ເຈົ້າໜ້າທີ່ດ່ານພາສີນະຄອນພະນົມ ກວດພົບຢາເສບຕິດໃນລົດບັນທຸກທີ່ມາຈາກລາວ

0
632

ໃນວັນທີ 3 ກັນຍາ 2023 ຜ່ານມາ, ເຈົ້າໜ້າທີ່ດ່ານພາສີນະຄອນພະນົມ ຮ່ວມກັບເຈົ້າໜ້າທີ່ຕຳຫຼວດໄທ ແລະ ເຈົ້າໜ້າທີ່ກ່ຽວຂ້ອງອອກມາຖະແຫຼງຂ່າວທີ່ດ່ານພາສີນະຄອນພະນົມສາມາດກວດພົບ ແລະ ຍຶດຍາໄອສໄດ້ 50 ກິໂລກຼາມເຊິ່ງບັນຈຸຢູ່ໃນຖົງປຸ໋ຍເຊື່ອງມາກັບລົດບັກທຸກປູນ ໝາຍເລກທະບຽນ ບຄ 1855 ກຳແພງນະຄອນ ແລະ ທະບຽນພວງ ບກ 1568 ເຊິ່ງເປັນລົດບັນທຸກມາຈາກປະເທດລາວ.

ເຈົ້າໜ້າທີ່ດ່ານພາສີຝັ່ງຂາເຂົ້າກວດພົບເຫັນຢາໄອ ເຊິ່ງບັນຈຸຢູ່ໃນຖົງປຸ໋ຍທີ່ມາກັບລົດ ຫຼາຍເຖິງ 800 ກະສອບ ນອກຈາກນີ້ຍັງມີຢາສູບໜີພາສີອີກ 267 ຕຸດຈຳນວນ 53,400 ກອກ ທີ່ຊຸກເຊື່ອງມາກັບລົດຄັນດັ່ງກ່າວດ້ວຍ ເຊິ່ງຂະນະທີ່ເຈົ້າໜ້າທີ່ກຳລັງກວດຄົ້ນລົດບັນທຸກສິນຄ້າຢູ່ນັ້ນ ຄົນຂັບລົດທຳທ່າໄປຍື່ນເອກະສານຂາເຂົ້າຈຶ່ງໄຫວໂຕທັນ ແລະ ສາມາດຫຼົບໜີໄດ້ການຈັບກຸມຂອງເຈົ້າໜ້າທີ່ໄດ້ ເຊິ່ງທາງເຈົ້າໜ້າທີ່ຈະເລັ່ງກວດສອບການນຳເຂົ້າສິນຄ້າດັ່ງກ່າວຈາກດ່ານຂາອອກຝັ່ງລາວເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນການຕາມທາງກົດໝາຍຕໍ່ໄປ.

ທີ່ມາ: ຂ່າວເດັດ77