spot_img
Homeຂ່າວພາຍ​ໃນສປປ ລາວ ສະແດງຄວາມເປັນຫ່ວງ ອິດສະຣາແອນ ແລະ ປາເລສໄຕ

ສປປ ລາວ ສະແດງຄວາມເປັນຫ່ວງ ອິດສະຣາແອນ ແລະ ປາເລສໄຕ

Published on

ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ.

ເຊິ່ງໄດ້ລະບຸວ່າ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ມີຄວາມເປັນຫ່ວງ ຕໍ່ການປະທະກັນຢ່າງຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ ອັນໄດ້ເຮັດໃຫ້ມີການສູນເສຍ ທັງຊີວິດ ແລະ ຊັບສິນ ຢ່າງຫຼວງຫຼາຍ. ສປປ ລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ຢຸດຕິທຸກການກະທຳທີ່ຮຸນແຮງ ແລະ ຮ່ວມມືກັນແກ້ໄຂບັນຫາຂໍ້ຂັດແຍ່ງ ໂດຍສັນຕິວິທີ. ສປປ ລາວ ຊຸກຍູ້ໃຫ້ທຸກຝ່າຍທີ່ກ່ຽວຂ້ອງກັບຄືນສູ່ຂະບວນການເຈລະຈາ ແລະ ຟື້ນຟູຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນການແກ້ໄຂບັນຫາ ປາແລັດສະຕິນ ທີ່ແກ່ຍາວມາເປັນໄລຍະເວລາດົນນານ ໂດຍຜ່ານການສ້າງຕັ້ງ 2 ລັດເອກະລາດ ທີ່ຢູ່ຮ່ວມກັນໂດຍສັນຕິ ບົນພື້ນຖານຍັດຕິທີ່ກ່ຽວຂ້ອງຂອງ ອົງການ ສປຊ ແລະ ກົດໝາຍສາກົນ.

ທັ້ງນີ້ ໃນວັນທີ 9 ຕຸລາ 2023 ສຳນັກຂ່າວ ອິດສະຣາແອນ ໄດ້ລາຍງານວ່າ:​ ສົງຄາມລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ ຫຼື ປາເລສໄຕ ໄດ້ດຳເນີນມາເປັນມື້ທີ 4 ແລ້ວ ເຮັດໃຫ້ມີປະຊາຊົນຈາກອິດສະຣາແອນ ເສຍຊີວິດຢ່າງໜ້ອຍ 900 ຄົນ ແລະ ບາດເຈັບເກືອບ 2.400 ຄົນ ລວມເຖິງທະຫານ 38 ຄົນ, ປະຊາຊົນປາເລສໄຕ ເສຍຊີວິດ 560 ຄົນ ແລະ ບາດເຈັບ 2.700 ຄົນ.

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...