spot_img
Homeຂ່າວເຫດການຖະແຫຼງຊີ້ແຈງຕໍ່ກັບເຫດການເດັກນ້ອຍຖືກມັດແຂນໄຂວ່ຫຼັງຫ້ອຍໄວ້ຢູ່ຮາວຕາກເຄື່ອງ.

ຖະແຫຼງຊີ້ແຈງຕໍ່ກັບເຫດການເດັກນ້ອຍຖືກມັດແຂນໄຂວ່ຫຼັງຫ້ອຍໄວ້ຢູ່ຮາວຕາກເຄື່ອງ.

Published on

ໃນວັນທີ 27 ພະຈິກ 2023 ນີ້ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ຖະແຫຼງຊີ້ແຈງຕໍ່ກັບເຫດການທີ່ເກີດຂື້ນ ໃນຄັ້ງວັນທີ 23/11/2023 ທີ່ໄດ້ມີບຸກຄົນເອົາຄລິບເດັກນ້ອຍ ເພດຍິງ ຖືກມັດແຂນໄຂວ່ຫຼັງຫ້ອຍໄວ້ຢູ່ຮາວຕາກເຄື່ອງ ລົງຢູ່ໃນສື່ສັງຄົມອອນລາຍ, ເຟສບຸກ, ຕິກຕ໋ອກ. ເຊິ່ງເຫດການດັ່ງກ່າວມີຫຼາຍຄົນພົບເຫັນ ແລະ ໄດ້ເບິ່ງຕ່າງກໍ່ມີຄໍາຄິດ, ຄໍາເຫັນຕ່າງໆນາໆ ແລະ ກາຍເປັນກະແສ ວິພາກວິຈານ ໃນສື່ສັງຄົມອອນລາຍຢ່າງໝັກໜ່ວງ ກ່ຽວກັບການກະທໍາຂອງຜູ້ໃຫຍ່ຕໍ່ເດັກນ້ອຍທີ່ໄຮ້ດຽງສາ ຢ່າງທາລຸນ ແລະ ບໍ່ສົມເຫດສົມຜົນ ຫຼື ເອີ້ນວ່າເກີນກວ່າເຫດ.

ພາຍຫຼັງໄດ້ມີຄລິບລົງໃນສື່ສັງຄົມອອນລາຍ ອົງການປົກຄອງແຂວງ, ການນໍາແຂວງ ກໍໄດ້ຊີ້ນໍາໃຫ້ກອງບັນຊາການປກສ ແຂວງ, ພະແນກແຮງງານ-ສະຫວັດດີການສັງຄົມແຂວງ ແລະ ສະຫະພັນແມ່ຍິງແຂວງສົມທົບກັບອົງການປົກຄອງເມືອງ ແລະ ໃນນາມຄະນະກໍາມາທິການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ວຽກແມ່ ແລະ ເດັກຂັ້ນແຂວງ, ຄະນະກໍາມະການເພື່ອປົກປ້ອງສັງຄົມຂັ້ນແຂວງ ລົງໄປເກັບກໍາຂໍ້ມູນ ແລະ ກວດສອບສະຖານທີ່ເກີດເຫດ ຢູ່ທີ່ ບ້ານໂພນແກ້ວ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໃຫ້ຮູ້ລາຍລະອຽດຂໍ້ມູນດັ່ງກ່າວ, ຜ່ານການລົງເກັບກໍາຂໍ້ມູນຂອງພາກສ່ວນທີ່ກ່ຽວຂ້ອງ ຕໍ່ກັບເຫດການດັ່ງກ່າວນັ້ນແມ່ນມີມູນຄວາມຈິງແທ້, ຍ້ອນວ່າຜູ້ເປັນແມ່ຢາກໃຫ້ລູກເຂັດຫຼາບ ເພາະເດັກນ້ອຍຄົນດັ່ງກ່າວມັກລັກເງິນພໍ່ແມ່ເລື້ອຍໆ ຊຶ່ງລາຍລະອຽດຂອງເຫດການມີດັ່ງນີ້: ໃນຕອນເຊົ້າຂອງວັນທີ 23/11/2023 ເວລາ 08 ໂມງ 15 ນາທີ ໄດ້ມີທ້າວ ລາວ ຊົງ ອາຍຸ 42 ປີ, ອາຊີບປະຊາຊົນ ເຊິ່ງແມ່ນຜົວຂອງ ນາງ ເຢັ່ງ ຢ່າງ ອາຍຸ 32 ປີ, ອາຊີບປະຊາຊົນ ຢູ່ບ້ານໂພນແກ້ວ ເມືອງໄຊຍະບູລີ; ດ້ວຍຄວາມໃຈຮ້າຍຍ້ອນວ່າລູກສາວຜູ້ນີ້ຜ່ານມາເຄີຍລັກເງິນພໍ່ແມ່ຫຼາຍຄັ້ງ, ເວົ້າບໍ່ຟັງຄວາມ ຈາກນັ້ນຜູ້ເປັນແມ່ຈຶ່ງໃຊ້ເຊືອກມັດແຂນໄຂວ່ຫຼັງ ນາງ ເລຍຊົງ ອາຍຸ 08 ປີ (ຜູ້ເປັນລູກສາວ) ຫ້ອຍໄວ້ຮາວຕາກເຄື່ອງຂ້າງເຮືອນ, ເພື່ອໃຫ້ລູກສາວເຂັດຫຼາບ, ຈາກນັ້ນລູກສາວຈຶ່ງໄດ້ສາລະພາບແມ່ວ່າໄດ້ລັກເອົາເງິນຂອງແມ່ ຈໍານວນ 2,000 ກີບ ທີ່ຢູ່ໃນຖົງເຄື່ອງນັ້ນ.

