spot_img
Homeຂ່າວພາຍ​ໃນເຜີຍແຜ່ນິຕິກໍາການນໍາເງິນສົດເຂົ້າ-ອອກໃນສປປ ລາວ ໃຫ້ຜູ້ປະກອບການທຸລະກິດຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ເຂດເສດຖະກິດພິເສດບໍ່ເຕ່ນ

ເຜີຍແຜ່ນິຕິກໍາການນໍາເງິນສົດເຂົ້າ-ອອກໃນສປປ ລາວ ໃຫ້ຜູ້ປະກອບການທຸລະກິດຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ເຂດເສດຖະກິດພິເສດບໍ່ເຕ່ນ

Published on

ໃນລະຫວ່າງວັນທີ 21-26 ກັນຍາ 2023 ນີ້, ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ແລະ ທ່ານ ວິເລດ ກິນນາວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ພ້ອມ ຄະນະ ລົງເຜີຍແຜ່, ແນະນໍາບັນດານິຕິກຳ, ດໍາລັດ, ແຈ້ງການ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງຂອງຂະແໜງພາສີ, ສ່ວຍສາອາກອນ ແລະ ບັນຊີ ໃຫ້ຜູ້ປະກອບການທີ່ດຳເນີນທຸລະກິດຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ແຂວງບໍ່ແກ້ວ ແລະ ໃຫ້ຜູ້ປະກອບການທີ່ດຳເນີນທຸລະກິດ ຢູ່ໃນເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ແຂວງຫລວງນໍ້າທາ ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2502/ກງ, ລົງວັນທີ 17 ສິງຫາ 2023 ວ່າດ້ວຍການແຕ່ງຕັ້ງຄະນະວິຊາການລົງຊຸກຍູ້, ຕິດຕາມ, ຄຸ້ມຄອງ ແລະ ກວດກາສາງສິນຄ້າ, ນໍ້າມັນເຊື້ອໄຟ ແລະ ອາຍແກັສທີ່ດ່ານຊາຍແດນ ແລະ ຂະຫຍາຍຖານຫົວໜ່ວຍທຸລະກິດໃນເຂດເສດຖະກິດພິເສດຢູ່ແຂວງຫລວງນໍ້າທາ ແລະ ແຂວງບໍ່ແກ້ວ.

ການລົງເຜີຍແຜ່ບັນດານີ້ຕິກຳຄັ້ງນີ້, ເປັນບາດກ້າວທຳອິດ ໃນການຫັນຫົວໜ່ວຍທຸລະກິດຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ແລະ ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ເຂົ້າສູ່ການປະຕິບັດຕາມລະບຽບກົດໝາຍ, ບັນດານິຕິກໍາ, ດຳລັດ, ແຈ້ງການຕ່າງໆຂອງຂະແໜງການເງິນ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ, ຕາມທິດຊີ້ນໍາຂອງລັດຖະບານ, ຕ້ອງໄດ້ປະຕິ ບັດຕາມການຄຸ້ມຄອງຫົວໜ່ວຍທຸລະກິດໃຫ້ຖືກຕ້ອງ ໂດຍສະເພາະການຄຸ້ມຄອງ, ຕິດຕາມ ແລະ ກວດກາສາງສິນຄ້າ, ນໍ້າມັນເຊື້ອໄຟ ແລະ ອາຍແກັສ, ການແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ, ການເຄື່ອນຍ້າຍເງິນເຂົ້າ-ອອກຢູ່ເສດຖະກິດພິເສດ ແລະ ກວດກາຄືນບັນດາຫົວໜ່ວຍທຸລະກິດທັງໝົດທີ່ເຄື່ອນໄຫວຕົວຈິງພາຍໃນເຂດດັ່ງກ່າວ.

ໂອກາດນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ແລະ ຮຽນຮູ້ກ່ຽວກັບບັນດານິຕິກຳຕິດພັນ, ນິຕິກໍາການ ນໍາເງິນສົດເຂົ້າ-ອອກໃນ ສປປ ລາວ, ມີຂັ້ນຕອນດຳເນີນການແນວໃດ ແລະ ຕ້ອງປະຕິບັດແບບໃດ ຈຶ່ງຖືກຕ້ອງຕາມກົດລະບຽບທີ່ວາງອອກ ແລະ ນິຕິກຳອື່ນໆກ່ຽວກັບພາສີ, ຮັບຟັງການນໍາສະເໜີ ກ່ຽວກັບລະບຽບການຂອງວຽກງານສ່ວຍສາອາກອນ, ເຜີຍແຜ່ແນະນໍາລະບຽບການຂອງວຽກງານພາສີ, ລະບຽບການຂອງວຽກງານການບັນຊີ, ແນະນໍາກ່ຽວກັບພາສີອາກອນແຕ່ລະແບບ, ການເສຍອາກອນແຕ່ລະປະເພດ ແລະ ແລກປ່ຽນຄໍາຄິດຄໍາເຫັນຕ່າງໆເປັນຕົ້ນ ກ່ຽວກັບການຫັນຫົວໜ່ວຍທຸລະກິດສູ່ລະບຽບກົດໝາຍ ເພື່ອຮັບປະກັນການເກັບລາຍຮັບໃຫ້ຖືກຕ້ອງ, ຄົບຖ້ວນ, ຮ່ວມກັນກວດກາຄືນຫົວໜ່ວຍທຸລະກິດທີ່ຕ້ອງຍັງດຳເນີນທຸລະກິດ, ສືບຕໍ່ລົງເກັບກຳຂໍ້ມູນທີ່ຍັງບໍ່ໄດ້ຢູ່ໃນສະຖິຕິເຊັ່ນ: ສະໜາມກ໋ອບ, ໂຮງແຮມ, ຮ້ານອາຫານ, ໂຄງການຮັບເໝົາກໍ່ສ້າງສະຖານທີ່ຕ່າງໆພາຍໃນເຂດ. ທັງນີ້, ກໍເພື່ອເປັນການຜັນຂະຫຍາຍບັນດານິຕິກຳ ແລະ ລະບຽບການຕ່າງໆຂອງຂະ ແໜງການເງິນ ໃຫ້ຫົວໜ່ວຍທຸລະກິດ ຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ມີປະສິດທິຜົນສູງ.

ແຫຼ່ງຂ່າວ ກະຊວງການເງິນ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...