spot_img
Homeຂ່າວກິລາທັບນັກກິລາກະຕໍ້ລາວ ສ້າງຜົນງານລື່ນຄາດໝາຍຄວ້າ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ສອງງານໃຫຍ່ ທີ່ ສປ...

ທັບນັກກິລາກະຕໍ້ລາວ ສ້າງຜົນງານລື່ນຄາດໝາຍຄວ້າ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ສອງງານໃຫຍ່ ທີ່ ສປ ຈີນ

Published on

ທັບນັກກິລາກະຕໍ້ທີມຊາດລາວ ສ້າງຜົນງານໄດ້ລື່ນຄາດໝາຍຍາດໄດ້ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ໃນການແຂ່ງຂັນກະຕໍ້ນາໆຊາດ ໃນບັນດາສະມາຊິກປະເທດຂົງເຂດອາຊຽນ ຫຼື ລາຍການ 2023 ASEAN Cup International Sepaktakraw Invitational Tournament 2023 ລະຫວ່າງວັນທີ 17-21 ພະຈິກ ປະຈຳປີ 2023 ແລະ ການແຂ່ງຂັນກິລາກະຕໍ້ ເຊື່ອມສຳນພັນທະໄມຕີ ລະຫວ່າງປະເທດລຸ່ມແມ່ນໍ້າຂອງ ແລະ ຂົງເຂດອາຊຽນ ປະຈຳປີ 2023 ຫຼື ລາຍການ 2023 China Sepak Takraw open of Lancang-Mekong Cooperation ລະຫວ່າງວັນທີ 23-27 ພະຈິກ 2023 ທີ່ ສປ ຈີນ.

ໃນຕອນເຊົ້າວັນທີ 27 ພະຈິກ ຜ່ານມາ ທີ່ສະໜາມບິນສາກົນວັດໄຕ ທັບນັກກິລາກະຕໍ້ທີມຊາດລາວ ຊຸດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄວ້າ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ໃນການແຂ່ງຂັນກະຕໍ້ 2 ງານໃຫຍ່ ທີ່ສປ ຈີນ ເປັນເຈົ້າພາບ ໂດຍການນໍາພາຂອງທ່ານ ນາງ ເກດສຸດາ ເລັ່ງສະຫວັດ ຮອງຜູ້ອຳນວຍການສະຖາບັນກິລາ-ກາຍະກຳ ຫຼື ສບກ ທັງເປັນຫົວໜ້າຄະນະ ແລະ ທ່ານ ນາງ ຄໍາຫຼ້າ ເພັງສີດາລາ ຜູ້ອຳນວຍການໂຮງຮຽນພອນສະຫວັນກິລາ-ກາຍະກຳ ເປັນຜູ້ຈັດການທີມ ໄດ້ເດີນທາງກັບຈາກ ສປ ຈີນ ເຖິງສປປ ລາວ ນະຄອນຫຼວງວຽງຈັນ ມີບັນດາພໍ່ແມ່ພີ່ນ້ອງມາຕ້ອນຮັບ ແລະ ສະແດງຄວາມຍິນດີຕໍ່ຜົນງານດັ່ງກ່າວ.

ສະຫະພັນກິລາກະຕໍ້ແຫ່ງຊາດລາວ ໄດ້ສົ່ງທັບນັກກິລາກະຕໍ້ທີມຊາດລາວ ຊຶ່ງໄດ້ປະສົມກັບບັນດານັກສຶກສາຂອງສະຖາບັນກິລາ-ກາຍະກຳ ແລະ ໂຮງຮຽນພອນສະຫວັນກິລາ-ກາຍະກຳ ໄດ້ສົ່ງນັກກີລາຈຳນວນ 16 ຄົນ, ໃນນັ້ນ ມີຄະນະນຳ 2 ຄົນ, ຄູຝຶກ 2 ຄົນ ແລະ ນັກກິລາ 12 ຄົນ ໃນການເຂົ້າຮ່ວມ 2 ງານດັ່ງກ່າວ ສາມາດຕີລາຄາໄດ້ສູງພວກເຮົາສ້າງຜົນງານໄດ້ລື່ນຄາດໝາຍ ຄວ້າ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ເຊິ່ງລາຍການດັ່ງກ່າວມີ 6 ປະເທດເຂົ້າຮ່ວມ ປະກອບມີ ເຈົ້າພາບ ສປ ຈີນ, ສສ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ມຽນມາ ແລະ ສປປ ລາວ.

ສຳລັບຜົນງານໃນເຂົ້າຮ່ວມການແຂ່ງຂັນກິລາກະຕໍ້ນານາຊາດ ຊີງແຊ໋ມອາຊຽນ 2023 ລະຫວ່າງວັນທີ 17-21 ພະຈິກ ຜ່ານມາ ທີ່ເມືອງກຸຍຢາງ ທັບນັກກິລາກະຕໍ້ທີມຊາດລາວ ຍາດໄດ້ 1 ຫຼຽນເງິນ ແລະ 3 ຫຼຽນທອງ ແລະ ຜົນງານໃນການເຂົ້າຮ່ວມແຂ່ງຂັນກິລາກະຕໍ້ ເຊື່ອມສຳນພັນທະໄມຕີ ລະຫວ່າງປະເທດລຸ່ມແມ່ນໍ້າຂອງ ແລະ ຂົງເຂດອາຊຽນ ປະຈຳປີ 2023 ລະຫວ່າງວັນທີ 23-27 ພະຈິກ 2023 ທີ່ ສປ ຈີນ ສາມາດຍາດໄດ້ 2 ຫຼຽນຄຳ ຈາກປະເພດທີມດ່ຽວຊາຍ ແລະ ທີມ 4 ຄົນຊາຍ, 1 ຫຼຽນເງີນ ຈາກປະເພດທີມດ່ຽວຍິງ ແລະ 1 ຫຼຽນທອງຈາກປະເພດທີມ 4 ຄົນ.

ຂ່າວໂດຍ: ໜັງສືພິມສຶກສາ-ກິລາ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...