spot_img
Homeຂ່າວພາຍ​ໃນໃນປີ 2024 ລາວໄດ້ເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27

ໃນປີ 2024 ລາວໄດ້ເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27

Published on

ໃນປີ 2024 ນີ້, ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ໂດຍຈະໄດ້ເປັນເຈົ້າພາບຈັດກອງປະຊຸມສຳຄັນຕ່າງໆ, ລວມທັງ ກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27, ກອງປະຊຸມ ປິ່ນອ້ອມ ແລະ ງານວາງສະແດງການທ່ອງທ່ຽວອາຊຽນ ເຊິ່ງຈະເປັນໂອກາດອັນດີ ໃຫ້ແກ່ບັນດາບໍລິສັດທ່ອງທ່ອງຂອງລາວ ສາມາດເຂົ້າເຖິງຕະຫລາດໂດຍກົງ, ຈະມີເງື່ອນໄຂສະດວກ, ການໃຊ້ຈ່າຍຈະບໍ່ແພງ ເພາະເຮົາບໍ່ໄດ້ເສຍຄ່າເດີນທາງ, ບໍ່ໄດ້ເສຍຄ່າປີຍົນເພາະຈັດຢູ່ບ້ານເຮົາ ເຮັດໃຫ້ບໍລິສັດທ່ອງທ່ຽວສາມາດໃຊ້ໂອກາດນີ້ ເປັນປະໂຫຍດໃຫ້ແກ່ການຊື້-ຂາຍ ແລະ ການທ່ອງທ່ຽວ.

ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວລາວ ໄດ້ໃຫ້ຮູ້ກ່ຽວກັບການກະກຽມຄວາມພ້ອມຮອບດ້ານ ໃນງານດັ່ງກ່າວ ໂດຍສະເພາະ ງານວາງສະແດງການທ່ອງທ່ຽວ, ວາງແດງຜະລິດຕະພັນການທ່ອງທ່ຽວ, ການພົບປະ, ຊື້-ຂາຍ ລາຍການທ່ອງທ່ຽວ (Buyers meet Sellers) ຂອງຜູ້ປະກອບການທຸລະກິດທ່ອງທ່ຽວອາຊຽນ ແລະ ສາກົນ. ປັດຈຸບັນ ແມ່ນໄດ້ເປີດເວັບໄຊ ເອທີເອັບ(ATF) ເຊິ່ງຜູ້ແທນທີ່ສົນໃຈຢາກເຂົ້າມາຮ່ວມງານວາງສະແດງ ສາມາດເຂົ້າເຖິງຂໍ້ມູນ ແລະ ເຂົ້າລົງທະບຽນຜ່ານເວັບໄຊ, ງານວາງສະແດງດັ່ງກ່າວ ເປັນງານກ່ຽວກັບທຸລະກິດ ບໍລິສັດທ່ອງທ່ຽວທົ່ວໂລກ ຈະເດີນທາງເຂົ້າມາຊື້-ຂາຍລາຍ ການທ່ອງທ່ຽວນໍາບັນດາປະເທດສະມາຊິກ ແລະ ປະເທດຕ່າງໆທີ່ສົນໃຈເຂົ້າມາ.

ວາງສະແດງການທ່ອງທ່ຽວ ຈະຈັດທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ຄາດວ່າຈະມີຮ້ານວາງສະແດງປະທານ 300-350 ຮ້ານ, ສິນຄ້າທີ່ຈະນຳໄປວາງສະແດງສ່ວນໃຫຍ່ ຈະແມ່ນການຊຶ້-ຂາຍລາຍການທ່ອງທ່ຽວເຊິ່ງກັນ ແລະ ກັນ. ນອກຈາກນີ້, ບັນດາ ກິດຈະການທີ່ຕິດພັນກັບການທ່ອງທ່ຽວ ເປັນຕົ້ນ ບໍລິສັດທ່ອງທ່ຽວ, ບັນດາໂຮງແຮມ, ຮີສອດ ທີ່ເປັນເຂື່ອຄາຍການທ່ອງ ທ່ຽວ ກໍສາມາດມາຮ່ວມໃນງານນີ້ໄດ້. ສະນັ້ນ, ສປປ ລາວ ຈະຖືໂອກາດນີ້, ໂຄສະນາຢ່າງແຂງແຮງ ບັນດາແຫລ່ງທ່ອງທ່ຽວທີ່ເຮົາມີ, ການຕ້ອນຮັບທີ່ອົບອຸ່ນ, ຍິ້ມແຍ້ມແຈ່ມໃສ່ ແລະ ການອຳນວຍຄວາມສະດວກຕ່າງໆ ເພື່ອສ້າງຄວາມປະທົບໃຈໃຫ້ແກ່ສາກົນ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ສປປ ລາວ ນັບມື້ຫລາຍຂຶ້ນ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...