Homeຂ່າວພາຍ​ໃນລະວັງຄົນແອບອ້າງຫຼອກລວງ ຮຽກຮັບເງິນນຳແຮງງານຜູ້ທີ່ຢາກໄປເຮັດວຽກຢູ່ຕ່າງປະເທດ

ລະວັງຄົນແອບອ້າງຫຼອກລວງ ຮຽກຮັບເງິນນຳແຮງງານຜູ້ທີ່ຢາກໄປເຮັດວຽກຢູ່ຕ່າງປະເທດ

Published on

ເມື່ອບໍ່ດົນທີ່ຜ່ານມາ ທາງບໍລິສັດ iJobs.la ໄດ້ມີການໂພສກ່ຽວກັບການປົດພະນັກງງານອອກ ເນື່ອງຈາກມີພຶດຕິກຳທີ່ບໍ່ດີ.

ໂດຍລະບຸວ່າ ຜູ້ກ່ຽວມີຄວາມຜິດຮ້າຍແຮງ ໂດຍມີພຶດຕິກຳໄປແອບອ້າງ-ຫຼອກລວງ ຮຽກຮັບເງິນນຳແຮງງານຜູ້ທີ່ຢາກໄປເຮັດວຽກຢູ່ຕ່າງປະເທດ ເຮັດໃຫ້ມີຜູ້ເສຍຫາຍຫຼາຍຄົນ ແລະ ເຊິ່ງເຫັນວ່າຖ້າບໍ່ປະກາດ ຜູ້ກ່ຽວອາດຈະສືບຕໍ່ສ້າງຄວາມເສຍຫາຍໃຫ້ອີກຫຼາຍຄົນ ຈຶ່ງຈຳເປັນຕ້ອງໄດ້ປະກາດ.

ທາງບໍລິສັດໄດ້ມີການປົດພະນັກງານຕັ້ງແຕ່ເດືອນສິງຫາທີ່ຜ່ານມາ ຍ້ອນວ່າອົງກອນມີຄວາມເມດຕາ ບໍ່ຢາກທຳລາຍອະນາຄົດຂອງຜູ້ໃດ ຈຶ່ງຍັງໃຫ້ໂອກາດໃນການທຳມາຫາກິນຢູ່ໃນສັງຄົມ ຈຶ່ງບໍ່ລົງປະກາດ ແຕ່ເຫັນວ່າຜູ້ກ່ຽວຍັງບໍ່ຢຸດເຊົາ ຈຶ່ງຈຳເປັນຕ້ອງໄດ້ໃຊ້ມາດຕະການນີ້.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...