spot_img
Homeຂ່າວພາຍ​ໃນສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ຮັບກຽດເປັນເຈົ້າພາບຈັດງານແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ປະຈຳປີ 2023

ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ຮັບກຽດເປັນເຈົ້າພາບຈັດງານແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ປະຈຳປີ 2023

Published on

ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ຮັບກຽດເປັນເຈົ້າພາບຈັດງານແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ປະຈຳປີ 2023 (WTT Youth Contender) ຊຶ່ງກຳນົດແຂ່ງຂັນ 2 ປະເພດ ຄື: ປະເພດດ່ຽວ ແລະ ຄູ່ປະສົມ ຮຸ່ນອາຍຸບໍ່ເກີນ 11 ປີ, 13, 15, 17 ແລະ 19 ປີ ໂດຍຄາດວ່າຈະມີຄະນະນຳ, ກຳມະການຕັດສິນ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ 200 ກວ່າຄົນ ຈາກ 16 ປະເທດ.

ພິທີຖະແຫຼງຂ່າວການກະກຽມຄວາມພ້ອມຈັດງານແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ປະຈຳປີ 2023 ໄດ້ມີຂຶ້ນໃນຕອນແລງວັນທີ 5 ກັນຍາ 2023 ທີ່ໂຮງແຮມແລນມາກ ແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານກິດຕິມະສັກສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຮ່ວມຈັດງານ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ທັງເປັນປະທານຈັດງານ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ຄອລ, ແຂກຖືກເຊີນ, ຜູ້ໃຫ້ການສະໜັບສະໜູນ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບການກະກຽມຄວາມພ້ອມຈັດງານແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ປະຈຳປີ 2023 ທີ່ສປປ ລາວເຮົາ ຮັບກຽດເປັນເຈົ້າພາບນັ້ນ ແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 20-23 ກັນຍາ 2023 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ແລະ ໄດ້ກຳນົດເອົາໂຮງແຮມ ແລນມາກ ແມ່ຂອງ ຣີເວີໄຊ ເປັນບ່ອນພັກເຊົາຂອງຜູ້ເຂົ້າຮ່ວມຈາກສາກົນ ຊຶ່ງມາຮອດປັດຈຸບັນ ມີທີມງານຝ່າຍຈັດການແຂ່ງຂັນ ແລະ ກຳມະການຕັດສິນຝ່າຍເຈົ້າພາບ ຈຳນວນ 30 ທ່ານ ໂດຍມີການຈັດຝຶກອົບຮົມກຳມະການຕັດສິນ ແລະ ລາຍງານຄວາມພ້ອມເປັນໄລຍະ; ມີທີມງານຄູຝຶກ ແລະ ນັກກິລາ ສປປ ລາວ ຈຳນວນ 45 ຄົນ ຮຸ່ນອາຍຸລະຫວ່າງ 9-19 ປີ ໄດ້ດຳເນີນການຝຶກແອບ ແລະ ແຂງຂັນຢູ່ພາຍໃນ ແລະ ຕ່າງປະເທດ.

ສ່ວນຜູ້ເຂົ້າຮ່ວມຈາກສາກົນນັ້ນ ແມ່ນມີທີມງານເຕັກນິກຈັດການແຂ່ງຂັນ, ກຳມະການຕັດສິນ, ຄະນະນຳ ແລະ ນັກກິລາ ທັງໝົດ 200 ກວ່າຄົນ ທີ່ມາຈາກ 16 ປະເທດທົ່ວໂລກ. ໃນນີ້ຝ່າຍເຕັກນິກຈັດການແຂ່ງຂັນມາຈາກປະເທດ ປັອກຕຸຍການ, ເອຢິບ, ໂອມານ, ເຢຍລະມັນ, ໄຕ້ຫວັນ, ມາເລເຊຍ, ສິງກະໂປ ແລະ ໄທ. ຂະນະທີ່ຄະນະນຳ, ຄູຝຶກ ແລະ ນັກກິລາແມ່ນມາຈາກ ຮົງກົງ, ໄຕ້ຫວັນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ສິງກະໂປ, ອິນໂດເນເຊຍ, ຟິລິບປິນ, ມາເລເຊຍ, ໄທ ແລະ ສປປ ລາວ ເຈົ້າພາບ ຊຶ່ງກຳນົດແຂ່ງຂັນທັງໝົດ 2 ປະເພດ ຄື: ປະເພດດ່ຽວ ແລະ ຄູ່ປະສົມ ມີ 5 ລາຍການດ່ຽວຍິງ-ດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 11 ປີ, 13, 15, 17 ແລະ 19 ປີ ແລະ 2 ລາຍການຄູ່ປະສົມ ລວມທັງໝົດມີ 32 ລາງວັນ. ສຳລັບອຸປະກອນການແຂ່ງຂັນແມ່ນໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ເຫີເປຍ ຍິນເຫີນ ຜູ້ຜະລິດອຸປະກອນກິລາປິ່ງປ່ອງ ແລະ ບໍລິສັດ ອຸປະກອນກິລາ ຫົງຊວງສີ 729. ຂະນະທີ່ວຽກງານງົບປະມານຈັດການແຂ່ງຂັນ, ເຕັກນິກ-ຈັດການແຂ່ງຂັນ, ພິທີການ, ຕ້ອນຮັບ ແລະ ຂົນສົ່ງ, ການໂຄສະນາ ແລະ ສື່ມວນຊົນ, ການຮັກສາຄວາມສະຫງົບ ແລະ ຄວາມປອດໄພ ລ້ວນແລ້ວແຕ່ມີຄວາມພ້ອມທັງໝົດ.

ທີ່ມາ: ໜັງສືພິມສຶກສາ-ກິລາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...