spot_img
Homeຂ່າວພາຍ​ໃນຢູ່ເສັ້ນທາງດ່ວນ ວຽງຈັນ-ວັງວຽງ ມີອຸບັດຕິເຫດເກີດຂຶ້ນ 2 ຄັ້ງ

ຢູ່ເສັ້ນທາງດ່ວນ ວຽງຈັນ-ວັງວຽງ ມີອຸບັດຕິເຫດເກີດຂຶ້ນ 2 ຄັ້ງ

Published on

ພາຍໃນວັນທີ 14-16 ຕຸລາ 2023 ທີ່ຜ່ານມາຢູ່ເສັ້ນທາງດ່ວນ ວຽງຈັນ-ວັງວຽງ ພົບອຸບັດຕິເຫດເກີດຂຶ້ນເຖິງ 2 ຄັ້ງໃນພາຍໃນ 3 ມື້ເທົ່ານັ້ນ.

ເຈົ້າໜ້າທີ່ພະແນກຄຸ້ມຄອງກວດກາທາງດ່ວນ ໄດ້ລາຍງານວ່າ: ເວລາ 19:30 ໂມງ ຂອງວັນທີ 14 ຕຸລາ 2023 ໄດ້ມີອຸບັດຕິເຫດ ລົດຕຳທ້າຍກັນ 3 ຄັນຊ້ອນ ຢູ່ເຂດສະຖານີເກັບເງິນທາງດ່ວນຈຸດສີເກີດ, ໂດຍມີລົດກະບະຟອດ ໝາຍເລກທະບຽນ ກຮ 5779, ຂັບຂີ່ໂດຍ ທ້າວ ເຊິງ ລິບາວ, ອາຍຸ 43 ປີ, ສັນຊາດຈີນ, ອາຊີບຄ້າຂາຍ, ຢູ່ບ້ານດົງນາໂຊກ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ແລະ ລົດກະບະໂຕໂຍຕ້າ, ໝາຍເລກທະບຽນ ຮຈ 6655 ຂັບຂີ່ໂດຍ ນາງ ບຸນມີ ວົງສັກດາ, ອາຍຸ 31 ປີ, ສັນຊາດລາວ, ອາຊີບພະນັກງານ, ຢູ່ບ້ານຊຽງດາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ລົດທັງສອງ ພໍຂັບຂີ່ມາຮອດ ໃກ້ຈຸດສະຖານີເກັບເງິນແມ່ນມີການ ຜ່ອນຄວາມໄວລົງເຂົ້າໄປຊ່ອງເກັບເງີນ ແຕ່ກັບມີລົດຈິບ ໝາຍເລກທະບຽນ ກກ 2529 ຂັບຂີ່ໂດຍ ທ້າວ ຈັນດີ ພັນທະວົງໄຊ, ອາຍຸ 38 ປີ, ສັນຊາດລາວ, ອາຊີບພະນັກງານ, ຢູ່ບ້ານນາແຄ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ທີ່ໄດ້ຂັບຕາມຫຼັງມາດ້ວຍຄວາມໄວຕຳເອົາທ້າຍລົດກະບະໂຕໂຍຕ້າ ແລະ ລົດກະບະຟອດ ທີ່ຢູ່ດ້ານໜ້າ ເຮັດໃຫ້ມີພາຫະນະເປ່ເພສົມຄວນ 2 ຄັນ ແລະ ເລັກນ້ອຍ 1 ຄັນ.

ໂຊກດີທີ່ອຸບປະຕິເຫດໃນຄັ້ງນີ້ ມີພຽງແຕ່ຜົນເສຍຫາຍດ້ານພາຫະນະເທົ່ານັ້ນ, ບໍ່ມີຜູ້ໄດ້ຮັບບາດເຈັບ.

ໃນວັນທີ 16 ຕຸລາ 2023 ຢູ່ເສັ້ນທາງດ່ວນເກີດເຫດ ລົດບັນທຸກ ໝາຍເລກທະບຽນ ຂບ 4433 ເສຍຫຼັກຕົກຂ້າງທາງ ຂັບຂີ່ໂດຍ ທ້າວ ຄອນສະຫວັນ ດວງພະຈັນ, ອາຍຸ 34 ປີ, ສັນຊາດລາວ, ອາຊີບ ຂັບລົດ, ຢູ່ບ້ານປາກຊັນ, ເມືອງປາກຊັນ, ແຂວງບໍລິຄຳໄຊ, ໄດ້ຂັບຂີ່ລົດມາແຕ່ນະຄອນຫຼວງວຽງຈັນ ມີຈຸດປະສົງມຸ່ງໜ້າໄປ ເມືອງວັງວຽງ, ພໍຂັບຂີ່ມາຮອດເຂດອ່າງນ້ຳງື່ມ ຫາ ວັງວຽງ ໄດ້ເກີດອາການຫຼັບໃນ ເຮັດໃຫ້ລົດເສຍຫຼັກເຈີດອອກນອກເສັ້ນທາງຕົກລົງຂ້າງທາງ ເຮັດໃຫ້ມີພາຫະນະເປ່ເພສົມຄວນ ສ່ວນຄົນແມ່ນບໍ່ໄດ້ຮັບບາດເຈັບ.

ແຫຼ່ງຂ່າວ ກົມຕຳຫຼວດຈະລາຈອນ

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...