spot_img
Homeແຈ້ງການແຈ້ງການຫ້າມເກັບກູ້ ແລະ ຊື້-ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທໍາມະຊາດ.

ແຈ້ງການຫ້າມເກັບກູ້ ແລະ ຊື້-ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທໍາມະຊາດ.

Published on

ແຂວງ ຈໍາປາສັກ ພະແນກກະສິກໍາ ແລະ ປ່າໄມ້ ອອກແຈ້ງການຫ້າມເກັບກູ້ ແລະ ຊື້ – ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທໍາມະຊາດ.

ອີງຕາມ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ສະບັບເລກທີ 424/ຈຂ.ຈສ, ລົງວັນທີ 17 ພຶດສະພາ 2022 ວ່າດ້ວຍ ການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວ ຂອງພະແນກກະສິກໍາ ແລະ ປ່າໄມ້ ແຂວງ ຈໍາປາສັກ. ອີງຕາມ ກົດຫມາຍວ່າດ້ວຍ ສັດນໍ້າ ແລະ ສັດປ່າ ສະບັບເລກທີ 07/ ສພຂ, ລົງວັນທີ 24 ທັນວາ 2008. ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 2220/ກປ, ລົງວັນທີ 07 ພະຈິກ 2020 ວ່າດ້ວຍ ການຮັບຮອງເອົາບັນຊີ ສັດນໍ້າ ແລະ ສັດປ່າ ປະເພດທົ່ວໄປ ຫລື ບັນຊີ III.

ພະແນກກະສິກໍາ ແລະ ປ່າໄມ້ ອອກແຈ້ງການ ດັ່ງລຸ່ມນີ້:
1. ຫ້າມບຸກຄົນ, ນິຕິບຸກຄົນ, ພະນັກງານ, ທະຫານ, ຕໍາຫລວດ, ພໍ່ ແມ່ປະຊາຊົນ, ນັກທຸລະກິດ, ທາງພາຍໃນ ແລະ ຕ່າງປະເທດ ເກັບກູ້ ແລະ ຊື້ – ຂາຍ ຂີ້ກະເດືອນ ແລະ ຕັກຈັບ ນົກ ທຸກຊະນິດ ຢູ່ຕາມທໍາມະຊາດ ເພື່ອ ລ້ຽງ ເປັນທຸລະກິດ ຢ່າງເດັດຂາດ, ໂດຍບໍ່ໃຫ້ໃຊ້ເຄື່ອງມືລັກສະນະດັບສູນ.

2.ຖ້າຫາກບຸກຄົນ ຫລື ບໍລິສັດໃດຢາກເກັບກູ້, ຊື້- ຂາຍ ຂີ້ກະເດືອນ ແລະ ດັກຈັບ ນົກ ທຸກຊະນິດ ຢູ່ຕາມທໍາ ມະຊາດ ເພື່ອເປັນທຸລະກິດ ແມ່ນຕ້ອງໄດ້ເຮັດຫນັງສືສະເຫນີ ຫາ ພະແນກກະສິກໍາ ແລະ ປ່າໄມ້ (ຂະແຫນງປ່າໄມ້) ເພື່ອລົງສໍາຫລວດ ແລະ ເກັບກໍາຂໍ້ມູນ ສຶກສາຄວາມເປັນໄປໄດ້ ໂດຍຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ລະບົບນິເວດ ທາງທໍາມະຊາດ ແລະ ຕ້ອງໄດ້ຮັບອະນຸຍາດ ຈາກພະແນກກະສິກໍາ ແລະ ປ່າໄມ້ ຈື່ງສາມາດຈັດຕັ້ງປະຕິບັດໄດ້.

3.ມອບໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ 1 ນະຄອນ 9 ເມືອງ ເຜີຍແຜ່ແຈ້ງການ ສະບັບນີ້ໃຫ້ ພໍ່ ແມ່ ປະຊາຊົນ, ອໍານາດການປົກຄອງບ້ານ ແລະ ນັກທຸລະກິດ ຈົ່ງຮັບຮູ້ ແລະ ເຂົ້າໃຈ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ ໃນກໍລະນີຜູ້ໃດ ຫາກລະເມີດ ຕໍ່ແຈ້ງການສະບັບນີ້ ຈະຖືກປັບໃຫມ່ດໍາເນີນຄະດີ ຕາມມາດຕາ 70, 71 ຂອງກົດ ຫມາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ, ສະບັບເລກທີ 07/ສພຊ, ລົງວັນທີ 24 ທັນວາ 2008.
ດັ່ງນັ້ນ, ຈື່ງໄດ້ແຈ້ງການມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...