spot_img
Homeຂ່າວພາຍ​ໃນສຶກສາອົບຮົມ ຍິງສາວໄວ 23 ປີ ທີ່ໂຄສະນາສ້າງຄວາມເສຍຫາຍຜ່ານສື່ອອນລາຍ

ສຶກສາອົບຮົມ ຍິງສາວໄວ 23 ປີ ທີ່ໂຄສະນາສ້າງຄວາມເສຍຫາຍຜ່ານສື່ອອນລາຍ

Published on

ໃນວັນທີ 27 ຕຸລາ 2023 ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເຮັດບົດບັນທຶກສຶກສາອົບຮົມ ນາງ ຍິງເພີຍ ແຊ່ຈ່າວ ອາຍຸ 23 ປີ, ອາຊີບ ຄ້າຂາຍ, ພັກເຊົາຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ຖືກຫາໃນການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ ໂດຍມີ ພັທ ເພັດມາລີ ຂັນທະລັດ ຫົວໜ້າພະແນກຕຳຫຼວດ ປກສ ເມືອງໄຊທານີ ເປັນຜູ້ສຶກສາອົບຮົມ ໂດຍມີເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ແລະ ຜູ້ປົກຄອງ ເຂົ້າຮ່ວມ.

ພັທ ປທ ສຸນີ ໄຊຍະວົງ ຮອງຫົວໜ້າພະແນກຕຳຫຼວດ, ຜູ້ຊີ້ນຳກອງຕຳຫຼວດຈະລາຈອນ ເມືອງໄຊທານີ ໄດ້ໃຫ້ຮູ້ວ່າ: ນາງ ຍິງເພີຍ ແຊ່ຈ່າວ ໄດ້ລັກບັນທຶກຮູບພາບຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງໄຊທານີ ໃນຂະນະປະຕິບັດໜ້າທີ່ລະບາຍການສັນຈອນ ຢູ່ 4 ແຍກໄຟອຳນາດ ຕານມີໄຊ ໃນວັນທີ 26 ກໍລະກົດ 2023 ແລ້ວຜູ້ກ່ຽວນຳເອົາຮູບພາບຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນລົງທາງສື່ອອນລາຍ ຜ່ານຊື່ເຟດບຸກ Nicky ຂາຍຖືກ ເຊິ່ງເປັນເຟດບຸກຂອງ ນາງ ຍິງເພີຍ ແຊ່ຈ່າວ ພ້ອມທັງຂຽນຫົວຂໍ້ໃນເຟດບຸກ ວ່າ: “ຮູ້ສຶກບໍ່ໂອເຄກັບການທີ່ເຫັນຕໍາຫຼວດນັ່ງຈຸ້ມກັນຕາມ 4 ແຍກໄຟອຳນາດ ກຸ່ມລະແຈແລ້ວກໍຍ່າງມາກັກເອົາເລືອກກັກອີກ ມັນເປັນບ່ອນໂຄງບ່ອນລ້ຽວ ເຮັດໃຫ້ສັນຈອນໄປມາຍາກ ຖ້າຢາກກວດຕາມລະບຽບຄືບໍ່ຕັ້ງດ່ານກວດ”.

ພາຍຫຼັງທີ່ໂພດຮູບລົງໄດ້ມີຄົນກົດໄລ ກົດແຊ ພ້ອມທັງສະແດງຄວາມເຫັນໃສ່ຮ້າຍປ້າຍສີບໍ່ດີຕໍ່ເຈົ້າໜ້າທີ່.

ພັທ ປທ ສຸນີ ໄຊຍະວົງ ຍັງໃຫ້ຮູ້ຕື່ມວ່າ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ປະຕິບັດຕາມການຊີ້ນຳຂອງຂັ້ນເທິງ ເພື່ອບັງຄັບໃຊ້ກົດໝາຍ, ສຶກສາອົບຮົມປູກຈິດສໍານຶກໃຫ້ຜູ້ໃຊ້ລົດໃຊ້ຖະໜົນມີຄວາມເປັນເຈົ້າການໃນການເຄົາລົບ ແລະ ປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ, ເຮັດໃຫ້ການສັນຈອນຕາມເສັ້ນທາງຫຼວງໃນຂອບເຂດເມືອງໄຊທານີ ມີຄວາມເປັນລະບຽບຮຽບຮ້ອຍ, ສະດວກປອດໄພ ແລະ ຄ່ອງຕົວດີ ພ້ອມທັງເຮັດໃຫ້ອຸບັດຕິເຫດທາງຖະໜົນຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຕໍ່ກັບການກະທຳຂອງ ນາງ ຍິງເພີຍ ແຊ່ຈ່າວ ເປັນການກະທຳຜິດດ້ວຍຄວາມຮູ້ເທົ່າບໍ່ເຖິງການ ຜິດຕໍ່ລະບຽບກົດໝາຍໃນການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ; ດັ່ງນັ້ນ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໄຊທານີ ຈຶ່ງໄດ້ນຳຜູ້ກ່ຽວມາເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ພ້ອມທັງປັບໃໝຕາມລະບຽບ ໂດຍຊ່ອງໜ້າຜູ້ປົກຄອງ ເພື່ອບໍ່ໃຫ້ຜູ້ກ່ຽວໄດ້ກະທຳຜິດອີກ.

ແຫຼ່ງຂ່າວ ວາລະສານ ປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...