spot_img
Homeຂ່າວພາຍ​ໃນລັດຖະບານກຳນົດ 6 ເປົ້າໝາຍພັດທະນາພະລັງງານ ແລະ ບໍ່ແຮ່

ລັດຖະບານກຳນົດ 6 ເປົ້າໝາຍພັດທະນາພະລັງງານ ແລະ ບໍ່ແຮ່

Published on

ລັດຖະບານ ກໍຄື ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກຳນົດ 6 ເປົ້າໝາຍ ແລະ ວຽກຈຸດສຸມຕ່າງໆ ເຂົ້າໃນແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ (2021-2025) ແນໃສ່ເຮັດໃຫ້ວຽກງານຕ່າງໆພາຍໃນກະຊວງ ໂດຍສະເພາະວຽກງານຄຸ້ມຄອງການຂຸດຄົ້ນແຮ່ທາດ ຢູ່ ສປປ ລາວ ດຳເນີນໄປຢ່າງໂລ່ງລ່ຽນ, ຖືກຕ້ອງຕາມລະບຽບການ ແລະ ກົດໝາຍ ຂອງ ສປປ ລາວ ວາງອອກ.

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຮູ້ໃນໂອກາດຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 8 ພະຈິກ 2023 ນີ້ວ່າ: ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກຳນົດ 6 ເປົ້າໝາຍ ແລະ ວຽກຈຸດສຸມຕ່າງໆເຂົ້າໃນແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ (2021-2025) ຄື:

ເປົ້າໝາຍທີ 1 ການສໍາຫຼວດສ້າງຂໍ້ມູນພື້ນຖານດ້ານທໍລະນີສາດ ແລະ ແຮ່ທາດ ແລະ ປະເມີນຊັບພະຍາກອນແຮ່ທາດ ທົ່ວປະເທດ (ຕ້ອງບັນລຸ 2 ຄາດໝາຍ ແລະ 9 ວຽກຈຸດສຸມ) ປັດຈຸບັນ ຍັງບໍ່ທັນປະຕິບັດ ແລະ ກຳລັງຂຶ້ນແຜນຂໍງົບປະມານກັບລັດຖະບານ;

ເປົ້າໝາຍທີ 2 ການກຳນົດນະໂຍບາຍການບໍລິຫານຈັດການ-ຄຸ້ມຄອງ ແລະ ພັດທະນາແຮ່ທາດໃຫ້ເກີດຜົນປະໂຫຍດສູງສຸດ ຕາມທິດສີຂຽວ ແລະ ຍືນຍົງ (ຕ້ອງບັນລຸ 13 ຄາດໝາຍ ແລະ 13 ວຽກຈຸດສຸມ) ປັດຈຸບັນສຳເລັດສ້າງສູນວິໄຈແຮ່ທາດຫາຍາກ 1 ແຫ່ງ, ໂຮງງານຫຼອມແຮ່ຍັງຢູ່ໃນຂັ້ນຕອນຮ່ວມສຶກສາຄວາມເປັນໄປໄດ້, ສຳເລັດການສ້າງໂຮງງານປຸງແຕ່ງເກືອໂບຣມ ຈຳນວນ 2 ແຫ່ງ, ຄາດໝາຍຊຸກຍູ້ 33 ໂຄງການ, ປັດຈຸບັນ ຢູ່ໃນໄລຍະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ທາດ ໃຫ້ກ້າວເຂົ້າສູ່ການເຊັນສັນຍາສໍາປະທານພັດທະນາບໍ່ແຮ່ ໃຫ້ສຳເລັດພາຍໃນປີ 2025 ເຊິ່ງປັດຈຸບັນ ສຳເລັດ 24 ບໍລິສັດ, 50 ກິດຈະການ;

ເປົ້າໝາຍທີ 3 ການພັດທະນາກົນໄກບໍລິຫານຈັດການ, ການຄຸ້ມຄອງ, ຕິດຕາມກວດກາ ແລະ ການບັງຄັບໃຊ້ກົດໝາຍ (ຕ້ອງບັນລຸ 6 ຄາດໝາຍ ແລະ 13 ວຽກຈຸດສຸມ) ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ຍັງມີສິ່ງທ້າທ້າຍຫຼາຍຢ່າງ ເຊັ່ນ: ຂໍ້ຈຳກັດດ້ານບຸກຄະລາກອນ ແລະ ໂກຕ້າລັດຖະກອນໃໝ່ ທຽບໃສ່ຈຳນວນໂຄງການໃໝ່ທີ່ຖືກອະນຸຍາດ, ທຶນການສຶກສາຍົກລະດັບໃນວິຊາສະເພາະອັນຈຳເປັນຍັງຈຳກັດ, ຍັງອີງໃສ່ການຊ່ວຍເຫຼືອ, ການກຳນົດແຜນຝຶກອົບຮົມຍັງຕ້ອງເພີ່ມທະວີການຈຸດສຸມ, ການແບ່ງການຄຸ້ມຄອງ ແລະ ການສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນຕ້ອງໄດ້ຖືກເສີມຂະຫຍາຍ, ການກວດກາ, ຕິດຕາມ ແລະ ປະເມີນຜົນຕ້ອງໄດ້ຖືກປັບປຸງ ແນໃສ່ເພື່ອໃຫ້ມີຄວາມວ່ອງໄວ ປ້ອງກັນບັນຫາ ແລະ ສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນໄປພ້ອມກັນ, ພ້ອມນີ້, ດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການຕໍ່ຜູ້ລະເມີດ ໃນກິດຈະການກ່ຽວກັບແຮ່ທາດ ໃກ້ຈະສຳລັດແລ້ວພາຍໃນ ປີ 2024, ຄຳແນະນຳການ ວາງເງິນຄ້ຳປະກັນການປິດບໍ່ແຮ່ ຈະສຳເລັດໃນປີ 2023, ດຳລັດວ່າດ້ວຍແຮ່ທາດຫາຍາກ ຈະສຳເລັດແລ້ວພາຍໃນ ປີ 2024. ນອກນີ້, ຕ້ອງໄດ້ຂຸ້ນຂ້ຽວແກ້ໄຂບັນຫາໜີ້ສະສົມ ໃນໂຄງການ ປົກກະຕິ ທີ່ພົວພັນກັບການຈ່າຍຄ່າສຳປະທານ ແລະ ທຶນຕາມສັນຍາ (ຕົວເລກສະສົມປະມານ 20 ກວ່າລ້ານ ໂດລາສະຫະລັດ).

