spot_img
Homeຂ່າວພາຍ​ໃນໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພະຈິກ 2023

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພະຈິກ 2023

Published on

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ 2023 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 23 ພະຈິກ 2023 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດ ຖະບານ, ຜູ້ຕາງໜ້າກະຊວງເຂົ້າຮ່ວມແບບເຊິ່ງໜ້າ. ສ່ວນການນໍາຂອງບັນດາແຂວງ ແລະ ນະຄອນ ຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນການ ປະຈຳເດືອນທັນວາ 2023.

ກອງປະຊຸມລັດຖະບານຄັ້ງນີ້, ຈະດໍາເນີນໃນລະຫວ່າງວັນທີ 23-24 ພະຈິກ 2023 ຊຶ່ງເນື້ອໃນຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ຫົວຂໍ້ ດັ່ງນີ້: ລາຍງານວຽກງານພົ້ນເດັ່ນ ຂອງລັດຖະບານປະຈຳເດືອນພະຈິກ ແລະ ທິດທາງແຜນການປະຈຳເດືອນທັນວາ 2023, ຊຶ່ງລວມມີ:

  1. ລາຍງານໂດຍຫຍໍ້ການເຄື່ອນໄຫວວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ,
  2. ຮັບຟັງການນຳສະເໜີໂຄງການທົດລອງອອກຫຼຽນໂທເຄັນດີຈິຕອນ (Token) ແຮ່ຫາຍາກຂອງ ສປປ ລາວ ແລະ ບັນດາໂຄງການສະໜັບສະໜູນໂຄງການດັ່ງກ່າວ ເພື່ອສ້າງແຫຼ່ງລາຍຮັບໃໝ່ດຶງດູດເງິນຕາຕ່າງປະເທດເຂົ້າມາ ສປປ ລາວ;
  3. ຮ່າງດຳລັດ ວ່າດວ້ຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ,
  4. ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2024 ແລະ ແຜນ ການແກ້ໄຂຜົນການກວດສອບ;
  5. ຜ່ານບັນຊີໂຄງການລະດັບຊາດ ທີ່ສະໜັບສະໜູນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ທິດທາງແຜນການທ້າຍສະໄໝຮອດປີ 2025;
  6. ຮ່າງມະຕິຂອງລັດຖະບານ ວ່າດ້ວຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການປະຕິບັດມະຕິ 05/ຄບສພ, ລົງວັນທີ 5 ກັນຍາ 2023 ກ່ຽວກັບການສືບຕໍ່ຍູ້ແຮງ ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ;
  7. ຮ່າງດຳລັດວ່າດ້ວຍປ່າຜະລິດ ແລະ ຮ່າງດຳລັດ ວ່າດ້ວຍປ່າປ້ອງກັນ;
  8. ຮ່າງດຳລັດ ວ່າດ້ວຍກອງທຶນນໍ້າມັນເຊື້ອໄຟ ແລະ ລາຍງານກ່ຽວກັບວຽກງານຕ່າງປະເທດ ຊຶ່ງລວມມີ: ຮ່າງບູລິມະສິດ ສຳລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ຮ່າງແຜນຍຸດທະສາດ ການຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນ ຂອງ ສປປ ລາວ (Lao PDR’s Smooth Transition Strategy For LDC graduation).

ບັນດາຫົວຂໍ້ຂອງກອງປະຊຸມລັດຖະບານໃນເດືອນນີ້, ແມ່ນມີຄວາມສຳຄັນ ເພາະເປັນການຜັນຂະຫຍາຍມະຕິຂອງກອງປະຊຸມສູນກາງ ຄັ້ງທີ 7 ສະໄໝທີ XI ແລະ ມະຕິກອງປະຊຸມເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ ແລະ ແຜນເງິນຕາປີ 2024 ກໍຄື ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ລວມທັງແຜນບູລິມະສິດໃນການເປັນປະທານອາຊຽນປີ 2024; ກອງປະຊຸມຈະໄດ້ລົງເລິກປຶກສາຫາລື ບັນດາໜ້າວຽກຕົວຈິງ ແລະ ການແບ່ງຄວາມຮັບຜິດຊອບໃຫ້ບັນດາກະຊວງ ກໍຄື ທ້ອງຖິ່ນ ໂດຍຈະໄດ້ກຳນົດເປັນຕາຕະລາງ ແລະ ກຳນົດຄາດໝາຍເວລາໃນການຈັດຕັ້ງປະຕິບັດລະອຽດ ເພື່ອເປັນບ່ອນອີງໃນການຕິດຕາມ, ຊຸກຍູ້ຄວາມຄືບໜ້າ ແລະ ການສະຫຼຸບລາຍງານການຈັດຕັ້ງປະຕິບັດໃນທ້າຍປີ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...