Homeຂ່າວຕ່າງປະເທດແຂກ 400 ຄົນລອດຕາຍ! ເຫດໄຟໄໝ້ງານແຕ່ງດອງໃນປະເທດຫວຽດນາມ

ແຂກ 400 ຄົນລອດຕາຍ! ເຫດໄຟໄໝ້ງານແຕ່ງດອງໃນປະເທດຫວຽດນາມ

Published on

ອິງຕາມສຳນັກຂ່າວ MGR ລາຍງານໃນວັນທີ 23 ຕຸລາ 2023 ຜ່ານມານີ້, ໄດ້ເກີດເຫດການໄຟໄໝ້ທີ່ຫ້ອງຈັດງານລ້ຽງງານແຕ່ງດອງ ທີ່ມີແຂກເຂົ້າຮ່ວມງານຫຼາຍກວ່າ 400 ຄົນ ໃນແຂວງບ່າເລີຍະ-ຫຸງເຕົ່າ ທາງພາກໃຕ້ຂອງປະເທດຫວຽດນາມ ແຕ່ໂຊກດີທີ່ທຸກຄົນສາມາດຫຼົບໜີອອກມາໄດ້ທັນໂດຍບໍ່ມີຄົນເສຍຊີວິດ.

ຕາມການລາຍງານເບື້ອງຕົ້ນຫຼັງງານລ້ຽງໄດ້ຈັດຂຶ້ນໃນຫ້ອງຂອງໂບດ ຜ່ານໄປໄດ້ປະມານເຄິ່ງຊົ່ວໂມງ ໄຟດ້ລຸກໄໝ້ຂຶ້ນຢ່າງໄວວາ ຂອງບໍລິເວນດ້ານຫຼັງວົງດົນຕີທີ່ກຳລັງຫຼິ້ນຢູ່ ເຊິ່ງວັດຖຸທີ່ໃຊ້ໃນການຕົບແຕ່ງເປັນປະເພດຕິດໄຟໄດ້ງ່າຍ ແລະ ລາມຢ່າງໄວ.

ທາງເຈົ້າໜ້າທີ່ໄດ້ນຳລົດດັບໄຟ 4 ຄັນເຂົ້າໃນການຄວບຄຸມສະຖານະການຄັ້ງນີ້ເຊິ່ງໃຊ້ເວລາພຽງ 30 ນາທີ ແລະ ຕຳຫຼວດຄາດການວ່າສາເຫດໄຟໄໝ້ໃນຄັ້ງນີ້ອາດເປັນຍ້ອນໄຟຟ້າເກີດຂັດຂ້ອງ ສ່ວນຄວາມເສຍຫາຍຕຄົກຢູ່ປະມານ 1000 ລ້ານໂດງ ຫຼື ປະມານເກືອບ 1 ຕື້ກີບ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...