spot_img
Homeຂ່າວພາຍ​ໃນກຽມສ້າງຂົວຄົນຍ່າງຂ້າມທາງອີກ 3 ແຫ່ງ ຄາດວ່າສຳເລັດໃນປີ 2025

ກຽມສ້າງຂົວຄົນຍ່າງຂ້າມທາງອີກ 3 ແຫ່ງ ຄາດວ່າສຳເລັດໃນປີ 2025

Published on

ບໍລິສັດ ບລູກຣາດສ໌ ດີຊາຍກຣຸບ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດກູຣູ ກຽມແຜນຈະສ້າງຂົວຄົນຍ່າງຂ້າມທາງອີກ 3 ແຫ່ງ ຄື: ຈຸດເຂດໜ້າມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ໃກ້ສີ່ແຍກໄຟອຳນາດ, ຈຸດເຂດຕະຫຼາດເຊົ້າ ຫາ ຕະຫຼາດຂົວດິນຄິວລົດເມ ແລະ ຈຸດຕໍ່ໜ້າ ພະແນກການເງິນ ນະຄອນຫຼວງວຽງຈັນ ໂດຍຈະເລີ່ມການກໍ່ສ້າງພາຍໃນປີນີ້ ຄາດວ່າຈະໃຫ້ສຳເລັດໃນປີ 2025 ມູນຄ່າການກໍ່ສ້າງປະມານ 1 ລ້ານ 5 ແສນໂດລາສະຫະລັດ.

ທ່ານ ກິຣິຍາ ບັນຈົງພັກດີ ຮອງປະທານບໍລິສັດບລູກາດດີຊາຍກລຸບ ຈໍາກັດ ຜູ້ດຽວ ໃຫ້ສຳພາດວ່າ: ເພື່ອປະກອບສ່ວນໃນການພັດທະນາພື້ນຖານໂຄງລ່າງ ແລະ ເຫັນໄດ້ຄວາມສຳຄັນໃນວຽກງານຄວາມ ປອດໄພຂອງປະຊາຊົນ. ປັດຈຸບັນ, ບໍລິສັດບລູກຣາດສ໌ ດີຊາຍກຣຸບ ຈຳກັດຜຸ້ດຽວ ໄດ້ມີການປຶກສາຫາລືກັບຜູ້ຮ່ວມພັດທະນາເພື່ອເລີ່ມການກໍ່ສ້າງຂົວຄົນຍ່າງຂ້າມທາງວ່າ ຈະເລີ່ມການກໍ່ສ້າງຢູ່ຈຸດໃດກ່ອນ, ຈຸດປະສົງການກໍ່ສ້າງຂົວຄົນຍ່າງຂ້າມທາງແຕ່ລະແຫ່ງແມ່ນເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນກໍຄື: ນັກຮຽນ, ນັກສຶກສາ ໃນການຮັບປະກັນຄວາມປອດໄພຫຼຸດຜ່ອນອຸບັດເຫດ ແລະ ບໍ່ໃຫ້ການສັນຈອນມີຄວາມແອອັດຕາມທ້ອງຖະໜົນໃນໄລຍະເວລາຊົ່ວໂມງຮີບດ່ວນກໍຄືໃນໂມງລັດຖະການ.

ທ່ານ ກິຣິຍາ ບັນຈົງພັກດີ ໃຫ້ສຳພາດຕື່ມວ່າ: ກ່ອນຈະມີແຜນເລີ່ມກໍ່ສ້າງຂົວຄົນຍ່າງຂ້າມທາງອີກ 3 ແຫ່ງ ແມ່ນທາງບໍລິສັດໄດ້ສຳເລັດການກໍ່ສ້າງຂົວຄົນຍ່າງຂ້າມທາງແຫ່ງທຳອິດແລ້ວໃນວັນທີ 20 ຕຸລານີ້ ຢູ່ເຂດໜ້າໂຮງຮຽນມັດທະຍົມສຶກສາສົມບູນລາວ-ຫວຽດນາມ ຫຼັກ 5 ຖະໜົນໄກສອນພົມວິຫານ ມູນຄ່າການກໍ່ສ້າງ 9 ຕື້ກວ່າກີບ (ມູນຄ່າລວມຈໍ LED) ໂດຍແມ່ນທຶນຊ່ວຍເຫຼືອລ້າຂອງບໍລິສັດ ບລູກຣາດສ໌ ດີຊາຍກຣຸບ ຈຳກັດຜູດຽວ ແລະ ບໍລິສັດ ກູຣູ.

ຂໍ້ມູນ:Lao National Radio

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...