Homeຂ່າວພາຍ​ໃນປີ້ງໄກ່ເຊໂນອອກກາໝາຍການຄ້າເພື່ອເປັນສັນຍາລັກ

ປີ້ງໄກ່ເຊໂນອອກກາໝາຍການຄ້າເພື່ອເປັນສັນຍາລັກ

Published on

ພາຍຫຼັງໄດ້ຮັບການຢັ້ງຢືນຈາກ ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ-ການຄ້າ ໃນການນຳໃຊ້ກາໝາຍການຄ້າ (ໂລໂກ້) ຂອງຜະລິດຕະພັນສິນຄ້າໂອດັອບ ປີ້ງໄກ່ເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຊຶ່ງເປັນຜະລິດຕະພັນໜຶ່ງ ທີ່ມີຊື່ສຽງໂດ່ງດັງໄປທົ່ວປະເທດ ກໍຄືຕ່າງປະເທດ, ດັ່ງນັ້ນ ທາງພາກລັດ ແລະ ກຸ່ມການຜະລິດປີ້ງໄກ່ເຊໂນ ຈຶ່ງໄດ້ສະເໜີອອກກາໝາຍການຄ້າ ເພື່ອເປັນສັນຍາລັກ ຢັ້ງຢືນເຖິງຄຸນະພາບຂອງຜະລິດຕະພັນ ແລະ ຄວາມໝັ້ນໃຈຂອງຜູ້ບໍລິໂພກ.

ມາໃນວັນທີ 16 ສິງຫາ 2023 ຄະນະກຳມະການສິນຄ້າໂອດັອບຂັ້ນແຂວງ ຮ່ວມກັບເມືອງອຸທຸມພອນ ຊຶ່ງນຳໂດຍ ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງ ພ້ອມຄະນະ, ໄດ້ສົມທົບກັບ ທ່ານ ຄຳພົງ ສຸລິເຍດ ຮອງເຈົ້າເມືອງອຸທຸມພອນ ພ້ອມພາກສ່ວນທີ່ກ່ຽວຂ້ອງ, ໄດ້ປຶກສາຫາລື ພາຍຫຼັງທີ່ໄດ້ຮັບອະນຸມັດ ກາໝາຍການຄ້າ (ໂລໂກ້) ປີ້ງໄກ່ເຊໂນ, ເພື່ອຈະໄດ້ມອບໃຫ້ກຸ່ມການຜະລິດ ໃນການນຳໃຊ້ກາໝາຍດັ່ງກ່າວຢ່າງຖືກຕ້ອງ.

ການປຶກສາຫາລືຄັ້ງນີ້ ໄດ້ເປັນເອກະພາບກັນເຊັ່ນ: ໃນສະມາຊິກ ຈຳນວນ 52 ຮ້ານ, ຕ້ອງໄດ້ກວດກາຄືນໃນເລື່ອງການບໍລິການ ໃຫ້ຖືກຕ້ອງຕາມຫຼັກສຸຂະອະນາໄມ ເປັນຕົ້ນ: ຄວາມສະອາດ, ຄວາມປອດໄພແກ່ຜູ້ບໍລິໂພກ ແລະ ສິ່ງສຳຄັນ ຕ້ອງແມ່ນໄກ່ລາດຂອງແທ້. ຈາກນັ້ນ ໃນການປຶກສາຫາລື ຍັງໄດ້ຍົກໃຫ້ເຫັນເລື່ອງ ການຈັດກິດຈະກຳໃນວັນເປີດນຳໃຊ້ກາໝາຍ ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້, ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງ ຄວາມໝາຍ ຄວາມສຳຄັນຂອງກາໝາຍການຄ້າດັ່ງກ່າວ.

ແຫຼ່ງຂ່າວ ສະຫວັນນະເຂດ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...