ຫຼັງຈາກນັ້ນ ນາງ ເຢັ່ງ ຢາງ ຜູ້ເປັນແມ່ ໄດ້ຂີ່ລົດນໍາຜົວໄປສົ່ງແຮງງານທີ່ມາເກັບກູ້ໝາກເດືອຍ ແລະ ຜູ້ກ່ຽວກໍ່ໄດ້ຮ້ອງບອກຜູ້ເປັນແມ່ເຖົ້າໃຫ້ແກ້ມັດໃຫ້ນາງ ເລຍ ຊົງ. ເວລານັ້ນໄດ້ມີ ທ້າວ ເອ ຢາງ ເຊິ່ງເປັນນ້ອງຊາຍຂອງ ນາງ ເຢັ່ງ ຢາງ ໄດ້ຜ່ານມາເຫັນຈຶ່ງໄດ້ ຖ່າຍຄິບ ເອົາລົງ ເຟຼສບຸກ ຂອງຕົນເອງ ແລະ ເປັນຜູ້ຊ່ວຍແກ້ເຊືອກໃຫ້ ນາງ ເລຍ ຊົງ ດ້ວຍຄວາມປອດໄພ. ແຕ່ຕໍ່ເຫດການດັ່ງກ່າວນັ້ນ ເຊິ່ງໄດ້ມີຫຼາຍຄົນໄດ້ເຂົ້າມາສະແດງຄວາມຄິດເຫັນຫຼາຍຢ່າງ ໂດຍສະເພາະແມ່ນສະແດງຄວາມຄິດເຫັນຕໍ່ກັບການກະທໍາຂອງຜູ້ໃຫຍ່ ຕໍ່ເດັກນ້ອຍທີ່ໄຮ້ດຽງສາ.

ດັ່ງນັ້ນ, ໃນວັນທີ 25/11/2023 ເພື່ອເປັນການປົກປ້ອງສິດທິເດັກທີ່ຖືກໃຊ້ຄວາມຮຸນແຮງຈາກ ຜູ້ປົກຄອງ, ສັງຄົມ. ໂດຍໄດ້ຮັບການຊີ້ນໍາຈາກຄະນະປະຈໍາພັກແຂວງ, ສະນັ້ນ, ຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງຈຶ່ງໄດ້ລົງໄປແກ້ໄຂ ພ້ອມທັງເຮັດບົດບັນທຶກ ສຶກສາອົມຮົມ ໃຫ້ກັບຜູ້ປົກຄອງ, ຜູ້ທີ່ຖ່າຍຄລິບ ຢູ່ທີ່ບ້ານ ໂພນແກ້ວ ເມືອງໄຊຍະບູລີ ແຂວງໄຊຍະບູລີ ແລະ ໄດ້ໃຫ້ທ້າວ ເອ ຢາງ ຜູ້ເປັນອາວທີ່ຖ່າຍຄລິບນັ້ນ, ຖ່າຍເອົາ ຄລິບການສາລະພາບ ແລະ ຄໍາຂໍໂທດຂອງຜູ້ເປັນພໍ່ທີ່ມີການກະທໍາທາລຸນລູກ, ເອີ້ນວ່າທໍາເກີນກວ່າເຫດນັ້ນ ມາຊີ້ແຈງ ແລະ ຂໍໂທດຕໍ່ການຈັດຕັ້ງ ແລະ ສັງຄົມໃຫ້ຊາບເຖິງເຫດການໃນຄວາມເປັນຈິງ.

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...