ່າ: ເປັນຜູ້ລົງມືກໍ່ເຫດຄາດຕະກຳ ນາງ ປາຢົ່ງ ແທ້, ສາເຫດ ແລະ ແຮງຈູງໃຈຍ້ອນຢາກຮ່ວມເພດສຳພັນກັບຜູ້ຕາຍ, ແຕ່ຜູ້ຕາຍບໍ່ສົມຍອມໃຫ້ຄວາມຮ່ວມມື ຈຶ່ງເກີດມີອາລົມຢາກຮ້າຍ ແລ້ວລົງມືຄາຕະກຳ.

ແຫຼ່ງຂ່າວ ວາລະສານຄວາມສະຫງົບ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...