spot_img
Homeຄວາມງາມຮູ້ເທົ່າທັນ ອາຫານເສີມຫລຸດນ້ຳໜັກ

ຮູ້ເທົ່າທັນ ອາຫານເສີມຫລຸດນ້ຳໜັກ

Published on

34_20110509172024.

ທຸກ​ມື້​ນີ້​ເລື່ອງ​ສຸຂະພາບ ການ​ຮັກສາຮູບ​ຮ່າງ ກຳ​ລັງ​ເປັນ​ທີ່​ນິຍົມ ມີ​ຫລາກ​ຫລາຍ​ເຕັກ​ນິກ​ວິທີ​ທີ່​ຈະ​ຊ່ວຍ​ໃຫ້​ເຮົາຫ​ລຸດ​ຄວາມ​ຕຸ້ຍ​ໄດ້ ບໍ່​ວ່າ​ຈະ​ດ້ວຍ​ການ​ເລືອກ​ກິນ​ອາຫານ ການ​ອອກ​ກຳ​ລັງ​ກາຍ ຫລື ​ແມ່ນ​​ການ​ກິນ​ອາຫານ​ເສີມຫ​ລຸດ​ນ້ຳ​ໜັກ ທີ່​ກຳ​ລັງ​ແພ່​ຫລາຍ​ຢູ່ໃນ​ຂະນະນີ້ ຖ້າຫາກ​ແຕ່​ອາຫານ​ເສີມ​ເຫລົ່າ​ນັ້ນ ປຽບ​ຄືດາບ​ສອງ​ຄົມ ທີ່​ອາດຈະ​ເຮັດໃຫ້​ເຮົາ​ງາມ ຈ່ອຍ ໄດ້​ຢ່າງ​ງ່າຍ​ໆ ແຕ່ກັບຖິ້ມສານ​ເຄ​ມີ ທີ່​ອາດ​ເປັນ​ອັນຕະລາຍ​ກັບ​ເຮົາ​ເອົາ​ໄວ້ ດັ່ງ​ນັ້ນ​ກ່ອນ​ທີ່​ເຮົາ​ຄິດ​ຈະ​ເພິ່ງ​ອາຫານ​ເສີມ​ເຫລົ່າ​ນີ້ ກໍ​ຄວນ​ຈະ​ສຶກ​ສາ​ຂໍ້​ມູນ​ໃຫ້​ດີ​ກ່ອນ

ອາຫານ​ເສີມຫ​ລຸດ​ນ້ຳ​ໜັກ ບໍ່​ວ່າ​ ຈະເປັນອາຫານ​ຈຳ​ພວກ​ຖົ່ວ​ຂາວ ສາ​ນສະ​ກັດ​ຈາກ​  ຕະ​ບອງ​ເພັດ ທີ່​ໄປ​ຊ່ວຍ​ດັກ​ຈັບ​ໄຂ​ມັນ ບໍ່​ເປັນ​ການຫ​ລຸດ​ນ້ຳ​ໜັກ​ທີ່​ເປັນ​ອັນຕະລາຍ ແຕ່​ຈະ​ດັກຈັບ​ໄຂ​ມັນ ແລ້ວ​ໃຫ້​ຮ່າງກາຍ​ຮູ້ສຶກ​ອີ່ມ ກິນ​ໄດ້​ໜ້ອຍ​ລົງ ເມື່ອ​ກິນ​ໄດ້​ໜ້ອຍ​ລົງ ແລ້ວ​ນ້ຳ​ໜັກ​ເຮົາ​ກໍ​ຈະຫ​ລຸດລົງ​​ໄປ​ນໍາ ພ້ອມ​ທັງ​ດຶງ​ໄຂ​ມັນ​ທີ່​ບໍ່​ໃຊ້​ອອກ​ມາ​ໃຫ້​ໝົດ ໃນ​ຮູບ​ແບບ​ຂອງ​ເຫື່ອ ແລະ ​ການ​ຂັບ​ຖ່າຍ ທັງ​ໃນ​ຮູບ​ແບບ​ຂອງ​ເຄື່ອງ​ດື່ມ ແລະ ​ອີກ​ຫລາກ​ຫລາຍ​ແລ້ວ​ແຕ່​ຄວາມ​ຄິດ​ຂອງ​ຜູ້​ຜະລິດ ແຕ່​ຮູ້​ຫລື​ບໍ່​ວ່າ ​ອາຫານ​ເສີມ​ນັ້ນ​ຖ້າ​ບໍ່​ໄດ້​ມາດຕະຖານ​ ແລະ ​ຮັບກິນຜິດ​ວິທີ​ຈະ​ເຮັດໃຫ້​ເກີດ​ໂທດ​ຕາມ​ມາຫລວງ​ຫລາຍ​

