spot_img
Homeຂ່າວພາຍ​ໃນປກສ ແຂວງຄຳມ່ວນໄດ້ນຳເອົາຕົວຜູ້ກະທຳຜິດທາງສື່ອອນລາຍມາສືກສາອົບຮົມ.

ປກສ ແຂວງຄຳມ່ວນໄດ້ນຳເອົາຕົວຜູ້ກະທຳຜິດທາງສື່ອອນລາຍມາສືກສາອົບຮົມ.

Published on

ໃນປະຈຸບັນສື່ອອນລາຍໄດ້ມີຄວາມສົນໃຈ ແລະ ເປັນທີ່ວິພາກວິຈານກ່ຽວກັບເລື່ອງຄີຣນິກແຫ່ງໜື່ງໃນເທດສະບານ ເມືອງທ່າແຂກ ແຂວງຄຳມ່ວນ ທີ່ມີຜູ້ປ່ວຍເຂົ້າໄປກວດພະຍາດ ແລ້ວ ທາງ ຄີຣນິກ ກໍ່ໄດ້ມີການກວດຕາມຫຼັກການວິຊາສະເພາະຂອງແພດໝໍ ຈື່ງເຮັດໃຫ້ຜູ້ທີ່ເຂົ້າໄປຮັບການປີ່ນປົວເກີດຄວາມເຂົ້າໃຈຜິດ ຄິດວ່າແພດໝໍລ່ວງລະເມີດຄວາມເປັນສ່ວນຕົວຂອງຜູ້ກ່ຽວ ຈາກນັ້ນຜູ້ກ່ຽວຈື່ງໄດ້ສົ່ງຂໍ້ຄວາມຫາຫມູ່ ວ່າ : ດ໋ອກເຕີ ໃນຄີຣນິກແຫ່ງໜື່ງໄດ້ລ່ວງລະເມີດຄວາມເປັນສ່ວນຕົວຂອງຕົນໃນຄັ້ງວັນທີ່ 17 ກັນຍາ 2023.

ດັ່ງນັ້ນ ນາງ ຈັນທະໄລ ຊຸລີໂຊກ ຫຼຶ ປານິກ ຊຸລິໂຊກ ເຊີ່ງເປັນໝູ່ຂອງຜູ້ທີ່ເຂ້າມາປີ່ນປົວຈື່ງເກີດຄວາມບໍ່ພໍໃຈ ແລະ ໄດ້ຂຽນຂໍ້ຄວາມລົງຜ່ານເຟດສບຸກສ່ວນຕົວອອກຊື່ PaNick Zoulixok ວ່າມີໜູ່ຂອງຜູ້ກ່ຽວໄດ້ໄປກວດພະຍາດຢູ່ຄີຣນີກແຫ່ງດັ່ງກ່າວ ແລ້ວໄດ້ເວົ້າວ່າ : ດ໋ອກເຕີຢູ່ຄີຣນິກແຫ່ງດັ່ງກ່າວນັ໊ນ ໄດ້ລ່ວງລະເມີດສິດສ່ວນຕົວຂອງໜູ່ຕົນເອງ. ຈື່ງເຮັດໃຫ້ມີຜູ້ຄົນໃນສື່ອອນລາຍ ຕາມເຟດສບຸກເຂົ້າໄປເບີ່ງ ແລະ ເກີດຄວາມສົນໃຈ ໃນເລື່ອງຕ່າງໆທີ່ຕົນເອງໄດ້ໂພດລົງໄປນັ້ນ ດັ່ງນັ້ນຈື່ງເຮັດໃຫ້ສັງຄົມເກີດມີຄວາມບໍ່ສະຫງົບ. ຕໍ່ມາໄດ້ມີເຟດສບຸກຂອງກຸ່ມຄົນບໍ່ດີ ໄດ້ນຳໄປເຜີຍແຜ່ ແລະ ໄດ້ອອກຊື່ວ່າ ເປັນຄີຣນິກ ຂອງ ດຣ ແສງຈັນ.ຈື່ງເຮັດໃຫ້ຄີຣນິກດັ່ງກ່າວເຊື່ອມເສຍ ແລະ ຂາດຄວາມເຊື່ອຖືຕໍ່ຜູ້ມາຮັບການປີ່ນປົວ.

ຈາກນັ້ນທາງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຄຳມວ່ນ ຈື່ງໄດ້ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເກັບກຳຂໍ້ມູນເຫັນວ່າບໍ່ມີມູນຄວາມຈິງ ແລະ ໄດ້ເອີ້ນ ນາງ ຈັນທະໄລ ຊຸລິໂຊກ ຫຼື ນາງ ປານິກ ຜູ້ນຳໃຊ້ເຟດສບຸກອອກຊື່ PaNick Zoulixok ມາໃຫ້ຂໍ້ມູນຜ່ານການເກັບກຳຂໍ້ມູນແມ່ນເຫັນວ່າ : ນາງ ປານິກ ແມ່ນໄດ້ໂພດສຜ່ານສື່ອອນລາຍແທ້ຈິງ ແຕ່ຜູ້ກ່ຽວບໍ່ມີເຈດຕະນາ ອອກຊື່ນາມ ຫຼື ໃສ່ຮ້າຍປ້າຍສີ ຄີຣນີກຂອງຜູ້ໃດ, ຕໍ່ການກະທຳຂອງຜູ້ກ່ຽວຈື່ງເຮັດໃຫ້ນາງ ຈັນທະໄລ ຫຼື ປານີກ ຮູ້ສືກຜິດ ແລະ ກີນແໜງແຄງໃຈ ຕໍ່ການກະທຳຂອງຕົນ ທີ່ຮູ້ເທົ່າບໍ່ເຖີ່ງການທີ່ໄດ້ກະທຳລົງໄປນັ້ນ ສະນັ້ນຕົນເອງຈື່ງໄດ້ອອກມາຂໍໂທດສັງຄົມຜ່ານສື່ອອນລາຍທີ່ໄດ້ເຮັດໃຫ້ພໍ່ແມ່ປະຊາຊົນນທຸກຊັ້ນຄົນເກີດຄວາມເຂົ້າໃຈຜິດຕໍ່ ຄິຣນີກດັ່ງກ່າວ.
ຕໍ່ກັບເຫດການດັ່ງ່ກາວຈື່ງຮຽກຮ້ອງມາຍັງຜູ້ນຳໃຊ້ສື່ອອນລາຍ ໃນທົ່ວສັງຄົມຈົ່ງມີສະຕິລະວັງຕົວໃນການເສບຂ່າວ ຫຼື ຄອນເມັ້ນຂ່າວຕ່າງງໆ ທີ່ບິດເບື່ອນຄວາມເປັນຈິງ ທີ່ເຮັດໃຫ້ສັງຄົມບໍ່ມີຄວາມສະຫົງບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍ.

ຂໍ້ມູນ: ຄວາມສະຫງົບແຂວງຄຳມ່ວນ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...