ສຳລັບ ເປົ້າໝາຍທີ 4 ສົ່ງເສີມການມີສ່ວນຮ່ວມ ໃນການຄຸ້ມຄອງ ແລະ ພັດທະນາຊັບພະຍາກອນແຮ່ທາດ (ຕ້ອງບັນລຸ 3 ຄາດ ໝາຍ ແລະ 4 ວຽກຈຸດສຸມ) ເຊິ່ງມີດຳຫຼລັດທຶນພັດທະນາຊຸມຊົນ ທີ່ຈະເປັນເງື່ອນໄຂການມີສ່ວນຮ່ວມໃນໂຄງການຂອງບັນດາພາກສັງຄົມ ແລະ ຊຸມຊົນ, ຄາດໝາຍການ ສົ່ງເສີມການນຳໃຊ້ແຮງງານລາວໃນພາກອຸດສາຫະກຳ-ບໍ່ແຮ່ໃຫ້ເພີ່ມຂຶ້ນຕາມລຳດັບ ແລະ ບັນລຸ 90% ເຊິ່ງປັດຈຸບັນ ແມ່ນບໍ່ຫລຸດ 10.000 ຄົນຕໍ່ປີ;

ເປົ້າໝາຍທີ 5 ສ້າງຄວາມເຂັ້ມແຂງໃຫ້ລັດວິສາຫະກິດພັດທະນາແຮ່ທາດລາວ (ຕ້ອງບັນລຸ 4 ຄາດໝາຍ ແລະ 6 ວຽກຈຸດສຸມ)ໄດ້ຮ່ວມມືກັບບໍລິສັດ(ສປ ຈີນ) ຄົ້ນຄວ້າກ່ຽວກັບການສ້າງຕັ້ງໂຮງງານຫຼອມເ ຢູ່ແຂວງຄຳມ່ວນ ກຳ ລັງສຶກສາຂໍ້ມູນເບື້ອງຕົ້ນ ແລະ ເຂດສະເໜີຂໍສຳປະທານແຮ່ເ ຍັງບໍ່ໄດ້ຮັບອະນຸຍາດຈາກລັດຖະບານ ແລະ ກຳລັງສືບຕໍ່ຊຸກຍູ້ ບັນດາບໍລິສັດທີ່ໄດ້ຮັບອະນຸຍາດຂຸດຄົ້ນ ແຮ່ທາດຫາຍາກຕາມເງື່ອນໄຂ ໂດຍໃຫ້ລັດວິສາຫະກິດພັດທະນາແຮ່ທາດລາວ ເຂົ້າຖືຮຸ້ນ ຕາມແຈ້ງການ ສະບັບເລກທີ 889/ຫສນຍ, ລົງວັນທີ 19 ສິງຫາ 2020 ແລະ

ເປົ້າໝາຍທີ 6 ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ (SDG) ແລະ ການເຕີບໂຕສີຂຽວ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາພະລັງງານ ແລະ ບໍ່ແຮ່ (ຕ້ອງບັນລຸ 3 ຄາດໝາຍ ແລະ 4 ວຽກຈຸດສຸມ) ປັດຈຸ ບັນ ກຳລັງສືບຕໍ່ຜັນຂະຫຍາຍການຈັດຕັ້ງປະຕິບັດດຳລັດທຶນພັດທະນາຊຸມຊົນ, ດຳລັດວ່າດ້ວຍປິດບໍ່ແຮ່ ໃຫ້ມີຄວາມເຊື່ອມສານກັບຍຸດທະສາດການເຕີບໂຕສີຂຽວ ເປັນຕົ້ນ ການສ້າງອາຊີບທີ່ຢືນຍົງ, ການປົກປັກຮັກສາສິ່ງແວດ ລ້ອມ, ການຟື້ນຟູເຂດປິດບໍ່ແຮ່ ໃຫ້ສາມາດຖືກນຳໃຊ້ ໂດຍສັງຄົມ ແລະ ປະຊາຊົນອ້ອມຂ້າງໂຄງການ ແລະ ພັດທະນາຕົວຊີ້ວັດ ຂອງເປົ້າໝາຍພັດທະນາແບບຍືນຍົງ (SDG) ທີ່ຕິດພັນກັບຂະແໜງການ, ສົ່ງເສີມວຽກງານຄວາມປອດໄພ, ສຸຂະພາບ ແລະ ສິ່ງແວດລ້ອມບໍ່ແຮ່ ໃຫ້ມີຄວາມສີຂຽວ ແລະ ຍືນຍົງ, ພ້ອມທັງ ເພີ່ມທະວີຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ໃຫ້ເຂັ້ມງວດ, ໂປ່ງໄສ ແລະ ກວດກາໄດ້ ໂດຍສະເພາະ ລະບຽບການກ່ຽວກັບເກັບລາຍຮັບທີ່ຕິດພັນກັບທຸລະກິດກ່ຽວກັບແຮ່ທາດ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...