spot_img
Homeຂ່າວພາຍ​ໃນປກສ ແຂວງໄຊສົມບູນ ຈູດທຳລາຍຢາບ້າ 16.731 ເມັດ

ປກສ ແຂວງໄຊສົມບູນ ຈູດທຳລາຍຢາບ້າ 16.731 ເມັດ

Published on

ເພື່ອເປັນການສະຫຼອງ ວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 22 ປີ (ວັນ 12 ຕຸລາ 2001- 12 ຕຸລາ 2023) ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດພິທີທຳລາຍຈູດຢາເສບຕິດປະເພດຢາບ້າ 16.731 ເມັດ ໃນຕອນເຊົ້າຂອງວັນທີ 11 ຕຸລາ 2023 ໂດຍການເຂົ້າຮ່ວມຂອງທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້້າແຂວງໆໄຊສົມບູນ, ມີ ພັອ ອິນປັນ ຍາດຕິວົງ ຮອງກອງບັນຊາການ ປກສ ແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ທອງພຽນ ກົງສະເດັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາມີຄະດີຢາເສບຕິດເກີດຂຶ້ນທັງໝົດ 69 ເລື່ອງ, ກັກຕົວຜູ້ຖືກຫາ ໄດ້ທັງໝົດ 95 ຄົນ, ຍິງ 17 ຄົນ, ຢຶດຂອງກາງປະເພດຢາບ້າ 23.093 ເມັດ, ເງິນ 8.850.000 ກີບ, ລົດຈັກ 12 ຄັນ, ໂທລະສັບ 8 ໜ່ວຍ, ສົ່ງສໍານວນຄະດີໃຫ້ອົງການໄອຍາການປະຊາຊົນແຂວງ, ໄດ້ສົ່ງຟອງໃຫ້ສານປະຊາຊົນແຂວງຕັດສິນ ທັງໝົດ 50 ເລື່ອງ, ມີຜູ້ຖືກຫາ 50 ຄົນ, ຍິງ 7 ຄົນ ແລະ ພວມດຳເນີນມີ 19 ເລື່ອງ, ມີຜູ້ຖືກຫາທັງໝົດ 45 ຄົນ, ຍິງ 10 ຄົນ.

ແຫຼ່ງຂ່າວ ວາລະສານ ປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...