spot_img
Homeຂ່າວການຮ່ວມມືປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ປະທານາທິບໍດີ ແຫ່ງ ສ. ຣັດເຊຍ

ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ປະທານາທິບໍດີ ແຫ່ງ ສ. ຣັດເຊຍ

Published on

ໃນໂອກາດການເຂົ້າຮ່ວມກອງປະຊຸມເວທີສົນທະນາ ລະດັບສູງ “ ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ ນະຄອນຫຼວງປັກກິງ, ສປ ຈີນ, ໃນວັນທີ 17 ຕຸລາ 2023, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະກັບ ທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ. ໃນໂອກາດນີ້, ຜູ້ນໍາທັງສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສອງປະເທດ ທີ່ສືບຕໍ່ມີບາດກ້າວຂະຫຍາຍຕົວຢ່າງໜັກແໜ້ນ ໂດຍສະເພາະ ໃນດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທໍາ ແລະ ທ່ອງທ່ຽວ. ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືລົງເລິກ ກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນ, ການເງິນ, ພະລັງງານ, ການສຶກສາ ແລະ ວຽກງານຄວາມໝັ້ນຄົງ ຮ່ວມກັນ ແລະ ຢືນຢັນສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດ ແລະ ຊຸກຍູ້ໃຫ້ມີການສົ່ງເສີມການຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງ ໃຫ້ກວ້າງຂວາງ ແລະ ເຂົ້າສູ່ລວງເລິກຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຣັດເຊຍ.

ໃນໂອກາດນີ້, ທ່ານ ປະທານປະເທດ ຍັງໄດ້ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ທີ່ ຈັດຂຶ້ນ ຢູ່ ສ.ຣັດເຊຍ ໃນເດືອນກັນຍາ ທີ່ຜ່ານມາ ແລະ ສະແດງຄວາມຂອບໃຈ ມາຍັງລັດຖະບານ ກໍ່ຄືປະຊາຊົນ ຣັດເຊຍ ທີ່ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງຖືໂອກາດນີ້, ແຈ້ງ ປະທານາທິບໍ ສ.ຣັດເຊຍ ກ່ຽວກັບ ສປປ ລາວ ຈະໄດ້ຮັບໜ້າທີ່ເປັນປະທານອາຊຽນ ໃນປີ 2024 ແລະ ເຊື້ອເຊີນ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ສະດວກ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...