spot_img
Homeຂ່າວພາຍ​ໃນກວດພົບລູກຄ້າ ລັກໃຊ້ໄຟ ແລະ ດັດແປງໝໍ້ນັບໄຟທັງ 3 ພາກ ໃນທົ່ວປະເທດທັງໝົດ 172 ລູກຄ້າ

ກວດພົບລູກຄ້າ ລັກໃຊ້ໄຟ ແລະ ດັດແປງໝໍ້ນັບໄຟທັງ 3 ພາກ ໃນທົ່ວປະເທດທັງໝົດ 172 ລູກຄ້າ

Published on

ຕາມຂໍ້ມູນຈາກເພຈ໌ EDL LAOS ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາເດືອນສິງຫາ 2023 ໄຟຟ້າລາວ ກວດພົບລູກຄ້າ ລັກໃຊ້ໄຟ ແລະ ດັດແປງໝໍ້ນັບໄຟທັງ 3 ພາກ ໃນທົ່ວປະເທດທັງໝົດ 172 ລູກຄ້າ, ຊໍາລະເງິນຄ່າພະລັງງານຄືນຫລັງ ແລະ ຄ່າປັບໃໝສໍາເລັດແລ້ວ 107 ລູກຄ້າ, ຍັງເຫລືອ 65 ລູກຄ້າ, ລວມຄິດໄລ່ພະລັງງານຄືນຫລັງ ທັງໝົດ 32.667.476 Kwh, ຄິດໄລ່ຄ່າປັບໃໝພະລັງງານ ທັງໝົດ 22.734.870 Kwh, ຄ່າປັບໄໝໝໍ້ນັບໄຟ ແລະ ປັບໄໝອື່ນໆ ລວມ ເປັນເງິນທັງໝົດ: 108 ຕື້ກີບ.

ສະເພາະແຕ່ເດືອນ ສິງຫາ 2023, ທົ່ວປະເທດ ມີລູກຄ້າລັກໃຊ້ໄຟ ແລະ ດັດແປງໝໍ້ນັບໄຟໃນ 3 ພາກ ມີ 23 ລູກຄ້າ, ຊໍາລະເງິນຄ່າພະລັງງານຄືນຫລັງ ແລະ ຄ່າປັບໃໝສໍາເລັດແລ້ວ 11 ລູກຄ້າ, ຍັງເຫລືອ 12 ລູກຄ້າ, ຄິດໄລ່ພະລັງງານຄືນຫລັງ ທັງໝົດ 109.137 Kwh, ຄິດໄລ່ຄ່າປັບໃໝພະລັງງານ 102.893 Kwh, ລວມມູນຄ່າປັບໃໝໝໍ້ນັບໄຟ ແລະ ປັບໃໝອື່ນໆ ລວມເປັນເງິນ 510 ລ້ານກວ່າກີບ.

ຕໍ່ກໍລະນີ ການລັກໃຊ້ໄຟ ແລະ ດັດແປງໝໍ້ນັບໄຟ ເປັນການຜິດ ຕໍ່ກົດໝາຍ ວ່າດ້ວຍໄຟຟ້າລາວ (ສະບັບປັບປຸງ) 2017 ໃນມາດຕາ 95 ຂໍ້ຫ້າມສໍາລັບປະຊາຊົນ; ຫ້າມປະຊາຊົນ ມີພຶດຕິກໍາ ຊຶ່ງໃນຂໍ້ 2: ບຸກລຸກສະຖານທີ່, ລັກ, ທໍາລາຍອຸ ປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າ;​ ໃນຂໍ້ກໍານົດລັດວິສາຫະກິດໄຟຟ້າລາວ ສະບັບເລກທີ 2162/ຟຟລ.ຝລຈ, ລົງວັນທີ 23 ມິຖຸນາ 2021 ວ່າດ້ວຍການປະຕິບັດມາດຕະການ ຕໍ່ຜູ້ທີ່ລັກກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ໃນມາດຕາ 9 ມາດຕະການປັບໄໝ ຕໍ່ຜູ້ລັກກະແສໄຟຟ້າ: ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ໄດ້ລະເມີດຂໍ້ກໍານົດສະບັບນີ້, ຊຶ່ງໄດ້ກໍຄວາມເສຍຫາຍໃຫ້ແກ່ ລັດວິສາຫະກິດໄຟຟ້າລາວ ຈະຖືກປັບໃໝ ແລະ ຈະໄດ້ຮັບຜິດຊອບ ຕໍ່ຄວາມເສຍຫາຍ ທີ່ຕົນເອງໄດ້ກໍຂຶ້ນ ຕາມແຕ່ລະກໍລະນີ.

ສ່ວນການຄິດໄລ່ຄ່າປັບໃໝ ແມ່ນອີງຕາມການຄິດໄລ່ການຊົມໃຊ້ພະລັງງານ ຕົວຈິງຕາມຂໍ້ 5.1, ຄູນໃຫ້ 3 ເທົ່າຂອງຫົວໜ່ວຍລາຄາກະແສໄຟຟ້າສູງສຸດຕໍ່ kWh ຂອງລາຄາແຕ່ລະປະເພດຜູ້ຊົມໃຊ້ໄຟຟ້າ ທີ່ລັກກະແສໄຟຟ້າ ໂດຍແຍກອອກເປັນ 2 ກໍລະນີ ໃນການຄິດໄລ່ຄ່າປັບໃໝຄື: ກໍລະນີບໍ່ຮູ້ຈັກໄລຍະເວລາ ໃຫ້ຄິດໄລ່ພະລັງງານປັບໃໝ 6 ເດືອນ, ກໍລະນີຮູ້ຈັກໄລຍະເວລາແມ່ນຄິດໄລ່ເອົາເວລາຕົວຈິງ ຖ້າໄລຍະເວລາຕົວຈິງ ຫາກລັກກະແສໄຟຟ້າບໍ່ຮອດ 6 ເດືອນ ໃຫ້ຄິດໄລ່ພະລັງງານປັບໃໝເອົາ 6 ເດືອນ ເປັນຂັ້ນຕໍ່າສຸດ. ຕໍ່ຜູ້ທີ່ດັດແປງໝໍ້ນັບໄຟ ຈະຖືກປັບໃໝ 3 ເທົ່າ ຂອງລາຄາບໍລິການຕິດຕັ້ງໝໍ້ນັບໄຟ ຕາມຂະໜາດໝໍ້ນັບໄຟຂອງຜູ້ຊົມໃຊ້ຕົວຈິງໃນລາຄາປັດຈຸບັນ.
ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...