Homeຂ່າວຕ່າງປະເທດໝໍເຖື່ອນຕົວະໃຫ້ແມ່ທາປູນ ເພື່ອຮັກສາມະເຮັງສຸດທ້າຍເສຍຊີວິດ

ໝໍເຖື່ອນຕົວະໃຫ້ແມ່ທາປູນ ເພື່ອຮັກສາມະເຮັງສຸດທ້າຍເສຍຊີວິດ

Published on

ອີງຕາມເວັບໄຊ້ຂ່າວຕ່າງປະເທດລຍງານໃນວັນທີ 9 ພະຈິກ 2023 ນີ້ວ່າ: ຍິງສາວຊາບຈີນຄົນໜຶ່ງເຂົ້າແຈ້ງຄວາມ ສະຖາບັນວິໄຈເນື້ອງອກ ແຫ່ງນຶ່ງໃນເມືອງອູ່ຫັ່ນ ເຂດຫູ່ເປີ່ຍຕອນກາງຂອງປະເທດຈີນ ຫຼັງແມ່ຂອງນາງໄດ້ກວດພົບວ່າເປັນມະເຮັງ ແລ້ວຖືກຕົວະໃຫ້ຈ່າຍເງິນ 200,000 ຢວນ ຫຼື ປະມານ ເກືອບ 700 ລ້ານກີບ ສຳລັບການຮັກສາດ້ວຍການເອົາປູນຊີມັງມາທາບໍລິເວນຜິວໜັງ ຈົນເຮັດໃຫ້ແມ່ຂອງນາງເສຍຊີວິດ.

ສື່ທ້ອງຖິ່ນໄດ້ລະບຸວ່າ: ຜູ້ຍິງຊາວຈີນໄດ້ເລົ່າວ່າ: ແມ່ຂອງນາງໄດ້ຮັບການກວດພະຍາດແລ້ວພົບວ່າເປັນມະເຮັງເຕົ້ານົມໄລຍະສຸດທ້າຍ ເມື່ອທ້າຍປີ 2021 ຈຶ່ງພະຍາຍາມຫາທາງຮັກສາແມ່ ພາຍຫຼັງໄດ້ຮັບຄຳແນະນຳຈາກໝູ່ຢູ່ສື່ສັງຄົມອອນລາຍໃຫ້ໄປພົບຜູ້ຊ່ຽວຊານດ້ານການຮັກສາມະເຮັງຄົນໜຶ່ງ ຈຶ່ງມີຄວາມຫວັງວ່າຈະຮັກສາໂຣກມະເຮັງໄດ້, ຍິງສາວກັບແມ່ໄດ້ເດີນທາງໄປພົບຊາຍຈີນຊື່ວ່າ: ແຊ່ອະວີ້ ເຈົ້າຂອງວິໄຈ ສະຖາບັນວິໄຈມະເຮັງອະວີ້ຊານເປົ່າ ໂດຍອ້າງວ່າສາມາດຄິດຄົ້ນຢາທີ່ກຳຈັດເຊວມະເຮັງໄດ້ ແລະ ຍັງສະແດງເອກະສານ ໃບຮັບຮອງຕ່າງໆ ທີ່ເບິ່ງນ້າເຊື່ອຖື.

ແມ່ຂອງລາວຈຶ່ງຕັດສິນໃຈຊື້ຢາຊຸດທຳອິດມີລາຄາ 20,000 ຢວນຫຼືປະມານ ເກືອບ 70 ລ້ານກີບ ເປັນຢາສຳລັບກິນເທົ່ານັ້ນ ໂດຍຕະຫຼອດໄລຍະໜຶ່ງປີ ຜູ້ຍິງແລະແມ່ຂອງນາງໄດ້ເດີນທາງຈາກຫຼຽວນິງ ໄປ ອູ່ຫັ່ນເພື່ອຮັບຢາມາຮັກສາເຖິງ 6 ຄັ້ງ ລວມເປັນເງິນ 200,000 ຢວນ. ນອກຈາກນີ້ ໝໍເຖື່ອນລາຍນີ້ຍັງຮັກສາແມ່ຂອງນາງໂດຍການເອົາເຂັມແທງໄປບໍລິເວນໜ້າເອິກໃຫ້ເລືອດອອກແລ້ວເອົາແກ້ວມາງວມເພື່ອດູດເລືອດອອກ ຫຼາຍກວ່າ 10 ຄັ້ງ ລວມເຖິງເອົາປູນຊີມັງມາທາບໍລິເວນກ້ອງຂີ້ແຮ້ທີ່ເປັນເຊື້ອມະເຮັງ ໂດຍອ້າງວ່າຈະຊ່ວຍລົດຂະໜາດກ້ອນເນື້ອຂອງມະເຮັງໄດ້ ແມ່ຂອງນາງໄດ້ເຮັດຕາມຄຳແນະນຳ ແຕ່ຫຼັງຈາກການຮັກສາດ້ວຍວິທີດັ່ງກ່າວເປັນເວລາ 2 ເດືອນ ຜິດໜັງເກີດການຕິດເຊື້ອຈົນເໜົ່າເປື່ອຍ.

ຈາກນັ້ນໃນເດືອນເມສາທີ່ຜ່ານມາ, ອາການຂອງແມ່ລາວໄດ້ຮ້າຍແຮງກວ່າເກົ່າໂດຍແພດໃນພື້ນທີ່ໄດ້ແຈ້ງຂ່າວເສົ້າໃຫ້ລູກວ່າ: ມະເຮັງໄດ້ແຜ່ລາມໄປທົ່ວຮ່າງກາຍຂອງແມ່ໝົ້ດແລ້ວ້ ສຸດທ້າຍເມື່ອເດືອນ ມິຖຸນາທີ່ຜ່ານມາແມ່ຂອງນາງກໍເສຍຊີວິດ.

ທາງດ້ານໝໍເຖື່ອໄດ້ອອກມາຍອມຮັບພາຍຫຼັງວ່າ: ຕົນ ແລະ ສະຖາບັນ ບໍ່ໄດ້ມີຄຸນນະສົມບັດທາງດ້ານການແພດຈັກໜ້ອຍ ຕົນພຽງແຕ່ມີໜ້າທີ່ຂາຍຜະລິດຕະພັນອາຫານເສີມເທົ່ານັ້ນ ແລະ ຍັງຮັບສາລະພາບອີກວ່າໄດ້ຊື້ໃບຮັບຮອງ ແລະ ເອກະສານຕ່າງໆ ໃນລາຄາບໍ່ຮອດ 10,000 ຢວນ ທາງອອນລາຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...