spot_img
Homeຂ່າວຢາເສບຕິດໜີບໍ່ລອດ! ສອງອ້າຍ-ນ້ອງຖືກຈັບຍ້ອນຂົນຢາບ້າ

ໜີບໍ່ລອດ! ສອງອ້າຍ-ນ້ອງຖືກຈັບຍ້ອນຂົນຢາບ້າ

Published on

ອີງຕາມ ລາຍການ ຄວາມສະຫງົບແຂວງຄຳມ່ວນລາຍງານໃນວັນທີ 8 ກັນຍາ 2023 ຜ່ານມານີ້ວ່າ: ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງທ່າແຂກ ແຂວງຄຳມ່ວນໄດ້ຮັບລາຍງານຈາກພົນລະເມືອງດີວ່າ: ຈະມີກຸ່ມຄົນບໍ່ດີຈຳນວນໜື່ງ ມີການເຄື່ອນໄຫວຂົນສົ່ງຄ້າຂາຍຢາເສບຕິດປະເພດຢາບ້າ ຢູ່ຂອບເຂດ ບ້ານວຽງທອງ ເມືອງປາກກະດີງ ແຂວງບໍລິຄຳໄຊ ພາຍຫຼັງໄດ້ຮັບການລາຍງານຄືແນວນັ້ນ ທາງເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ຈື່ງໄດ້ຈັດຕັ້ງກຳລັງ ລົງກວດກາຕິດຕາມສະຖານທີ່ດັ່ງກ່າວ ແລະ ໄດ້ພົບເຫັນເປົ້າໝາຍ ຂັບຂີ່ລົດກະບະຍີ່ຫໍ້ ໂຕໂຍຕ້າ ລີໂວ້ ສີຂາວ ຫມາຍເລກທະບຽນ ມລ 8988 ກຳແພງນະຄອນ ແລະ ລົດກະບະຍີ່ຫໍ້ ໂຕໂຍຕ້າ ລີໂວ້ ສີຂາວ ຫມາຍເລກທະບຽນ ກອ 1125 ກຳແພງນະຄອນ ໄດ້ຂັບຂີ່ມາເພື່ອຈະສົ່ງຢາເສບຕິດຢູ່ຈຸດນັດໝາຍ.

ດັ່ງນັ້ນ, ທາງເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງທ່າແຂກ ຈື່ງໄດ້ສະກັດກັ້ນ ແລະ ສະແດງຕົວເຂົ້າກວດຄົ້ນລົດຈຳນວນ 2 ຄັນດັ່ງກ່າວ ຜ່ານການກວດຄົ້ນຈື່ງໄດ້ພົບເຫັນຢາບ້າຈຳນວນ 48 ແຟັກເທົ່າກັບ 144 ມັດ ທີ່ຊຸກເຊື່ອງໄວ້ໃນເບາະທາງຫຼັງຂອງລົດ ກະບະ ຫມາຍເລກທະບຽນ ມລ 8988 ກຳແພງນະຄອນ.

ຜ່ານການສືບສວນ – ສອບສວນຂອງເຈົ້າໜ້າທີ່ຕຳຫຼວດວິຊາສະເພາະຈື່ງຮູ້ວ່າ : ຜູ້ຖືກຫາຊື່ ທ້າວ ນ້ອຍ ດວງວິໄລ ອາຍຸ 34 ປີ ແລະ ທ້າວ ຮັກຈ່ອຍ ດວງວິໄລ ທັງສອງເປັນປະຊາຊົນ ຢູ່ບ້ານ ທົ່ງນາມີ ເມືອງປາກກະດີງ ແຂວງບໍລິຄຳໄຊ. ເຊີ່ງພວກກ່ງວທັງສອງ ເປັນອ້າຍນ້ອງກັນ. ນອກນັ້ນພວກກ່ຽວທັງສອງຍັງຮັບສາລະພາບຕື່ມອີກວ່າ : ສຳລັບຢາບ້າທີ່ນຳມາສົ່ງຂາຍໃນຄັ້ງນີ້ແມ່ນເປັນຂອງພວກກ່ຽວແທ້.

ຕໍ່ກັບຄະດີດັ່ງກ່າວ ປະຈຸບັນທາງເຈົ້າໜ້າທີ່ວິຊາສະເພາະ ກຳລັງທຳການສືບສວນ – ສອບສວນ ເພື່ອຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...