spot_img
Homeຂ່າວທ້ອງຖິ່ນທຳລາຍສັດປ່າຄຸ້ມຄອງ ແລະ ສັດສະຫງວນທີ່ຢຶດມາໄດ້ ມີນ້ຳໜັກທັງໝົດ 114,1 ກິໂລ

ທຳລາຍສັດປ່າຄຸ້ມຄອງ ແລະ ສັດສະຫງວນທີ່ຢຶດມາໄດ້ ມີນ້ຳໜັກທັງໝົດ 114,1 ກິໂລ

Published on

ວັນທີ 1 ທັນວາ 2023 ຜ່ານມາ, ທີ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ຈັດພິທີທຳລາຍສັດປ່າທີ່ຢຶດມາໄດ້ຕາມທ້ອງຕະຫຼາດ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນທະໄຫວ ໂດໄລສານ ຮອງເຈົ້າເມືອງໆຍົມມະລາດ, ທ່ານ ພົມມາ ຈັນທະວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ມີບັນດາທ່ານຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ເຊິ່ງໜ່ວຍງານກວດປ່າໄມ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງກວດກາ ຕະຫຼາດບ້ານໂຄກສະຫວ່າງ ເມືອງຍົມມະລາດ ແຂວງຄຳມ່ວນ ຜົນການກວດກາໄດ້ພົບເຫັນການລັກລອບຊື້ – ຂາຍສັດປ່າຄຸ້ມຄອງ ແລະ ສັດປ່າສະຫງວນທີ່ຜິດຕໍ່ລະບຽບກົດໝາຍ ສັດນ້ຳ – ສັດປ່າ ທັງວາງຂາຍ ແລະ ຊຸກເຊື່ອງຢູ່ກ້ອງໂຕະ ຈຳນວນ 88 ໂຕ ມີນ້ຳໜັກລວມທັງໝົດ 114,1 ກິໂລກຼາມ ເຊິ່ງປະກອບມີ: ກະຮອກ ຈໍານວນ 19 ໂຕ ມີນ້ຳໜັກຈຳນວນ 5,8 ກິໂລ, ອົ້ນ ຈຳນວນ 2 ໂຕ ນ້ຳໜັກ 2 ກິໂລ, ເຫງັນ ຈໍານວນ 4 ໂຕ ມີນ້ຳໜັກຈຳນວນ 4,7 ກິໂລ, ໜູຫວາຍ ຈຳນວນ 12 ໂຕ ມີນ້ຳໜັກຈຳນວນ 4,9 ກິໂລ, ບ່າງລົ້ວ ຈຳນວນ 27 ໂຕ ມີນ້ຳໜັກຈຳນວນ 53,2 ກິໂລ, ຂາດາງ ຈໍານວນ 2 ໂຕ ມີນ້ຳໜັກຈຳນວນ 3 ກິໂລ, ຂະຍຸ 8 ໂຕ ມີນ້ຳໜັກຈຳນວນ 3,5 ກິໂລ, ນົກຫອນຈຸກ 14 ໂຕ, ຊີ້ນສ່ວນໝູປ່າ ຈຳນວນ 36 ກິໂລ ແລະ ຊີ້ນຟານຈໍານວນໜຶ່ງ.

ລວມມີນ້ຳໜັກທັງໝົດ 114,1 ກິໂລ ສ່ວນເຈົ້າຂອງສັດປ່າແມ່ນໄດ້ເອົາຕົວຫລົບໜີໄປ ຫຼັງຈາກນັ້ນ, ທາງໜ່ວຍງານປ່າໄມ້ ກໍ່ໄດ້ເຮັດບົດບັນທຶກອາຍັດໄວ້ ແລະ ນຳມາເກັບຮັກສາໄວ້ທີ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ. ຫຼັງຈາກນັ້ນ, ໃນວັນທີ 1 ທັນວາ 2023 ທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກໍ່ໄດ້ຈັດພິທີທຳລາຍ ຊິ້ນສ່ວນສັດທີ່ຢຶດມາໄດ້ແມ່ນນຳມາທຳລາຍດ້ວຍວິທີການຝັງດິນ.
ທີ່ມາ: Media Laos

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...