spot_img
Homeຂ່າວຕ່າງປະເທດນັກໄວຣັສວິທະຍາຂອງຈີນເຕືອນໂລກໃຫ້ກຽມຮັບມືກັບເຊື້ອພະຍາດໂຄໂລນາສາຍພັນໃໝ່

ນັກໄວຣັສວິທະຍາຂອງຈີນເຕືອນໂລກໃຫ້ກຽມຮັບມືກັບເຊື້ອພະຍາດໂຄໂລນາສາຍພັນໃໝ່

Published on

ນັກໄວຣັສວິທະຍາຂອງຈີນ ພ້ອມຄະນະ ອອກລາຍງານເຕືອນໂລກໃຫ້ກຽມຮັບມືກັບເຊື້ອພະຍາດໂຄໂລນາສາຍພັນໃໝ່ ທີ່ອາດຈະລະບາດໃນອະນາຄົດ ທີ່ມັນຄ້າຍຄືກັບໂຄວິດ-19 ລະບາດ.

ໃນວັນທີ 26 ກັນຍາ 2023 ດຣ ສີ ເຈິ້ງລີ່ ຜູ້ອຳນວຍການສູນພະຍາດຕິດຕໍ່ ຂອງເມືອງອູ່ຮັ່ນ ປະເທດຈີນ ແລະ ຄະນະ ອອກມາເຕືອນປະຊາຊົນ ແລະ ນັກວິທະຍາສາດທົ່ວໂລກໃຫ້ກຽມພ້ອມ ເນື່ອງຈາກພົບເຊື້ອໄວຣັສໂຄໂລນາ ສາຍພັນໃໝ່ເຖິງ 20 ສາຍພັນ ທີ່ອາດແຜ່ລະບາດສູ່ຄົນອີກໃນອະນາຄົດ.

ດຣ ສີ ເຈິ້ງລີ່ ໄດ້ສຶກສາວິໄຈເຊື້ອໄວຣັສໃນເຈຍມາຫຼາຍສິບປີ ແລະ ຄະນະນັກວິທະຍາສາດ ທີ່ສະຖາບັນໄວຣັສອູ່ຮັ່ນ ໄດ້ເຜີຍແຜ່ບົດວິໄຈໃນວາລະສານທາງການແພດ Emerging Microbes & Infections ໃນເດືອນມິຖຸນາ 2023 ຈົນສ້າງຄວາມສົນໃຈໃຫ້ແກ່ສັງຄົມ ໂດຍມີເນື້ອໃນລະບຸວ່າ ພົບເຊື້ອໄວຣັສໂຄໂລນາ ທີ່ຄວາມສ່ຽງເຖິງ 40 ສາຍພັນ ແລະ ໃນນີ້ມີ 20 ສາຍພັນ ມີຄວາມສ່ຽງສູງ ທີ່ອາດຈະແຜ່ລະບາດສູ່ຄົນ.

ນອກນີ້ ຍັງພົບວ່າ ມີ 6 ສາຍພັນ ທີ່ຮູ້ແລ້ວວ່າ ເມື່ອຕິດຕໍ່ສູ່ຄົນແລ້ວ ຈະມີອາການບໍ່ສະບາຍ ແລະ ຍັງມີຫຼັກຖານວ່າໄວຣັສອີກ 3 ສາຍພັນ ໄດ້ເຮັດໃຫ້ສັດຫຼາຍຊະນິດບໍ່ສະບາຍ ຫຼື ຕິດເຊື້ອພະຍາດໄດ້.

ທັ້ງນີ້ ດຣ ສີ ເຈິ້ງລີ່ ແລະ ຄະນະວີໄຈ ໄດ້ເຕືອນໃຫ້ໂລກຕ້ອງກຽມພ້ອມຮັບມືກັບການລະບາດຄັ້ງໃຫຍ່ ທີ່ອາດຈະເປັນຄືກັບການລະບາດຂອງໂຄວິດ-19.

ແຫຼ່ງຂ່າວ NDTV

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...