Homeຂ່າວຄວາມສະຫງົບບຸນຊ່ວງເຮືອທ່າວັດຈັນ ຈະລາຈອນ ວາງກຳລັງ 294 ສະຫາຍ ອໍານວຍຄວາມສະດວກໃຫ້ມວນຊົນ ເພື່ອແກ້ໄຂບັນຫາລົດຕິດອັ່ງອໍ

ບຸນຊ່ວງເຮືອທ່າວັດຈັນ ຈະລາຈອນ ວາງກຳລັງ 294 ສະຫາຍ ອໍານວຍຄວາມສະດວກໃຫ້ມວນຊົນ ເພື່ອແກ້ໄຂບັນຫາລົດຕິດອັ່ງອໍ

Published on

ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ຢູ່ນະຄອນຫຼວງວຽງຈັນ ປີນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 27-30 ຕຸລາ 2023 ແລະ ຄາດວ່າຈະມີມວນຊົນຫຼັ່ງໄຫຼກັນເຂົ້າມາທ່ຽວຊົມງານດັ່ງກ່າວເປັນຈໍານວນຫຼາຍ ແລະ ອາດຈະພາໃຫ້ເກີດບັນຫາລົດຕິດອັ່ງອໍ ຢູ່ຕາມເສັ້ນທາງເຂົ້າອອກຕ່າງໆ; ສະນັ້ນ, ເພື່ອຮັບມືກັບບັນຫາທີ່ຈະເກີດຂຶ້ນ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຈຶ່ງວາງກໍາລັງລົງປ້ອງກັນ, ຈັດລະບຽບ ແລະ ລະບາຍການສັນຈອນ 294 ກວ່າສະຫາຍ.

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມຜ່ານແຜນປ້ອງກັນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ໃນວັນທີ 23 ຕຸລາ 2023 ວ່າ: ເພື່ອເຮັດໃຫ້ສະພາບການສັນຈອນໃນຊ່ວງງານບຸນດັ່ງກ່າວ ມີຄວາມສະດວກ-ສະບາຍ, ຮັບປະກັນບໍ່ໃຫ້ມີລົດຕິດອັ່ງອໍຫຼາຍຊົ່ວໂມງ, ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຈະສຸມກໍາລັງລົງປະຕິບັດໜ້າທີ່ ເລີ່ມແຕ່ວັນທີ 27-30 ຕຸລານີ້ ຢູ່ຕາມຈຸດສັບສົນ 3 ແຍກ, 4 ແຍກ, ຕາມສາຍທາງຫຼັກທີ່ມວນຊົນຈະໃຊ້ເຂົ້າມາທ່ຽວຊົມພາຍໃນງານ ເພື່ອອໍານວຍຄວາມສະດວກຮອບດ້ານໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນ; ກຳລັງຕໍາຫຼວດຈະລາຈອນ ຈະລົງປ້ອງກັນ ແລະ ປະຈໍາຢູ່ທັງໝົດ 78 ຈຸດ. ໃນນີ້, ວົງໃນ 31 ຈຸດ ແລະ ວົງນອກ 41 ຈຸດ, ຈຸປະຈໍາຄອຍເຫດ 4 ຈຸ ແລະ ຈຸໂຄສະນາ 2 ຈຸ ລວມຈໍານວນພົນທັງໝົດ 294 ສະຫາຍ.

ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ເນັ້ນໃຫ້ກໍາລັງຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ທີ່ຈະລົງປະຕິບັດໜ້າທີ່ ຕ້ອງເອົາໃຈໃສ່ຢ່າງເຂັ້ມງວດ ໃນການເຮັດໜ້າທີ່ປ້ອງກັນ, ທີ່ສໍາຄັນຕ້ອງເອົາໃຈໃສ່ຢ່າງຈິງຈັງ ໃນການລະບາຍການສັນຈອນຢູ່ຕາມເສັ້ນທາງຫຼັກ ຫຼື ເສັ້ນທາງຕ່າງໆທີ່ມວນຊົນຈະນໍາໃຊ້ໃນການເຂົ້າ-ອອກງານບຸນ ຕິດພັນກັບ ການຈັດສັນລະບຽບຕາມເສັ້ນທາງ ແລະ ຈັດສັນສະຖານທີ່ຈອດລົດ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ.

ນອກຈາກນີ້, ຕ້ອງເອົາໃຈໃສ່ໃນການເຮັດໜ້າທີ່ ໂຄສະນາເຜີຍແຜ່ລະບຽບການສັນຈອນ ໃຫ້ບັນດາມວນຊົນທີ່ນໍາໃຊ້ລົດ-ໃຊ້ຖະໜົນມາທ່ຽວງານດັ່ງກ່າວ ຮັບຮູ້ ແລະ ເຂົ້າໃຈເຖິງໄພອັນຕະລາຍໃນການເກີດອຸບັດຕິເຫດ, ແນໃສ່ເຮັດໃຫ້ບັນຫາການເກີດອຸບັດຕິເຫດ ໃນໄລຍະງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ຫຼຸດໜ້ອຍຖອຍລົງ.
ຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...