spot_img
Homeຂ່າວພາຍ​ໃນຕະຫຼາດໂລກປັບລາຄານ້ຳມັນຂຶ້ນຢ່າງຕໍ່ເນື່ອງ

ຕະຫຼາດໂລກປັບລາຄານ້ຳມັນຂຶ້ນຢ່າງຕໍ່ເນື່ອງ

Published on

ປະຊາຊົນກຳລັງປະເຊີນກັບວິກິດຢ່າງໜັກ ບໍ່ວ່າຈະເປັນເສດຖະກິດຕົກຕ່ຳ ໄພເງິນເຟີ້ ເງິນອ່ອນຄ່າ ຫຼ້າສຸດ ຍັງມາພົບກັບລາຄານ້ຳມັນເຊື້ອໄຟທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍມີລາຄາສູງສຸດເຖິງ 30.000 ກີບຕໍ່ລິດ.

ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວໃຫ້ຮູ້ວ່າ: ສະພາບລາຄານ້ຳມັນດິບໃນຕະຫຼາດໂລກປັບຂຶ້ນຢ່າງຕໍ່ເນື່ອງຫຼາຍກວ່າ 2 ເປີເຊັນ ຫຼັງຈາກປະເທດຊາອຸດິດ ອາຣັບບີ ແລະ ປະເທດຣັດເຊຍ ຂະຫຍາຍເວລາປັບຫຼຸດກຳລັງການຜະລິດນ້ຳມັນລົງ 1,3 ລ້ານບາເຣລ/ວັນ ໄປຈົນຮອດທ້າຍປີ 2023. ໃນຂະນະທີ່ຄວາມຕ້ອງການຊົມໃຊ້ນ້ຳມັນຈະເພີ່ມຂຶ້ນ ເນື່ອງຈາກວ່າກຸ່ມປະເທດເອີຣົບ ແລະ ອາເມຣິກາ ຕ້ອງການຊົມໃຊ້ນໍ້າມັນໃນລະດູໜາວທີ່ຈະມາເຖິງ ສົ່ງຜົນກະທົບໃຫ້ລາຄານໍ້າມັນດິບປັບຂຶ້ນສູງສຸດໃນຮອບປີ ໂດຍລາຄານ້ຳມັນດິບ Brent ໃນຕົ້ນປີ ເທົ່າກັບ 82,10 ໂດລາຕໍ່ບາເຣລ ຫຼັງຈາກນັ້ນກໍເໜັງຕີງ ແລະ ປັບລົງຕ່ຳສຸດໃນກາງເດືອນມິຖຸນາ 2023 ໃນລະດັບ 71,84 ໂດລາຕໍ່ບາເຣລ, ແຕ່ຮອດວັນທີ 13 ກັນຍາ 2023 ໄດ້ປັບຂຶ້ນ ເປັນ 92,06 ໂດລາຕໍ່ບາເຣລ.

ຈາກສະພາບດັ່ງກ່າວ ສົ່ງຜົນກະທົບໃຫ້ລາຄານ້ຳມັນເຊື້ອໄຟພາຍໃນປະເທດເຮົາ ເລີ່ມແຕ່ຕົ້ນປີ 2023 ຮອດວັນທີ 14/09/2023 ມີການເໜັງຕີງເຊັ່ນດຽວກັນ ໂດຍໄດ້ມີການປັບລາຄານ້ຳມັນເຊື້ອໄຟ ພາຍໃນປະເທດ 37 ຄັ້ງ ໂດຍປັບຂຶ້ນລາຄານ້ໍາມັນທຸກຊະນິດ (ແອັດຊັງພິເສດ, ແອັດຊັງທໍາດາ ແລະ ກາຊວນ) 18 ຄັ້ງ, ປັບລົງທຸກຊະນິດ 12 ຄັ້ງ ແລະ ປັບລາຄານ້ຳມັນບາງຊະນິດ 7 ຄັ້ງ.

ການປັບລາຄານ້ຳມັນເຊື້ອໄຟພາຍໃນປະເທດທີ່ມີການເໜັງຕີງທີ່ນອກຈາກປັດໄຈລາຄານ້ຳມັນໃນຕະຫຼາດໂລກແລ້ວ, ບັນຫາໄພເງິນເຟີ້ທີ່ເກີດຈາກອັດຕາແລກປ່ຽນເງິນຕາຕ່າງປະເທດກໍມີຜົນກະທົບ ເຮັດໃຫ້ລາຄານ້ຳມັນໃນບ້ານເຮົາປັບຕົວສູງຂຶ້ນເຊັ່ນກັນ. ເຖິງວ່າພາກລັດ ໄດ້ຫຼຸດຜ່ອນການເກັບອາກອນຊົມໃຊ້ສໍາລັບນ້ຳມັນແອັດຊັງທໍາມະດາ ຈາກ 31% ເປັນ 16%, ໄດ້ໂຈະການເກັບອາກອນຊົມໃຊ້ນ້ຳມັນກາຊວນ ແລະ ຫົວໜ່ວຍທຸລະກິດນ້ຳມັນເຊື້ອໄຟໄດ້ຫຼຸດຄ່າບໍລິການໃນແຕ່ລະຂອດລົງແລ້ວກໍຕາມ ເຊິ່ງການປັບລາຄານ້ຳມັນເຊື້ອໄຟຄັ້ງຫຼ້າສຸດນີ້ ເປັນລາຄາທີ່ສູງສຸດເທົ່າທີ່ເຄີຍມີມາ.

ຕາມການປະເມີນສະພາບລາຄານ້ຳມັນຕະຫຼາດໂລກແຕ່ປັດຈຸບັນນີ້ ຫາທ້າຍປີ 2023 ແລະ ຕົ້ນປີ 2024 ຄາດວ່າລາຄານ້ຳມັນໃນຕະຫຼາດໂລກຈະສືບຕໍ່ປັ່ນປ່ວນ ແລະ ຢູ່ໃນລະດັບສູງ ເຊິ່ງຈະເຮັດໃຫ້ລາຄານ້ຳມັນເຊື້ອໄຟພາຍໃນປະເທດມີການເໜັງຕີງໃນລະດັບສູງເຊັ່ນດຽວກັນ.

ແລະ ປັດຈຸບັນທາງສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວ ຈະສືບຕໍ່ປະສານກັບພາກລັດທີ່ກ່ຽວຂ້ອງ ເພື່ອສູ້ຊົນນຳເຂົ້ານ້ຳມັນເຊື້ອໄຟມາສະໜອງໃຫ້ສັງຄົມເປັນປົກກະຕິ ໂດຍຮ່ວມກັນຄຸ້ມຄອງ ແລະ ດັດສົມລາຄານ້ຳມັນເຊື້ອໄຟໃຫ້ມີຄວາມເໝາະສົມຕໍ່ໄປ.

ແຫຼ່ງຂ່າວ ເສດຖະກິດການຄ້າ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...