spot_img
Homeຂ່າວທ້ອງຖິ່ນພິທີທຳລາຍເຄື່ອງມືຫາປາ ແລະ ຈັກສະຕິນທີ່ນຳໃຊ້ຜິດຕໍ່ລະບຽບ ກົດໝາຍ.

ພິທີທຳລາຍເຄື່ອງມືຫາປາ ແລະ ຈັກສະຕິນທີ່ນຳໃຊ້ຜິດຕໍ່ລະບຽບ ກົດໝາຍ.

Published on

ຄຽງຄູ່ກັບການຊຸກຍູ້ ສົ່ງເສີມໃຫ້ອົງການຈັດຕັ້ງທຸກພາກສ່ວນຂອງລັດ, ນັກທຸລະກິດ,ພໍ່ຄ້າຊາວຂາຍ, ນັກຮຽນ ແລະອຳນາດການປົກຄອງ ຮ່ວມແຮງຮ່ວມໃຈກັນ ປູກເບ້ຍໄມ້ໃຫ້ຫຼາຍ ແລະສົ່ງເສີມໃຫ້ມີການນຳເອົາລູກປາ ຫຼາກຫຼາຍຊະນິດປ່ອຍລົງສູ່ແຫຼ່ງນ້ຳທຳມະຊາດໃຫ້ນັບມື້ຫຼາຍຂື້ນ ເພຶ່ອເພີ່ມຄວາມອຸດົມ ສົມບູນໃຫ້ແກ່ທຳມະຊາດ ເປັນທ່າແຮງໃຫ້ແກ່ລູກຫຼານໄດ້ນຳໃຊ້ໄດ້ຢ່າງຍາວນານໃນອານາຄົດແລ້ວ. ທາງໜ່ວຍງານກວດກາປ່າໄມ້ ແລະໜ່ວຍງານລ້ຽງສັດ-ການປະມົງ ຂັ້ນເມືອງ ຍັງໄດ້ເອົາໃຈໃສ່ເຂັ້ມງວດໃນການກວດກາ ເພຶ່ອສະກັດກັ້ນ ການຕັດໄມ້ທຳລາຍປ່າແບບຊະຊາຍ ແລະຕິດຕາມ ກວດກາ ການຫາປາຂອງຊາວປະມົງທີ່ນຳໃຊ້ເຄື່ອງມືຫາປາແບບດັບສູນທີ່ຜິດຕໍ່ກົດໝາຍຢ່າງຕໍ່ເນື່ອງ.

 ສະນັ້ນ ໃນກາງເດືອນກໍລະກົດທີ່ຜ່ານມາ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ສົມທົບກັນລົງກວດກາ ຕາມຈຸດເປົ້າໝາຍ ພາຍໃນກຸ່ມບ້ານນາໃໝ່ ສາມາດກວດພົບ ເຄື່ອງມືຫາປາ ,ຈັກສະຕິນ ແລະອຸປະກອນ ເຊິ່ງປະກອບມີ: ມໍ້ໄຟໃຫຍ່ 120 V ຈໍານວນ 13 ໜ່ວຍ, ມໍ້ໄຟນ້ອຍ 12 V ມີ 2 ໜ່ວຍ, ເຄື່ອງສາກມໍ້ໄຟໃຫຍ່ 4 ເຄື່ອງ, ເຄື່ອງສາກມໍ້ໄຟນ້ອຍ 6 ເຄື່ອງ, ເຄື່ອງດູດປາ 13 ເຄື່ອງ, ເຄື່ອງຊ໋ອດປາ 2 ເຄື່ອງ, ຈັກສະຕິນ ແລະອຸປະກອນ 3 ເຄື່ອງ ທີ່ກວດພົບຢູ່ຕາມຈຸດເປົ້າໝາຍ. ມາໃນ ວັນທີ 5 ກັນຍາ 2023 ນີ້ ທາງຫ້ອງການກະສິກຳ-ປ່າໄມ້ເມືອງເຟືອງ ແຂວງວຽງຈັນ ຈຶ່ງໄດ້ຈັດພິທີທຳລາຍ ເຄື່ອງດັ່ງກ່າວຂື້ນ ຢູ່ທີ່ເດີ່ນໜ້າເຂື່ອນໄຟຟ້ານ້ຳລີກ 1-2 ເຊິ່ງເປັນກຽດເຂົ້ົາຮ່ວມພິທີໃນຄັ້ງນີ້ ມີ ທ່ານ ຄຳເພັດ ຈັນສົມພູ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆເຟືອງ, ມີການນຳຂັ້ນເມືອງ, ເຈົ້າໜ້າທີ່ໆກ່ຽວຂ້ອງຂັ້ນເມືອງ, ພະນັກງານວິຊາການຫ້ອງການກະສິກຳ-ປ່າໄມ້ເມືອງ, ໜ່ວຍປະມູນຮັບຊື້-ຈຳໜ່າຍປາ ປະຈຳເຂື່ອນ ແລະອຳນາດການປົກຄອງພາຍໃນກຸ່ມບ້ານນາໃໝ່ ໄດ້ພ້ອມກັນເຂົ້າຮ່ວມ.
ຂໍ້ມູນຈາກ: ເມືອງເຟືອງ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...