spot_img
Homeຂ່າວຕ່າງປະເທດລັດຖະບານຈີນໄດ້ສັ່ງຫ້າມເຈົ້າໜ້າທີ່ລັດໃຊ້ໂທລະສັບໄອໂຟນ

ລັດຖະບານຈີນໄດ້ສັ່ງຫ້າມເຈົ້າໜ້າທີ່ລັດໃຊ້ໂທລະສັບໄອໂຟນ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 7 ຜ່ານມານີ້ວ່າ: ລັດຖະບານຈີນໄດ້ສັ່ງຫ້າມເຈົ້າໜ້າທີ່ລັດໃຊ້ໂທລະສັບໄອໂຟນ ຂອງບໍລິສັດແອັບເປີ້ນ ຈາກສະຫະລັດອາເມຣິກາ ເຊິ່ງສົ່ງຜົນໃຫ້ຕັ້ງແຕ່ວັນທີ 6-7 ໃນເດືອນກັນຍາທີ່ຜ່ານມາ ຫຸ້ນບໍລິສັດແອັບເປີ້ນຕົກລົງ 6.4% ລວມມູນຄ່າປະມານ ສອງແສນລ້ານໂດລາສະຫະລັດໃນ ສອງມື້ ເນ ່ອງຈາກຈີນເປັນຕະຫຼາດໃຫຍ່ ແລະ ຕະຫຼາດທີ່ສຳຄັນທີ່ສຸດຂອງແບຣນ ໂດຍຍອດຂາຍໃນຈີນ ລວມ ໃຕ້ຫວັນ ແລະ ຮ່ອງກົງ ຄິດເປັນສັດສ່ວນລະປະມານ 20% ຂອງຍອດຂາຍທັງໝົດ.

ຫຼ້າສຸດໃນວັນທີ 8 ກັນຍາ 2023 ຜ່ານມາ, ສຳນັກຂ່າວ ນິເຄອິ ເອເຊຍ (Nikkei Asia) ລາຍງານວ່າ: ລັດຖະບານຈີນ​​ອອກຄຳສັ່ງຫ້າມ​ໃຊ້ iPhone ເຊິ່ງກ່ອນໜ້ານີ້ບັງຄັບໃຊ້ສະເພາະກັບພະນັກງານລັດສູນ​ກາງ​ເທົ່າ​ນັ້ນ ມັນໄດ້ຖືກຂະຫຍາຍໄປໃຊ້ກັບພະນັກງານລັດທ້ອງຖິ່ນ ແລະ ພະນັກງານໃນບໍລິສັດຂອງລັດ ຫຼື ລັດວິສາຫະກິດ ໃນຂອບເຂດທົ່ວປະເທດ.

Nikkei Asia ລາຍ​ງານຕື່ມວ່າ: ກະຊວງ​ແລະ​ອົງການ​ສູນ​ກາງ​ຂອງ​ຈີນ​ໄດ້​ຈຳກັດ​ການ​ນຳ​ໃຊ້​ສິນຄ້າ​ຍີ່​ຫໍ້​ຕ່າງປະ​ເທດ​ເຂົ້າ​ໃນ​ວຽກ​ງານ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ປະມານ​ປີ 2020 ນັບ​ແຕ່​ນັ້ນ​ມາ ມາດຕະການດັ່ງກ່າວໄດ້ຖືກຂະຫຍາຍໄປໃຊ້ກັບພະນັກງານລັດທ້ອງຖິ່ນລະດັບຂັ້ນແຂວງ ແລະ ເມືອງແລ້ວຂະຫຍາຍໄປຈໄນຮອດລັດວິສາຫະກິດ ຫຼື ບໍລິສັດຂອງລັດ ຕັ້ງແຕ່​ເດືອນ​ສິງຫາ​ທີ່​ຜ່ານ​ມາ.

ທັງນີ້, ຕາມ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ ປີ 2021, ຈີນ​ມີ​ເຈົ້າ​ໜ້າ​ທີ່​ລັດຖະບານ​ສູນ​ກາງ ລັດຖະບານທ້ອງຖິ່ນ ແລະ ພະນັກງານລັດວິສາຫະກິດທັງໝົດຈຳນວນ 56,33 ລ້ານຄົນ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...