spot_img
Homeຂ່າວຕ່າງປະເທດໂຈ ໄບເດນ ມີກຳນົດຢ້ຽມຢາມອິດສະລາເອວໃນວັນພຸດນີ້

ໂຈ ໄບເດນ ມີກຳນົດຢ້ຽມຢາມອິດສະລາເອວໃນວັນພຸດນີ້

Published on

ແອນໂທນີ ບຣິງເຄນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມຣິກາ ໄດ້ຖະແຫຼງການໃນວັນອັງຄານທີ 17 ຕຸລາ 2023 ຈາກນະຄອນເທອາວິຟຂອງອິດສະລາເອວ ທີ່ຜ່ານມາວ່າ ໂຈ ໄບເດນ ປະທານາທິບໍດີຂອງສະຫະລັດອາເມຣິກາ ມີກຳນົດຢ້ຽມຢາມອິດສະລາເອວໃນວັນພຸດທີ 18 ຕຸລາ 2023 ເພື່ອສະແດງຄວາມເປັນໜຶ່ງນ້ຳໃຈດຽວກັນ ແລະ ຄວາມຮັບຜິດຊອບຕໍ່ຄວາມໝັ້ນຄົງຂອງອິດສະລາເອວ.

ກ່ອນໜ້ານີ້ ລັດຖະບານວໍຊິງຕັນ ສົ່ງສອງກອງທັບເຮືອບັນທຸກເຮືອບິນໄປຫາເມດິແຕລານຽນ ເພື່ອປົກປ້ອງອິດສະລາເອວ.

ນອກຈາກການສະໜັບສະໜູນແລ້ວ ການຢ້ຽມຢາມຂອງໄບເດນຍັງເປັນຄວາມພະຍາຍາມບັນຊາການ ການຕອບໂຕ້ຂອງກອງທັບອິດສະລາເອວ ຂະນະທີ່ສຽງວິພາກວິຈານທີ່ວ່າສົງຄາມສົ່ງຜົນກະທົບມະຫາສານຕໍ່ປະຊາຊົນປາເລສໄຕ.

ທັ້ງນີ້ ອິດສະລາເອວຮຽກຮ້ອງໃຫ້ຜູ້ທີ່ຢູ່ອາໄສຢູ່ກາຊາ ອົບພະຍົບລົງມາພາກໃຕ້ເພື່ອເປີດພື້ນທີ່ກຽມການສູ້ຮົບທາງບົກໃນເຂດຕົວເມືອງ.

ແຫຼ່ງຂ່າວ AP

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...