spot_img
Homeຂ່າວຄວາມສະຫງົບກອງກວດກາປ່າໄມ້ປະຈຳແຂວງບໍ່ແກ້ວ ແລະ ພາກສ່ວນທີ່ກ່ຽວຂ້ອງນຳຕົວຜູ້ລັກລອບຕັດໄມ້ຫວງຫ້າມມາສຳນວນຄະດີ.

ກອງກວດກາປ່າໄມ້ປະຈຳແຂວງບໍ່ແກ້ວ ແລະ ພາກສ່ວນທີ່ກ່ຽວຂ້ອງນຳຕົວຜູ້ລັກລອບຕັດໄມ້ຫວງຫ້າມມາສຳນວນຄະດີ.

Published on

ຕາມການລາຍງານເບື້ອງຕົ້ນຂອງໜ່ວຍອອກສັນລະເວ ຂອງທະຫານແຂວງບໍ່ແກ້ວ ຕາມລຽບທາງຕັດໃຫມ່ພູ 106 ໃຫ້ຮູ້ວ່າ: ໃນເວລາ 21 ໂມງ 00 ນາທີ ຂອງວັນທີ 14 ກັນຍາ 2023 ຜ່ານມາ, ໄດ້ພົບເຫັນຄົນທີ່ໜ້າສົງໃສລັກລອບຕັດໄມ້ຢູ່ປ່າສະຫງວນພູ106, ສະນັ້ນ ຈຶ່ງໄດ້ເຂົ້າສອບຖາມ ແລະ ກວດຄົ້ນ, ຜ່ານການກວດຄົ້ນໄດ້ກວດພົບ ຈັກສະຕິນ 1 ເຄື່ອງ ແລະ ເຄື່ອງອຸປະກອນຈຳນວນໜຶ່ງ, ຜູ້ກ່ຽວໄດ້ຍອມຮັບວ່າມາຂົນໄມ້ແທ້ ແລະ ໃຫ້ຜູ້ກ່ຽວນຳທາງໄປຫາ ຈຸດທີ່ຕັດໄມ້, ເວລາໄປຮອດຈຸດໄດ້ພົບເຫັນຄົນກຳລັງຕັດໄມ້ແທ້ ແຕ່ສອງຄົນໄຫວໂຕທັນລົບໜີໄປເນື່ອງຈາກ ເປັນປ່າຕຶບ ແລະ ພາກສ່ວນດັ່ງກ່າວແມ່ນໄດ້ວາງແຜນແປງເສັ້ນທາງລົບໜີໄວ້ແລ້ວ, ຜ່ານການເຂົ້າກວດຄົ້ນສາມາດຍຶດ ໄດ້ຄື: ຈັກສະຕິນ ຈຳນວນ 04 ເຄື່ອງ, ລົດຈັກ ຈຳນວນ 02 ຄັນ, ໄມ້ຈຳນວນ 01 ຕັບ ຂະໜາດ 30×30, ຍາວ ປະມານ 2,5 ແມັດ, ໄມ້ດູ່ຕັດເປັນທ່ອນປະມານ 20 ກວ່າທ່ອນ ແລະ ຕັດໄວ້ຄາຕົ້ນອີກຈຳນວນຫນື່ງ, ຍັງກວດເຫັນອຸປະກອນເສບຢາບ້າ ແລະ ຢາບ້າ ຈຳນວນ 30 ເມັດ, ພ້ອມທັງເຄື່ອງອຸປະກອນຈໍານວນໜຶ່ງຕື່ມອີກ.

ສາມາດຈັບຜູ້ກະທຳຜິດໄດ້ທັງໝົດ 4 ຄົນ ລົບຫນີອີກ 2 ຄົນ ເຊິ່ງມີຄື: ທ້າວ ແອ ອາຍຸ 25 ປີ ອາຊີບປະຊາຊົນ, ທ້າວ ເສົາ ອາຍຸ 23 ປີ ອາຊີບປະຊາຊົນ, ທ້າວ ບຸນວິໄລທອງ ອາຍຸ 23 ປີ ອາຊີບ ປະຊາຊົນ, ທ້າວ ໂສ ອາຍຸ 23 ປີ ອາຊີບ ປະຊາຊົນ ທັງ 4 ຄົນແມ່ນຢູ່ບ້ານໃຫຍ່ຫ້ວຍຊາຍເໜືອ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ, ສ່ວນຜູ້ທີລົບໜີ ມີ: ທ້າວ ແກ້ວ ຢູ່ບ້ານນ້ຳເດືອ ເມືອງຫ້ວຍຊາຍ, ທ້າວ ກວ້າງ ຢູ່ບ້ານໃຫຍ່ຫ້ວຍຊາຍ ເໜືອ, ສະນັັ້ນ ພາກສ່ວນທີ່ກ່ຽວຂ້ອງຈື່ງໄດ້ນຳຕົວຜູ້ກະທຳຜິດໄປສຳນວນຄະດີທີຈຸດລັກລອບຕັດໄມ້.
ທີ່ມາ: ໜັງສືພິມບໍ່ແກ້ວ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...