spot_img
Homeຂ່າວພາຍ​ໃນເມືອງໂພນໂຮງ ແຈ້ງມີຄວາຍປະຊາຊົນພັດຫລົງມາ ຢູ່ຂອບເຂດບ້ານໜອງບົວ

ເມືອງໂພນໂຮງ ແຈ້ງມີຄວາຍປະຊາຊົນພັດຫລົງມາ ຢູ່ຂອບເຂດບ້ານໜອງບົວ

Published on

ເມືອງໂພນໂຮງ ແຈ້ງມີຄວາຍປະຊາຊົນພັດຫລົງມາ ຢູ່ຂອບເຂດບ້ານໜອງບົວ ຫາກໃຜເປັນເຈົ້າຂອງໃຫ້ເຂົ້າມາພົວພັນ ພາຍໃນ 15 ວັນ ຖ້າກາຍກຳນົດຈະຢຶດເປັນຂອງລັດ.

ວັນທີ 4 ຕຸລາ 2023, ຫ້ອງວ່າການເມືອງໂພນໂຮງ ແຈ້ງມາຍັງບັນດາທ່ານຜູ້ຮັບຜິດຊອບບ້ານ, ເລຂາພັກບ້ານແລະ ນາຍບ້ານ 59 ບ້ານທົ່ວເມືອງຊາບວ່າ: ອົງການປົກຄອງບ້ານ ໜອງບົວ ມີຄວາຍຈໍານວນ 1 ໂຕ (ເພດແມ່ ) ໄດ້ພັດຫລົງ ເຂົ້າມາຢູ່ໃນຂອບເຂດບ້ານໜອງບົວ ເຊິ່ງບໍ່ຮູ້ສາເຫດວ່າຍ້ອນຫຍັງຈຶ່ງພັດຫລົງມາ ແລະ ບໍ່ຮູ້ວ່າແມ່ນໃຜເປັນເຈົ້າຄວາຍດັ່ງກ່າວ ປັດຈຸບັນສັດລ້ຽງດັ່ງກ່າວນັ້ນ ອົງການປົກຄອງບ້ານໄດ້ມອບໃຫ້ປະຊາຊົນເປັນຜູ້ຮັກສາ ຄຸ້ມຄອງ ແລະ ໃຫ້ອາຫານເປັນປົກກະຕິໄດ້ໄລຍະໜຶ່ງແລ້ວ ສະນັ້ນ, ຈຶ່ງແຈ້ງ ມາຍັງທຸກພາກສ່ວນຕະຫລອດຮອດປະຊາຊົນບັນດາເຜົ່າ ຮັບຊາບວ່າເປັນສັດລ້ຽງຂອງ ພາກສ່ວນໃດ ຫຼື ບຸກຄົນໃດ ໃຫ້ມາພົວພັນກັບພາກສ່ວນກ່ຽວຂ້ອງ ແລະ ມີຂໍ້ມູນມາຢັ້ງຢືນວ່າເປັນເຈົ້າຂອງ ສັດແທ້ ຕາມກໍານົດເວລາ 15 ວັນ ນັບແຕ່ມື້ອອກແຈ້ງການສະບັບນີ້ເປັນຕົ້ນໄປ ຖ້າຫາກບໍ່ມີພາກສ່ວນໃດ ເຂົ້າມາພົວພັນເອົາສັດດັ່ງກ່າວທາງອົງການປົກຄອງເມືອງຈະໄດ້ຮິບເອົາເປັນຂອງລັດ.

ທີ່ມາ: Lao Youth

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...