ການແຂ່ງຂັນຕີຄີປີນີ້ປະຊາຊົນເອົາຊະນະຝ່າຍລັດຖະກອນ 6-5 ເຮັດໃຫ້ບ້ານເມືອງຢູ່ເຢັນເປັນສຸກ

0
703

ປີນີ້, ບ້ານເມືອງຈະຢູ່ເຢັນເປັນສຸກ ອີງຕາມການສ່ຽງທວາຍ ແລະ ຄວາມເຊື່ອຂອງການແຂ່ງຂັນຕີຄີໃນງານບຸນນະມັດ ສະການພຣະທາດຫຼວງວຽງຈັນໃນປີ 2023, ການແຂ່ງຂັນຜົນປະກົດວ່າ: ຝ່າຍປະຊາຊົນ ເອົາຊະນະ ຝ່າຍລັດຖະກອນ ໄປ 6-5 ທີ່ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 27 ພະຈິກ 2023, ເຊິ່ງກົງກັບມື້ຂຶ້ນ 15 ຄ່ຳເດືອນສິບສອງລາວ ແລະ ເປັນມື້ສຸດ ທ້າຍຂອງບຸນພຣະທາດຫຼວງ.

ໃນຕອນບ່າຍມື້ສຸດທ້າຍຂອງບຸນພຣະທາດຫຼວງວຽງຈັນ ຂອງທຸກປີຈະມີການແຂ່ງຂັນຕີຄີ, ເຊິ່ງເປັນກີລາພື້ນເມືອງ ໂດຍ ໃນເວລາ 13:00 ໂມງໄດ້ມີພິທີໄປອັນເຊີນລູກຄີ ແລະ ແຫ່ງອ້ອມພະທາດຫຼວງ 3 ຮອບ ເພື່ອທວາຍຊາຕາຂອງບ້ານເມືອງໄດ້ (ຕາມຄວາມເຊື່ອທີ່ເລົ່າສືບຕໍ່ກັນມາ); ຫາກປີໃດ ຝ່າຍລັດຖະກອນຊະນະ ແມ່ນປີນັ້ນ ຝົນບໍ່ຕົກຕາມລະດູ, ຜົນຜະລິດບໍ່ສູງ ເຂົ້າໝາກປາແພງ, ມີໂຈນຂີ້ລັກງັດແງະຫຼາຍ, ເກີດພະຍາດລະບາດ, ແຕ່ຖ້າປີໃດຝ່າຍປະຊາຊົນ ຊະນະ ປີນັ້ນ ຝົນຟ້າເປັນໃຈ ຜົນຜະລິດໄດ້ຫຼາຍ, ເຂົ້າປາອາຫານ ເຫຼືອຢູ່ ເຫຼືອກິນ, ປະຊາຊົນຢູ່ເຢັນເປັນສຸກ ບ້ານເມືອງສະຫງົບສຸກ.

ທີ່ມາ: ຄວາມສະຫງົບ