spot_img
Homeຂ່າວພາຍ​ໃນປກສ ເມືອງປາກຊັນ ສຶກສາອົບຮົມ ເຈົ້າຂອງຮ້ານກິນດຶ່ມ ແອບແຝງຄ້າປະເວນີ

ປກສ ເມືອງປາກຊັນ ສຶກສາອົບຮົມ ເຈົ້າຂອງຮ້ານກິນດຶ່ມ ແອບແຝງຄ້າປະເວນີ

Published on

ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ໄດ້ກວດກາຮ້ານກິນດື່ມຢູ່ເທດສະບານ ເມືອງ ປາກຊັນ ໄດ້ພົບເຫັນ 15 ຮ້ານທີ່ແອບແຝງຄ້າປະເວນີ, ມີສາວບໍລິການ 32 ຄົນ, ສະນັ້ນ, ຈຶ່ງໄດ້ນໍາຕົວເຈົ້າຂອງຮ້ານ ແລະ ສາວບໍລິການເຂົ້າມາສຶກສາອົບຮົມ ຢູ່ກອງບັນຊາການ ປກສ ເມືອງ ປາກຊັນ ໃນວັນທີ 28 ພະຈິກ 2023 ໂດຍສຶກສາອົບຮົມຂອງ ພັທ ພະນົມໄພ ສີຫາວົງ ຫົວໜ້າພະແນກຕຳຫຼວດ ປກສ ເມືອງ ປາກຊັນ, ມີເຈົ້າໜ້າ ທີ່ກ່ຽວຂ້ອງພາຍໃນ ປກສ ເມືອງເຂົ້າຮ່ວມ.

ການສຶກສາອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ທີ່ມີຕໍ່ປະຊາຊົນບັນດາເຜົ່າ ໃນການດໍາລົງຊີວິດທໍາມາຫາກິນທີ່ຖືກຕ້ອງຕາມລະບຽບກົດໝາຍຂອງບ້ານເມືອງ ກໍຄືສິດທິມະນຸດຂອງແມ່ຍິງລາວ, ຮີດຄອງປະເພນີ, ມູນເຊື້ອອັນດີງາມຂອງຊາດ, ແມ່ຍິງລາວແມ່ນມີນໍ້າໃຈໂອບເອື້ອອາລີ, ມີຄວາມອ່ອນນ້ອມຖ່ອມຕົນ, ສຸພາບຮຽບຮ້ອຍ, ດຸໝັ່ນຂະຫຍັນພຽນ ແລະ ມີຄອບຄົວເປັນຜົວດຽວເມຍດຽວ.

ໃນປັດຈຸບັນ ໃນຍຸກໂລກາວິວັດ, ຍຸກທີ່ຂໍ້ມູນ-ຂ່າວສານບໍ່ມີພົມແດນ ໄດ້ເຮັດໃຫ້ວັດທະນະທໍາທີ່ເປັນເອກະລັກຂອງຊາດກໍ່ຄືແມ່ຍິງລາວໄດ້ຮັບຜົນສະທ້ອນຢ່າງຫຼວງຫຼາຍ ເຊິ່ງໄດ້ເຮັດໃຫ້ແນວຄິດ, ແບບແຜນການດໍາລົງຊີວິດຂອງແມ່ຍິງລາວຈໍານວນໜຶ່ງປ່ຽນໄປ, ເຮັດໃຫ້ມີການດໍາລົງຊີວິດແບບຟຸມເຟືອຍ, ນິຍົມວັດຖຸ, ເຄື່ອງຂອງລາຄາແພງ, ການນຸ່ງຖືກໍ່ຂັດຕໍ່ຮີດຄອງປະເພນີອັນດີງາມຂອງຊາດ, ຮ້າຍແຮງໄປກວ່ານັ້ນແມ່ຍິງຈໍານວນໜຶ່ງແມ່ນຍອມຂາຍສັກສີຂອງຕົນເອງເພື່ອແລກກັບວັດຖຸເງິນຄໍາລ້ຽງຊີບດ້ວຍການປະຕິບັດຕົນຜິດກັບຄຸນລັກສະນະທີ່ເປັນມູນເຊື້ອອັນດີງາມຂອງແມ່ຍິງ, ຜິດຕໍ່ຮີດຄອງປະເພນີອັນດີງາມຂອງຊາດ ທັງຜິດຕໍ່ລະບຽບກົດໝາຍຂອງບ້ານເມືອງໃນມາດຕາ 215 ວ່າດ້ວຍການຄ້າມະນຸດ, ມາດຕາ 253 ການບັງຄັບໃຫ້ເປັນໂສເພນີ ແລະ ມາດຕາ 254 ການຄ້າປະເວນີຂອງບຸກຄົນອື່ນ, ພ້ອມນັ້ນ, ໄດ້ຍົກໃຫ້ເຫັນເຖິງຂໍ້ກໍານົດກົດລະບຽບຂອງການຄຸ້ມຄອງທຸລະກິດຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານທີ່ບັນເທີງ ໃຫ້ຜູ້ປະກອບການໄດ້ຮັບຊາບ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງຕື່ມອີກ.

ທີ່ມາ: ຄວາມສະຫງົບນະຄອຍນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...