spot_img
Homeຂ່າວພາຍ​ໃນເຊັນສັນຍາປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ໄລຍະທາງແຕ່ສີໄຄ ຫາ ສີເກີດ ໃຫ້ສໍາເລັດໃນຕົ້ນປີ 2025

ເຊັນສັນຍາປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ໄລຍະທາງແຕ່ສີໄຄ ຫາ ສີເກີດ ໃຫ້ສໍາເລັດໃນຕົ້ນປີ 2025

Published on

ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ຊະນະການປະມູນໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ໄລຍະທາງແຕ່ສີໄຄ, ເມືອງສີໂຄດຕະບອງ ຫາ ສີເກີດ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ລວມມູນຄ່າໂຄງການທັງໝົດ 10.294.408,44 ໂດລາສະຫະລັດ. ພິທີເຊັນສັນ ຍາໂຄງການປັບປຸງ ແລະ ສ້ອມແປງທາງດັ່ງກ່າວ ຈັດຂຶ້ນໃນຕອນຄໍ່າວັນທີ 29 ກັນຍາ 2023 ທີ່ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມ.

ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ໄລຍະທາງແຕ່ ສີໄຄ ຫາ ສີເກີດ ມີຄວາມລວງຍາວ 6 ກິໂລ ແມັດ, ເປັນໂຄງການສືບຕໍ່ຈາກໄລຍະທາງ ສີເກີດ ຫາ ໂພນໂຮງ (ລວງຍາວ 58 ກິໂລແມັດ) ທີ່ສຳເລັດການກໍ່ສ້າງໃນກາງປີ 2023 ນີ້.

ໂຄງການດັ່ງກ່າວ ໄດ້ຮັບທຶນເງິນກູ້ດອກເບ້ຍຕ່ຳຈາກ 3 ສະຖາບັນການເງິນ ຄື: ທະນາຄານໂລກ (World Bank), ທະນາຄານການລົງທຶນໂຄງລ່າງພື້ນຖານອາຊີ (Asian Infrastructure Investment Bank AIIB) ແລະ ກອງທຶນຂອງກຸ່ມປະເທດນໍດິກ ເພື່ອການພັດທະນາ (Nordic Development Fund – NDF), ລວມທັງທຶນສົມທົບຂອງລັດຖະບານລາວ. ຜູ້ໃຫ້ທຶນໄດ້ອະນຸມັດສືບຕໍ່ສັນຍາກູ້ຢືມອອກໄປອີກໄລ ຍະເວລາ 22 ເດືອນຈາກວັນທີ 31 ພຶດສະ ພາ 2023 ທີ່ເປັນມື້ໝົດອາຍຸເບື້ອງຕົ້ນຈົນຮອດວັນທີ 31 ເດືອນມີນາ ປີ 2025 ເພື່ອກວມເອົາວຽກປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ໄລຍະທາງແຕ່ສີໄຄ ຫາ ສີເກີດ ໃຫ້ໄດ້ຮັບການກໍ່ສ້າງສໍາເລັດທັງໝົດໃນຕົ້ນປີ 2025.

ການປັບປຸງໄລຍະທາງທາງ 6 ກິໂລແມັດດັ່ງກ່າວ ຈະໃຊ້ເວລາທັງໝົດ 18 ເດືອນ. ຈາກນັ້ນ ຈະສືບຕໍ່ເປັນໄລຍະສ້ອມແປງບຳລຸງຮັກສາໄປອີກ 36 ເດືອນ, ລວມໄລຍະເວລາຂອງສັນຍາເປັນທັງໝົດ 54 ເດືອນ.

ສ່ວນການແກ້ໄຂສິ່ງກີດຂວາງຕາມແລວທາງສອງຂ້າງ ເຂດເມືອງສີໂຄດຕະບອງ ແລະ ເຂດເມືອງນາຊາຍທອງ ແລະ ເບີກຈ່າຍຄ່າຊົດເຊີຍໃຫ້ແກ່ປະຊາຊົນ ໄດ້ດຳເນີນມາແຕ່ເດືອນມີນາ 2023 ເປັນຕົ້ນມາ, ໄລຍະທາງ 6 ກິໂລແມັດນີ້ ມີຈໍານວນຄອບ ຄົວທີ່ຖືກກະທົບຈາກໂຄງການ ທັງໝົດ 588 ຄອບຄົວ, ປັດຈຸບັນ ໄດ້ເບີກຈ່າຍສໍາເລັດແລ້ວທັງໝົດ 392 ຄອບຄົວ ແລະ ຍັງຈະສືບຕໍ່ຈ່າຍຄ່າຊົດເຊີຍໃຫ້ສຳເລັດທັງໝົດ ກ່ອນມອບສະໜາມກໍ່ສ້າງໃຫ້ຜູ້ຮັບເໝົາໃນເດືອນຕຸລາ 2023 ເພື່ອລົງມືວຽກກໍ່ສ້າງຢູ່ສະໜາມ.

ການປັບປຸງເສັ້ນທາງ 6 ກິໂລແມັດນີ້ ເປັນການຂະຫຍາຍໜ້າທາງຕາມແລວທາງເກົ່າໃຫ້ກວ້າງອອກຕື່ມຈາກໜ້າທາງເກົ່າກວ້າງ 7-8 ແມັດ ເປັນໜ້າທາງກວ້າງລວມ 20-23 ແມັດ ໂດຍໜ້າທາງປູດ້ວຍເບຕົງຊີມັງເສີມເຫຼັກ.

ຜົນການຕີລາຄາຄັດເລືອກເອົາຜູ້ຮັບເໝົາ ໄດ້ສຳເລັດ ແລະ ໄດ້ຮັບອະນຸມັດຈາກຜູ້ໃຫ້ທຶນໃນວັນທີ 21 ກໍລະກົດ 2023 ແລະ ຈາກ ກະຊວງ ໂຍທາທິການ ແລະ ຂົນສົ່ງໃນວັນທີ 8 ສິງຫາ 2023 ຄື ຮັບຮອງເອົາກຸ່ມບໍລິສັດ ຕັງຈະເລີນ ຈຳກັດ ເປັນຜູ້ທີ່ມີເງື່ອນໄຂຄົບຖ້ວນ ແລະ ຊະນະການປະມູນ ເປັນຜູ້ຮັບເໝົາປັບປຸງ ແລະ ສ້ອມແປງໂຄງການ, ໃນມູນຄ່າສັນຍາລວມທັງໝົດ ເປັນເງິນ 10.294.408,44 ໂດລາສະຫະລັດ.

ແຫຼ່ງຂ່າວ Laos National Radio

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...