spot_img
Homeຂ່າວຕ່າງປະເທດເໝືອງຢົກປະເທດມຽນມາ ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 31 ຄົນ

ເໝືອງຢົກປະເທດມຽນມາ ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 31 ຄົນ

Published on

ເຫດການດິນຖະຫຼົ່ມທີ່ເໝືອງຢົກປະເທດມຽນມາ ໃນອາທິດທີ່ຜ່ານມາ ມີຈຳນວນຜູ້ເສຍຊີວິດເພີ່ມຂື້ນເປັນ 31 ຄົນແລ້ວ ແລະ ຍັງມີຜູ້ສູນຫາຍອີກຈຳນວນ 8 ຄົນ.

Death toll from Myanmar jade mine landslide hits at least 31 | The Star

ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອວັນອາທິດທີ 13 ສິງຫາ 2023 ທີ່ຜ່ານມາ ເກີດເຫດດິນຖະຫຼົ່ມທີ່ເໝືອງຢົກຜິດກົດໝາຍແຫ່ງໜຶ່ງໃນເມືອງຜາກັນ ຂອງປະເທດມຽນມາ ເນື່ອງຈາກຝົນຕົກໜັກ ແລະ ນໍ້າຖ້ວມຮຸນແຮງໃນເຂດດັ່ງກ່າວ.

ເຈົ້າໜ້າທີ່ໄດ້ລະດົມກຳລັງ ອອກຄົ້ນຫາຜູ້ສູນຫາຍຢ່າງຕໍ່ເນື່ອງ, ຢ່າງໃດກໍຕາມ ໃນວັນພຸດທີ 16 ສິງຫາ ທີມກູ້ໄພພົບຜູ້ເສຍຊີວິດເພີ່ມ 6 ຄົນ ເຮັດໃຫ້ຈຳນວນຜູ້ເສຍຊີວິດມີທັງໝົດ 31 ຄົນແລ້ວ, ແຕ່ຍັງມີຜູ້ສູນຫາຍອີກຈຳນວນ 8 ຄົນ.

ໜ່ວຍກູ້ໄພເປີດເຜີຍອີກວ່າ ສາເຫດຂອງດິນຖະຫຼົ່ມຄັ້ງນີ້ເກີດຈາກກອງດິນຈຳນວນຫຼາຍສູງປະມານ 150-180 ແມັດ, ເຊິ່ງຖືກສະສົມມາຈາກການຂຸດເໝືອງ ອ່ອນໂຕລົງຫຼັງຈາກຝົນຕົກໜັກ ຈົນໃນທີ່ສຸດກໍຖະຫຼົ່ມລົງມາ ສ່ວນຜູ້ເສຍຊີວິດຄາດວ່າແມ່ນປະຊາຊົນທີ່ເຂົ້າມາຊອກຫາຂອງມີຄ່າ, ບໍ່ແມ່ນພະນັກງານ ເນື່ອງຈາກການຂຸດເໝືອງຖືກຢຸດໃນຍາມຝົນ.

ມຽນມາເປັນປະເທດທີ່ມີແຮ່ຫີນຢົກຂະໜາດໃຫຍ່ທີ່ສຸດໃນໂລກ ແລະ ນີ້ບໍ່ແມ່ນເທື່ອທຳອິດທີ່ເກີດເຫດການສູນເສຍແບບນີ້, ໃນເດືອນກໍລະກົດປີ 2020 ກໍເຄີຍເກີດເຫດການເໝືອງຖະຫຼົ່ມໃນເຂດດຽວກັນນີ້ ຈົນເຮັດໃຫ້ມີຜູ້ເສຍຊີວິດເຖິງ 162 ຄົນ ແລະ ເດືອນພະຈິກ 2015 ກໍມີດິນຖະຫຼົ່ມເຮັດໃຫ້ມີຜູ້ເສຍຊີວິດ 113 ຄົນ.

ແຫຼ່ງຂ່າວ Channelnewasia

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...