ໂທດ​ຂອງ ອາຫານ​ເສີມ​ຫລຸດ​ນ້ຳ​ໜັກ

  1. ຖ້າ​ກິນຫລາຍ​ເກີນ​ໄປ​ເຮັດໃຫ້​ເກີດ​ອາການ​ປຸ້ນທ້ອງ ຮາກ ຖອກທ້ອງ​
  2. ຖ້າ​ກິນ​ຫລາຍ​ເກີນ​ໄປ​ເຮັດໃຫ້​ໃຈ​ສັ່ນ ຫົວ​ໃຈ​ເຕັ້ນ​ໄວ
  3. ຖ້າ​ກິນຫລາຍ​ເກີນ​ໄປ​ເຮັດໃຫ້​ເໜື່ອຍ​ງ່າຍ ບໍ່​ມີ​ແຮງ
  4. ຖ້າ​ກິນຫລາຍ​ເກີນ​ໄປ​ເຮັດໃຫ້​ເກີດ​ການ​ສະ​ສົມ​ຂອງ​ສານ​ເຄມີ
  5. ຖ້າ​ກິນ​ຫລາຍ​ເກີນ​ໄປ​ເຮັດໃຫ້​ພະຍາດ​ມະເຮັງ
  6. ຖ້າ​ອາຫານ​ເສີມ​ທີ່​ຜະລິດ​ນັ້ນ​ບໍ່​ໄດ້ຮັບ​ມາດຕະຖານ ເຮັດໃຫ້​ເກີດ​ອັນຕະລາຍ​ຕໍ່​ຮ່າງກາຍ​ ແລະ ​ຖ້າ​ຮຸນແຮງ​ເຖິງ​ຂັ້ນ​ເສັຍຊີວິດໄດ້

ດັ່ງ​ນັ້ນ​ຖ້າຫາກ​ເຮົາ​ຄິດ​ຈະ​ອາໃສ ອາຫານ​ເສີມຫ​ລຸດ​ນ້ຳ​ໜັກ ແບບ​ນີ້​ແລ້ວ ກໍ​ຄວນ​ຈະ​ສຶກ​ສາ​ຂໍ້​ມູນ ໄຕ່​ຕອງ​ໃຫ້​ດີ​ເສຍ​ກ່ອນ ທາງ​ທີ່​ດີ​ການ​ໃຊ້​ວິທີ​ທຳມະຊາດ​ນັ້ນ​ຍືນ​ຍາວ ​ແລະ ​ບໍ່​ເປັນ​ອັນຕະລາຍ​ທີ່ສຸດ​ແລ້ວ ບໍ່​ວ່າ​ຈະ​ດ້ວຍ​ການ​ເລືອກ​ກິນ​ອາຫານ​ທີ່​ມີ​ປະໂຫຍດ ຮູ້​ຈັກ​ເລືອກ​ກິນອາຫານ​ທີ່​ເນັ້ນ​ກາກ​ໃຍ ລວມ​ໄປ​ເຖິງ​ການ​ໝັ່ນ​ອອກ​ກຳ​ລັງ​ກາຍ​ຢູ່​ສະ​ໝ່ຳ​ສະເໝີ ເທົ່າ​ນັ້ນ​ກໍ​ເຮັດໃຫ້​ເຮົາ​ຈ່ອຍ​ໄດ້ ແລ້ວ​ຍັງ​ປອດ​ໄພ​ນໍາອີກ​

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...