Homeຂ່າວຕ່າງປະເທດພາຍຸໄຕ້ຝຸ່ນໂຄອິນຸຖະຫຼົ່ມໄຕ້ຫວັນ ສ້າງສະຖິຕິເປັນພາຍຸໄຕ້ຝຸ່ນທີ່ມີລົມຮຸນແຮງສຸດ

ພາຍຸໄຕ້ຝຸ່ນໂຄອິນຸຖະຫຼົ່ມໄຕ້ຫວັນ ສ້າງສະຖິຕິເປັນພາຍຸໄຕ້ຝຸ່ນທີ່ມີລົມຮຸນແຮງສຸດ

Published on

ພາຍຸໄຕ້ຝຸ່ນໂຄອິນຸພັດເຂົ້າຖະຫຼົ່ມໄຕ້ຫວັນ ດ້ວຍຄວາມແຮງ 340 ກມ/ຊມ ເຮັດໃຫ້ຜົນຕົກໜັກທົ່ວເກາະ ມີຜູ້ບາດເຈັບເກືອບ 400 ຄົນ ແລະ ເສຍຊີວິດ 1 ຄົນ.

Typhoon Koinu brushes past Taiwan with lashing rain; one dead | Reuters

ໃນວັນທີ 5 ຕຸລາ 2023 ທີ່ຜ່ານມາ ໜ່ວຍງານບໍລິຫານສະພາບອາກາດຂອງໄຕ້ຫວັນ ລາຍງານວ່າ ພາຍຸໄຕ້ຝຸ່ນໂຄອິນຸ (Koinu) ເຄື່ອນຕົວດ້ວຍຄວາມໄວສູງເຖິງ 342,72 ກິໂລແມັດຕໍ່ຊົ່ວໂມງ ໂດຍມັນໄດ້ພັດເຂົ້າເກາະຫຼານຢູ ໃນຕອນຄ່ຳຂອງວັນທີ 4 ຕຸລາ ທີ່ຜ່ານມາ ຈົນສ້າງສະຖິຕິເປັນພາຍຸໄຕ້ຝຸ່ນທີ່ມີລົມຮຸນແຮງສຸດເປັນປະຫວັດສາດທີ່ຖະຫຼົ່ມໄຕ້ຫວັນ.

ພາຍຸໄຕ້ຝຸ່ນໂຄອິນຸ ໄດ້ເຮັດໃຫ້ຄົນເສຍຊີວິດແລ້ວ 1 ຄົນ ແລະ ບາດເຈັບເກືອບ 400 ຄົນໃນໄຕ້ຫວັນ ກໍ່ໃຫ້ເກີດຄວາມເສຍຫາຍຢ່າງກວ້າງຂວາງ ແລະ ມີເຮືອນຫຼາຍກວ່າ 70 ລຳຂວ້ຳຈົມໃນທ່າເຮືອ ໂຮງຮຽນ 2 ແຫ່ງໄດ້ຮັບຄວາມເສຍຫາຍຫຼາຍ.

ພາຍຸລູກນີ້ ຄາດວ່າຈະອ່ອນຕົວລົງໃນວັນສຸກນີ້ ແລະ ຈະມຸ່ງໜ້າໄປທາງໃຕ້ຂອງຈີນ.

ທັ້ງນີ້ ຄາດວ່າ ພາຍຸໄຕ້ຝຸ່ນໂຄອິນຸ ຈະບໍ່ໄດ້ຮັບຜົນກະທົບໂດຍກົງຈາກພາຍຸ ອາດຈະພຽງຝົນຕົກເລັກໜ້ອຍ ຫາ ປານກາງໃນບາງເຂດເທົ່ານັ້ນ.

ແຫຼ່ງຂ່າວ CNA

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...