spot_img
Homeຂ່າວການສຶກສາຄູລາວໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ

ຄູລາວໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ

Published on

ຄະນະມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ໄດ້ພົບປະກັບບັນດາຄູລາວທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ, ໃນວັນທີ 4 ຕຸລາ ຜ່ານມາ ທີ່ສະຖານສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ ຊຶ່ງມີພາກສ່ວນທີ່ກ່ຽວຂ້ອງ ແລະ ສີື່ມວນຊົນເຂົ້າຮ່ວມ.

ໃນການພົບປະຄັ້ງນີ້ ໄດ້ຮັບຟັງການນຳເໜີຄວາມເປັນມາຂອງລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຊຶ່ງລາງວັນດັ່ງກ່າວເປັນລາງວັນເພື່ອຍ້ອງຍໍເຊີດຊູກຽດຄູຜູ້ມີຜົນງານດີເດັ່ນ ແລະ ສ້າງຄຸນປະໂຫຍດຕໍ່ການສຶກສາໃນປະເທດຕ່າງໆໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ລວມມີ 11 ປະເທດຄື: ປະເທດບຣູໄນ, ອິນໂດເນເຊຍ, ກຳປູເຈຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ຕີມໍເລັດສະເຕ, ຫວຽດນາມ ແລະ ໄທ ຊຶ່ງການດຳເນີນການຄັດເລືອກຄູແມ່ນທຸກໆ 2 ປີ ໂດຍຄະນະກຳມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຈະສະເໜີກອບແນວຄິດ ແລະ ຄຸນລັກສະນະສະເພາະຂອງຄູຜູ້ສົມຄວນໄດ້ຮັບພຣະລາຊະທານລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ໄປຫາກະຊວງສຶກສາທິການ 11 ປະເທດ, ສ່ວນການກຳນົດການຄັດເລືອກ ແລະ ກົນໄກແມ່ນຂຶ້ນກັບການພິຈາລະນາຂອງແຕ່ລະປະທດ ຊຶ່ງແຕ່ລະປະເທດແມ່ນເລືອກເອົາຄູ 1 ຄົນ.

ສຳລັບ ຄູຈາກ ສປປ ລາວ ທີ່ໄດ້ຮັບລາງວັນລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຜ່ານມາປະກອບມີ: ທ່ານນາງ ຄຳສ້ອຍ ວົງສຳພັນ ຈາກນະຄອນຫຼວງວຽງຈັນ (ປີ 2015), ທ່ານ ນາງ ຄຸນວິໄລ ເຄນກິດຕິສັກ ຈາກນະຄອນຫຼວງວຽງຈັນ (ປີ 2017), ທ່ານ ໄພສະນິດ ປັນຍາສະຫວັດ ຈາກແຂວງຫຼວງພະບາງ (ປີ 2019), ທ່ານ ນາງ ແສງເພັດ ຄຸນປະເສີດ ຈາກແຂວງອຸດົມໄຊ (ປີ 2021) ແລະ ສຳລັບທ່ານ ນາງ ກິມເຟືອງ ເຮືອງມະນີ ຈາກແຂວງເຊກອງ (ປີ 2023) ຊຶ່ງຈະໄປຮັບເອົາລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ເປັນລຸ້ນທີ 5 ໃນວັນທີ 17 ຕຸລາ 2023 ທີ່ຈະມາເຖິງ ທີ່ກຸງເທບມະຫານະຄອນ ປະເທດໄທ.

ບັນດາຄູທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ແຕ່ລະລຸ້ນທີ່ຜ່ານມາແມ່ນມີກຽດສັກສີອັນສູງສົ່ງຕໍ່ກັບຜູ້ທີ່ມີອາຊີບເປັນຄູ ທັງເປັນການໃຫ້ກຳລັງໃຈໃຫ້ແກ່ຄູ, ເປັນໂອກາດໃຫ້ບັນດາຄູທີ່ມີຄຸນງາມຄວາມດີ ຄວາມເກັ່ງກ້າສາມາດ ໄດ້ມີການພັດທະນາຕໍ່ໄປໃນຕົວ ແລະ ພັດທະນາທາງດ້ານການສຶກສາ ແລະ ພັດທະນາລວມກັບບັນດາຄູໃນ 10 ປະເທດ, ສະນັ້ນບັນດາຄູທັງໝົດເຫຼົ່ານີ້ຈະເປັນສື່ໂຄສະນາເຜີຍແຜ່ຄຸນງາມຄວາມດີອອກໃຫ້ບັນດາຄູໃນທົ່ວປະເທດ ແລະ ເພື່ອນຄູທົ່ວອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບຮູ້ເຖິງວຽກງານການພັດທະນາການສຶກສາ.

ທີ່ມາ:ປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...