spot_img
Homeຄວາມງາມປະຈຳ​ເດືອນ​ມາ​ໄວ​ກວ່າ​ເກົ່າ ຜິດ​ປົກກະຕິຫລື​ບໍ່​

ປະຈຳ​ເດືອນ​ມາ​ໄວ​ກວ່າ​ເກົ່າ ຜິດ​ປົກກະຕິຫລື​ບໍ່​

Published on

08c0e3875b978d61a87618bbf0b3406e

           ປະຈຳ​ເດືອນ​ຂອງ​ທ່ານ​ຜູ້ຍິງ​ຫລາຍ​ຄົນ​ອາດ​ມາ​ກົງ​ເວລາ​ຕະຫລອດ ບໍ່​ມີ​ຫຍັງ​ໜ້າ​ເປັນ​ຫ່ວງ ແຕ່​ຖ້າ​ຢູ່ໆ ເດືອນ​ໃດ​ປະຈຳ​ເດືອນ​ເກີດ​ມາ​ໄວ​ກວ່າ​ເກົ່າ​ທັງ​ທີ່​ຍັງ​ບໍ່​ຄົບ​ຮອບ​ເລີຍ ກໍ​ອາດ​ເຮັດໃຫ້​ຫລາຍ​ຄົນ​ຈິດ​ຕົກ​ໄດ້ ເລື່ອງ​ແບບ​ນີ້​ເຮົາມີ​ວິທີ​ແນະ​ນຳ​ສາວໆ​
“ປົກກະຕິ​ເປັນ​ຄົນ​ປະຈຳ​ເດືອນ​ມາ​ກົງ​ເວລາ​ຕະຫລອດ ແຕ່​ເດືອນ​ນີ້​ມາ​ໄວ​ກວ່າ​ເກົ່າ​ເກືອບ​ສອງ​ອາທິດ ແຕ່​ກໍ​ບໍ່​ປວດ​ທ້ອງ”ຊຶ່ງ​ກໍລະນີ​ແບບ​ນີ້​ກໍ​ອາດ​ເຮັດໃຫ້​ຜູ້ຍິງ​ທັງ​ຫລາຍ​ຮູ້ສຶກ​ກັງ​ວົນໄດ້
ເລື່ອງ​ນີ້ມີ​ຄຳ​ຕອບ​ວ່າ ໂດຍ​ປົກກະຕິ​ປະຈຳ​ເດືອນ​ຂອງ​ຜູ້ຍິງ​ຈະ​ຖືກ​ຄວບ​ຄຸມ​ໃຫ້​ມາ​ເປັນ​ຮອບສະ​ມ່ຳ​ສະເໝີ​ໂດຍ​ການເຮັດວຽກ​ຂອງ ຮອລ໌​ໂມນ​ຈາກ​ຮວຍໄຂ່​ ແລະ ​ຕ່ອມ​ກ້ອງ​ສະຫມອງ ດັ່ງ​ນັ້ນ ຮອບ​ປະຈຳ​ເດືອນ​ຂອງ​ແຕ່​ລະ​ຄົນ​ອາດ​ບໍ່​ເທົ່າ​ກັນ ໂດຍ​ສະເລ່ຍຄື 28 ມື້ ແຕ່​ອາດ​ກ່ອນ​ຫລັງ​ໄດ້​ເລັກນ້ອຍ ຖ້າ​ຄວາມ​ຫ່າງ​ຂອງ​ຮອບ​ປະຈຳ​ເດືອນ​ຍັງ​ຢູ່ໃນ​ຊ່ວງ 21-35 ມື້ ຖື​ວ່າ​ປົກກະຕິ​​
ແຕ່​ຖ້າ​ການ​ມີ​ປະຈຳ​ເດືອນ​ໄວ 2 ອາທິດ​ນັ້ນ​ເຮັດໃຫ້​ຮອບ​ຫ່າງ​ນ້ອຍ​ກວ່າ 21 ມື້ ແນະ​ນຳ​ໃຫ້​ໄປ​ພົບ​ແພດ​ໝໍເພື່ອ​ກວດ​ເພີ່ມ​ເ​ຕິມ ວ່າ​ມີ​ພະຍາດ​ອື່ນ​ທີ່​ເຮັດໃຫ້​ມີ​ເລືອດ​ອອກຈາກ​ຊ່ອງຄອດ​ໄດ້​ຫລື​ບໍ່ ເພາະ​ເລືອດ​ທີ່​ອອກ​ອາດ​ບໍ່ແມ່ນ​ປະຈຳ​ເດືອນ​ປົກກະຕິ ແຕ່​ເປັນ​ເລືອດ​ອອກຈາກ​ພາ​ວະ​ອື່ນໆ ເຊັ່ນ ກ້ອນເບົ້າທີ່​ປາກ​ມົດລູກໃນ​ໂພງ​ມົດ​ລູກ ເຍື່ອ​ໂພງ​ມົດລູກ​ໜາ​ຕົວ​ປົກກະຕິ ເປັນ​ຕົ້ນ ຫລື​ເກີດ​ຈາກ​ພາ​ວະ​ອື່ນ​ທີ່​ມີ​ຜົນ​ກະທົບ​ຕໍ່​ສົມ​ດຸນ​ຂອງ​ລະບົບ​ຮອລ໌​ໂມນ​ໃນ​ຮ່າງກາຍ​

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...